ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມືປືນ ທີ່ຍິງປືນໃສ່ ບ່ອນຝຶກເບສບອລ ຂອງ ສະມາຊິກສະພາ ແມ່ນຜູ້ຕ້ອງຕິ ທ່ານທຣຳ


ທ້າວ James Hodgkinson ຈາກເມືອງ Belleville ລັດ Illinois (ຈາກຮູບຢູ່ໃນບັນຊີສື່ສັງຄົມ ທີ່ບໍ່ໄດ້ລະບຸວັນເວລາ ຂອງຜູ້ກ່ຽວ)
ທ້າວ James Hodgkinson ຈາກເມືອງ Belleville ລັດ Illinois (ຈາກຮູບຢູ່ໃນບັນຊີສື່ສັງຄົມ ທີ່ບໍ່ໄດ້ລະບຸວັນເວລາ ຂອງຜູ້ກ່ຽວ)

ມືປືນ ທີ່ລະດົມຍິງເຂົ້າໃສ່ ບ່ອນຝຶກຫຼິ້ນເບສບອລ ຂອງລັດຖະສະພາພັກຣີພັບບລີກັນ ໃນວັນພຸດມື້ນີ້ ແມ່ນຜູ້ຕ້ອງຕິ ປະທານາທິບໍດີດໍໂນລ ທຣຳ ຢ່າງແຂງຂັນ ອີງຕາມການລົງຂ່າວທາງສື່ສັງຄົມ ແລະພ້ອມດຽວກັນນັ້ນ ຍັງເຄີຍເປັນອາສາສະໝັກໂຄສະນາຫາສຽງ ໃຫ້ແກ່ສະມາຊິກສະພາສູງທີ່ບໍ່ສັງກັດພັກຈາກລັດເວີມັນທ໌ ທ່ານ Bernie Sanders.

ທ້າວ James Hodgkinson ອາຍຸ 66 ປີ ຈາກເມືອງ of Belleville ລັດ Illinois ໄດ້ຍິງບາດເຈັບ 4 ຄົນ ຮວມທັງສະມາຊິກສະພາຕ່ຳ Steve Scalise ຈາກລັດ Louisiana ແລະບຸກຄົນອື່ນໆອີກ 4 ຄົນໃນການຍິງປືນເຂົ້າໃສ່ ເມື່ອຕອນເຊົ້າວັນພຸດມື້ນີ້ ທີ່ເມືອງອາເລັກຊານເດຣຍ ລັດເວີຈີເນຍ ກ່ອນທີ່ຈະຖືກຍິງຕາຍໂດຍຕຳຫຼວດລັດຖະສະພາສະຫະລັດ ທີ່ໃຫ້ຄວາມຄຸ້ມຄອງແກ່ບັນດາສະມາຊິກສະພາ.

ທ້າວ Hodgkinson ທີ່ມີທຸລະກິດກວດກາບ້ານເຮືອນນັ້ນ ເຄີຍມີປະຫວັດພຽງເລັກນ້ອຍ ແຕ່ກໍຕໍ່ເນື່ອງກັບຕຳຫຼວດ ຮວມທັງການຖືກຈັບຍ້ອນກິນເຫຼົ້າເມົາແລ້ວຂັບລົດ ຂັດຂືນການຖືກຈັບ ແລະການໃຊ້ກໍາລັງພາຍໃນຄອບຄົວ. ນອກນັ້ນ ລາວຍັງເປັນບຸກຄົນທີ່ຕ້ອງຕິພວກນັກການເມືອງຢູ່ວໍຊິງຕັນເປັນປະຈຳ ໂດຍສະເພາະແລ້ວພັກຣີພັບບລີກັນ. ຢູ່ເຟສບຸກ ທ້າວ Hodgkinson ເປັນສະມາຊິກຂອງກຸ່ມທີ່ເອີ້ນຕົນເອງວ່າ ຜູ້ທຳລາຍພັກຣີພັບບລີກັນ.

ເກືອບວ່າເປັນປະຈຳ ທ້າວ Hodgkinson ໄດ້ຂຽນຂໍ້ຄວາມລົງໃນສື່ສັງຄົມແລະມັກໃຊ້ຄຳເວົ້າຕ່ຳຊ້າຕໍ່ຕ້ານທ່ານທຣຳ ຊຶ່ງໃນບາງຄັ້ງແມ່ນຕິດຕາມດ້ວຍຂ່າວທີ່ບໍ່ມີມູນຄວາມຈິງ.

ທ່ານທຣຳມີຄວາມຜິດແລະຄວນຕິດຄຸກຍ້ອນຂາຍຊາດ ນັ້ນແມ່ນນຶ່ງໃນຂໍ້ຄວາມທີ່ຜູ້ກ່ຽວໄດ້ຂຽນລົງໃນເຟສບຸກ. ທ່ານທຣຳແມ່ນເປັນຣັດເຊຍຫຼາຍກວ່າອາເມຣິກັນ ນັ້ນຄືຂໍ້ຄວາມອີກຕອນນຶ່ງ.

