ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ພຶດສະພາ ໒໐໒໔

ຣັດເຊຍ ເປັນຫ່ວງ ເລື່ອງເຮືອບິນ ອິສຣາແອລ ໂຈມຕີ ຊີເຣຍ


ທະຫານອີສຣາແອລ ຂະນະປະຕິບັດການລາດຕະເວນ
ທະຫານອີສຣາແອລ ຂະນະປະຕິບັດການລາດຕະເວນ
ຣັດ​ເຊຍ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວກັບ​ການ​ກ່າວ​ຫາ​ທີ່ວ່າເຮືອ​ບົນ​ລົບອີສ ຣາ​ແອ​ລທໍາ​ການ​ໂຈມ​ຕີທາງ​ອາກາດ​ ຢູ່​ໃນ​ປະ​ເທດ​ຊີ​ເຣຍ.

ກະຊວງ​ຕ່າງປະ​ເທດຣັດ​ເຊຍ​ເວົ້າ​ວ່າ ພຶດຕິການ​ແບບ​ນັ້ນ ຖ້າ​ຫາກ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ແມ່ນ​ແທ້ ກໍເທົ່າ​ກັບ​ເປັນ​ການໂຈມ​ຕີແບບ​ບໍ່​ມີ​ການ​ທ້າ​ທາຍ ເກາະ​ຜິດ​ ຕໍ່ປະ​ເທດ​ທີ່​ມີ​ອະທິ ປະ​ໄຕ​ຢ່າງ​ຄົບ​ຖ້ວນ ຊຶ່ງ​ເປັນ​ການ​ລ່ວງລະ​ເມີດ​ຕໍ່​ກົດ​ບັດ​ສະຫະ​ປະຊາ​ຊາດ.

ຂ່າວ​ທີ່​ແຕກ​ຕ່າງ​ກັນ ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ເມື່ອ​ວັນ​ພຸດ​ວານ​ນີ້ ​ໄດ້ໂຜ່​ໂຕ​ຂຶ້ນ ມາ ​ໂດຍທີ່​ທາງ​ການ​ຊີ​ເຣຍ​ເວົ້າ​ວ່າ ​ເຮືອບິນ​ອາຍ​ພົ່ນ​ຂອງ​ອີສຣາ​ແອ​ລ ​ໄດ້​ຍິງ​ໂຈມ​ຕີສະຖານ​ຄົ້ນຄວ້າ​ກອງທັບ​ແຫ່ງນຶ່ງ​ຢູ່ໃກ້​ນະຄອນ ຫຼວງດາ​ມັສກັສ ທີ່​ໄດ້​ສັງຫານ​ສອງ​ຄົນ.

ສື່​ມວນ​ຊົນ​ຂອງ​ຝ່າ​ຍຕາ​ເວັນ​ຕົກ ​ແລະ​ອີສຣາ​ແອ​ລ ​ໄດ້​ລາຍ​ງານກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອີສຣາ​ແອ​ລ​ໃສ່​ສະຖານ​ທີ່​ອີກ​ແຫ່ງ​ນຶ່ງ ທີ່ຢູ່​ໃກ້​ເຂດ​ຊາຍ​ແດນຊີ​ເຣຍ-​ເລ​ບາ​ນອນ. ສື່​ມວນ​ຊົນ​ເວົ້າ​ອີກ​ວ່າ ​ເປົ້າໝາຍ​ໂຈມ​ຕີີ​ດັ່ງກ່າວ​ແມ່ນ​ແນ​ໃສ່ຂະ​ບວນລົດ​ບັນທຸກ​ທີ່​ລໍາ​ລຽງ​ຊິ້ນສ່ວນ​ລູກ​ສອນ​ໄຟໄປ​ໃຫ້​ກຸ່ມ Hezbollah ຊຶ່ງ​ເປັນກຸ່ມ​ຫົວ​ຮຸນ​ແຮງ​ຊາວ Shi’ite ຕັ້ງ​ຢູ່​ໃນ​ປະ​ເທດ​ເລ​ບາ​ນອນ ທີ່​ຕໍ່ຕ້ານອີສຣາ​ແອ​ລຢ່າງ​ແຂງ​ຂັນ​ຕະຫຼອດມາ​ນັ້ນ.

ໃນ​ຖະ​ແຫຼງການ​ສະບັບນຶ່ງທີ່​ອອກ​ເມື່ອ​ວັນ​ພະຫັດ​ມື້​ນີ້ ກຸ່ມ Hezbollah ​ໄດ້​ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ ແລະ​ໄດ້​ສະ​ແດງໃຫ້​ຮູ້​ເຖິງຄວາມ​ສາມັກຄີ ຂອງ​ຕົນຢ່າງ​ເຕັມ​ສ່ວນ​ກັບ​ຊີ​ເຣຍ.

ລາຍ​ງານຫຼາຍກະ​ແສ​ທີ່​ບໍ່​ກົງກັນ ບໍ່​ສາມາດຕັດສິນ ຫຼື​ຢືນຢັນ​ໄດ້​ຈາກ​ແຫຼ່ງ ຂ່າວ​ອິດສະຫຼະ​ໃນ​ຕອນ​ເຊົ້າຂອງ​ວັນ​ພະຫັດ​ມື້​ນີ້ ​ແລະ​ຍັງ​ບໍ່​ຮູ້​ແນ່ນອນ​ວ່າ ມີການ​ໂຈມ​ຕີ​ບັ້ນ​ນຶ່ງຫຼືສອງ​ບັ້ນ ກັນ​ແທ້. ອີສຣາ​ແອ​ລປະຕິ​ເສດ​ຢູ່​ຕະຫຼອດມາ ບໍ່​ຍອມຮັບ​ຮູ້​ການ​ປະຕິບັດ​ການ​ທາງ​ທະ​ຫານໃດໆ ​ແລະ​ກໍ​ບໍ່​ຍອມ​ໃຫ້​ຄໍາ​ເຫັນຫຍັງ​ເລີຍ ​ເມື່ອ​ວັນ​ພຸດ​ວານ​ນີ້.
XS
SM
MD
LG