ວິກິດການໃນຢູເຄຣນ ກໍາ ລັງດູດດຶງຄວາມສົນໃຈຂອງວໍຊິງ
ຕັນ ໂດຍທີ່ລັດຖະບານທ່ານໂອບາມາໄດ້ອອກຄໍາຖະແຫລງ
ເຕືອນຣັດເຊຍທີ່ໄດ້ເຂົ້າຍຶດເອົາ Crimea ໃນຂະນະທີ່ຢູເຄຣນ
ລະດົມກໍາ ລັງທະຫານສໍາ ຮອງຂອງຕົນ ແລະ ກ່າວຫາກຸງມົສ
ກູວ່າ ປະກາດສົງຄາມ.
ໃນຂະນະທີ່ທະຫານຣັດເຊຍ ຖືກສົ່ງເຂົ້າມາໃນແຫລມ
Crimea ແລະໄພຂົ່ມຂູ່ ຂອງສົງຄາມ ຢູ່ໃນຢູໂຮບຕາເວັນ
ອອກ ເພີ້ມທະວີຂື້ນໃນແຕ່ລະວັນນັ້ນ ລັດຖະ ມົນຕີຕ່າງ
ປະເທດສະຫະລັດ ທ່ານ John Kerry ໄດ້ປະນາມຣັດເຊຍ ສໍາ ລັບການບຸກລຸກຢ່າງກະທັນຫັນນັ້ນ ຊຶ່ງທ່ານກ່າວວ່າ :
“ມັນເປັນການກະທໍາ ຂອງການລຸກລານ ຢ່າງໂຈ່ງແຈ້ງເປີດແປນ ຊຶ່ງເປັນການ
ຝ່າຝືນຕໍ່ກົດໝາຍສາກົນ ຝ່າຝືນຕໍ່ກົດບັດສະຫະປະຊາຊາດ. ມັນແມ່ນການ
ປະພຶດຂອງສັດຕະວັດທີ່ 19 ຢູ່ໃນສັດຕະວັດ ທີ່ 21.”
ຄໍາເວົ້າຂອງລັດຖະມົນຕີຕ່າງປະເທດແຄຣີ ແມ່ນສະທ້ອນແນວຄິດຂອງພວກເຈົ້າໜ້າທີ່ ເນ
ໂຕ້ ແລະບັນດາພັນທະມິດທີ່ສໍາ ຄັນຂອງສະຫະລັດ. ທາງມົສກູ ກ່າວວ່າ ຕົນເຮັດໄປເຊັ່ນ
ນັ້ນ ກໍເພື່ອປົກປ້ອງປະຊາຊົນຣັດເຊຍ ແລະບັນດາຜູ້ເຫັນອົກເຫັນໃຈ ຢູ່ໃນພາກຕາເວັນ
ອອກຂອງຢູເຄຣນ ອັນເປັນເປົ້າໝາຍທີ່ ທ່ານ Kerry ກ່າວວ່າ ສາມາດບັນລຸໄດ້ ໂດຍບໍ່
ຕ້ອງໃຊ້ກໍາ ລັງ ຊຶ່ງທ່ານໄດ້ກ່າວເພີ້ມວ່າ:
“ພວກເຮົາຄວນມີຄວາມສາມາດ ທີ່ຈະໄກ່ເກ່ຍເລື້ອງນີ້ໄດ້ ໂດຍຜ່ານທາງການທູດ. ຖ້າຫາກຣັດເຊຍ ບໍ່ເລືອກເອົາທາງນີ້ແລ້ວ ມັນກໍຈະມີຜົນສະທ້ອນທີ່ຮ້າຍແຮງຕາມມາທີ
ຫລັງ.”
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ທຳການໂອ້ລົມສົນທະນາທາງໂທລະສັບເປັນເວລາ 90 ນາທີ ໃນມື້ວັນເສົາ ກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ກ່ຽວກັບວິກິດການໃນຢູເຄຣນນັ້ນ. ແຕ່ແທນທີ່ຈະຊ່ວຍເຮັດໃຫ້ວິກິດການຜ່ອນ
ຄາຍລົງ ການສົນທະນາກັນລະຫວ່າງປະທານາທິບໍດີທັງສອງ ອາດໄດ້ເນ້ນໜັກໃຫ້ເຫັນ
ເຖິງຂອບເຂດອັນຈໍາ ກັດ ຂອງທາງເລືອກ ຂອງສະຫະລັດແລະເນໂຕ້ ຢູ່ໃນຢູເຄຣນນັ້ນ
ຊຶ່ງເປັນປະເທດທີ່ມົສກູຖືວ່າ ຢູ່ໃນວົງລັດສະໝີຂອງອິດທິພົນຂອງຕົນ ແລະມີຄວາມຕັ້ງ
ໃຈແນ່ວແນ່ທີ່ຂັດຂວາງ ບໍ່ໃຫ້ຢູເຄຣນໂອບອຸ້ມເອົາຄຸນຄ່າຂອງຝ່າຍຕາເວັນຕົກນັ້ນ.