ເບິ່ງ ສະມາຊິກສະພາສູງ Bernie Sanders ປະນາມ ການຍິງປືນເຂົ້າໃສ່ດັ່ງກ່າວ

Sanders: 'I Am Sickened By This Despicable Act'
please wait

No media source currently available

0:00 0:01:12 0:00

ທ້້າວ Hodgkinson ຍັງເປັນທີ່ປາກົດວ່າ ຍັງເປັນຜູ້ສະໜັບສະໜຸນຢ່າງຂຸ້ນຂ້ຽວຕໍ່ການໂຄສະນາຫາສຽງເປັນປະທານາທິບໍດີ ທີ່ປະສົບກັບຄວາມລົ້ມແຫຼວຂອງທ່ານ Sanders. ໃນການຖະແຫຼງທີ່ຫ້ອງປະຊຸມຂອງສະພາສູງນັ້ນ ທ່ານ Sanders ກ່າວວ່າ ທ່ານໄດ້ຖືກແຈ້ງໃຫ້ແລ້ວວ່າ ທ້າວ Hodgkinson ເປັນບຸກຄົນທີ່ປາກົດວ່າເຄີຍເປັນອາສາສະໝັກໃຫ້ແກ່ການໂຄສະນາຫາສຽງເປັນປະທານາທິບໍດີຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶກເປັນທີ່ໜ້າລັງກຽດຕໍ່ການກະທຳນີ້ ແລະຂ້າພະເຈົ້າຂໍປະກາດຢ່າງຈະແຈ້ງ ເທົ່າທີ່ຂ້າພະເຈົ້າສາມາດເວົ້າໄດ້ວ່າ ການກໍ່ຄວາມຮຸນແຮງ ບໍ່ວ່າຊະນິດໃດກໍຕາມ ແມ່ນເປັນທີ່ຮັບເອົາບໍ່ໄດ້ເດັດຂາດ ຢູ່ໃນສັງຄົມຂອງພວກເຮົາ ແລະຂ້າພະເຈົ້າຂໍປະນາມ ການກະທຳນີ້ ດ້ວຍຄຳເວົ້າທີ່ແຮງທີ່ສຸດເທົ່າທີ່ເປັນໄປໄດ້.

ຮູບພາບກ່ຽວກັບຊີວະປະຫວັດຂອງນຶ່ງໃນຫລາຍໆອັນແມ່ນໄດ້ພັນລະນາວ່າທ່ານ Sanders ເປັນສະຫະ ລັດຫລື Uncle Sam. ສ່ວນອີກອັນນຶ່ງກ່າວວ່າ ສັງຄົມນິຍົມເດໂມແຄຣັດໄດ້ອະທິ ບາຍດ້ວຍຄຳເວົ້າສາມຄຳ: ພວກເຮົາປະຊາຊົນ.

ໃນຂໍ້ຄວາມຈຳນວນນຶ່ງທີ່ນຳອອກເຜີຍແຜ່ນັ້ນ ທ້າວ Hodgkinson ຍັງໄດ້ຕ້ອງຕິທ່ານນາງ Hillary Clinton ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດໃນປີ 2016.

ຍັງບໍ່ືທັນເປັນທີ່ຈະແຈ້ງເທື່ອວ່າ ທ້າວ Hodgkinson ຮູ້່ລ່ວງໜ້າຫລືບໍ່ວ່າ ສະມາຊິກສະພາພັກຣີພັບບລີກັນ ຈະພາກັນໄປຊ້ອມຢູ່ເດິ່ນດັ່ງກ່າວ ຫລືແນເປົ້າໝາຍໃສ່ສະມາຊິກສະພາໃດນຶ່ງຢ່າງເປັນການສະເພາະເຈາະຈົງ. ສື່ມວນຊົນຫລາຍໆສະບັບໄດ້ອ້າງຄຳເວົ້າຂອງພວກທີ່ຢູ່ໃກ້ຄຽງທີ່ກ່າວວ່າ ລາວໄດ້ໄປທີ່ YMCA ຊຶ່ງຕັ້ງຢູ່ໃກ້ໆກັບສະຖານທີ່ແຫ່ງນີ້.

ທີ່ກອງປະຊຸມຖະແຫຼງຂ່າວໃນຕອນເຊົ້າມື້ນີ້ ເຈົ້າໜ້າທີ່ຄຸ້ມຄອງກົດໝາຍກ່າວວ່າ ຍັງເປັນການໄວເກີນໄປທີ່ຈະເວົ້າໄດ້ວ່າ ເຫດການດັ່ງກ່າວນີ້ເທົ່າກັບເປັນການໂຈມຕີຂອງພວກກໍ່ການຮ້າຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG