ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ ປາກິສຖານ ສັ່ງໃຫ້ປ່ອຍ ຜູ້ຖືກກ່າວຫາ ເປັນຜູ້ບົງການ ການໂຈມຕີຢູ່ມູມໄບ ປີ 2008


ສານທີ່ນະຄອນລາຮໍ ໃນປາກິສຖານ ໄດ້ປະຕິເສດ ຕໍ່ການຮ້ອງຂໍ ຂອງລັດຖະບານ ທີ່ຢາກໃຫ້ກັກບໍລິເວນ ທ້າວຊາອີດ ຕື່ມອີກ 3 ເດືອນ.
ສານທີ່ນະຄອນລາຮໍ ໃນປາກິສຖານ ໄດ້ປະຕິເສດ ຕໍ່ການຮ້ອງຂໍ ຂອງລັດຖະບານ ທີ່ຢາກໃຫ້ກັກບໍລິເວນ ທ້າວຊາອີດ ຕື່ມອີກ 3 ເດືອນ.

ເຈົ້າໜ້າທີ່ປາກິສຖານໄດ້ປ່ອຍນັກສອນສາສະໜາຫົວຮຸນແຮງທີ່ທາງການສະຫະລັດ
ຕ້ອງການໂຕ ຜູ້ຊຶ່ງຖືກກ່າວຫາວ່າ ຢູ່ເບື້ອງຫຼັງການໂຈມຕີ ທີ່ນະຄອນມູມໄບ ປະເທດ
ອິນເດຍ ໃນປີ 2008​ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 168 ຄົນ.

ໃນວັນພຸດຜ່ານມານີ້ ສານແຫ່ງນຶ່ງໃນປາກິສຖານ ໄດ້ປະຕິເສດຕໍ່ການຮ້ອງຂໍຂອງລັດ
ຖະບານ ທີ່ຢາກໃຫ້ຕໍ່ເວລາໃນການກັກບໍລິເວນທ້າວຮາຟິສ ຊາອີດ ອອກໄປຕື່ມອີກ 3
ເດືອນແລະໄດ້ສັ່ງໃຫ້ປ່ອຍໂຕຜູ້ກ່ຽວໂດຍເວົ້າວ່າ ລັດຖະບານໄດ້ປະສົບກັບຄວາມລົ້ມ
ແຫຼວ ໃນການພິສູດກ່ຽວກັບຂໍ້ຫາກໍ່ການຮ້າຍ.

ທ້າວຊາອີດ ໄດ້ຖືກລະບຸໂຕວ່າເປັນຜູ້ກໍ່ການຮ້າຍໂດຍກະຊວງຍຸຕິທຳຂອງສະຫະລັດ ໂດຍຕັ້ງເງິນລາງວັນໄວ້ 10 ລ້ານໂດລາ ສຳລັບການຈັບກຸມ ຫລຶສັງຫານຜູ້ກ່ຽວ. ລາວ
ໄດ້ຖືກປ່ອຍໂຕຈາກການກັກບໍລິເວນ ກ່ອນຕາເວັນຂຶ້ນໃນວັນສຸກມື້ນີ້.

ທ້າວຊາອີດ ເປັນຫົວໜ້າອົງການ ເຈມາອາດ-ອຸດ-ດາວາ ຊຶ່ງເຊື່ອວ່າ ເປັນອົງການທີ່
ຕາງໜ້າໃຫ້ແກ່ກຸ່ມຫົວຮຸນແຮງ ລັສກາ-ອີ- ໄຕບາ ທີ່ຢູ່ເບື້ອງຫຼັງການໂຈມຕີຢູ່ນະຄອນ
ມູມໄບ ປະເທດອິນເດຍ.

ປາກິສຖານໄດ້ສັ່ງໃຫ້ກັກບໍລິເວນທ້າວຊາອີດ ແລະຜູ້ຊ່ອຍຂອງລາວ 4 ຄົນທີ່ນະຄອນ
ລາຮໍ ໃນເດືອນມັງກອນ ລຸນຫລັງທີ່ໄດ້ຖືກກົດດັນຢ່າງໜັກຈາກສະຫະລັດຕໍ່ອິສລາມາ
ບັດເພື່ອໃຫ້ຄວບຄຸມກຸ່ມຫົວຮຸນແຮງຕ່າງໆ. ພວກຜູ້ຊ່ອຍຂອງທ້າວຊາອີດໄດ້ຖືກປ່ອຍ
ໄປແລ້ວ ກ່ອນໜ້ານີ້.

ອິນເດຍ ໃນວັນພະຫັດວານນີ້ ໄດ້ປະນາມການຕັດສິນຂອງສານປາກິສຖານທີ່ສັ່ງໃຫ້
ປ່ອຍທ້າວຊາອີດ ຈາກການກັກບໍລິເວນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pakistan Militant Leader
please wait

No media source currently available

0:00 0:00:54 0:00

XS
SM
MD
LG