ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາກສົບທັງໝົດ ພົບເຫັນແລ້ວ ໃນເຫດ ຕຶກລະເບີດ ຢູ່ ນິວຢອກ (ສະໄລດ໌/ວີດີໂອ)


ຊາກຫັກພັງຂອງຕຶກ ທີ່ ນະຄອນນິວຢອກ
ຊາກຫັກພັງຂອງຕຶກ ທີ່ ນະຄອນນິວຢອກ
ພວກ​ກູ້​ໄພທີ່​ນະຄອນ​ນິວຢອກ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​
ຊາກ​ສົບຂອງທັງ ໝົດ​ແປດ​ຄົນ ທີ່ເສຍ​ຊີວິດ ​ຍ້ອນ​ແກັສລະ​
ເບີດ ​ໃນ​ອາທິດ​ນີ້ແລ້ວ.

ຕຳຫລວດ​ກ່າວ​ວ່າ ບໍ່​ຮູ້​ວ່າມີຜູ້ເຄາະ​ຮ້າຍ​ໃດອີກທີ່​ຍັງ​ຫາຍ​
ສາບ​ສູນ​ ຈາກ​ເຫດລະ​ເບີດຢູ່ຕຶກຫໍພັກສອງຫຼັງ. ​ເຖິງ​ຢ່າງ​ໃດ​ກໍ
ດີພວກ​ດັບ​ໄຟ ກ່າວ​ວ່າ ການ​ປະຕິບັດ​ງານ​ກູ້​ໄພ ຈະ​ດຳ​ເນີນ​ອີກ​
ຕໍ່​ໄປ ​ໃນ​ກໍລະນີທີ່​ອາດຍັງມີ​ຜູ້​ທີ່ລອດ​ຊີວິດທີ່ບໍ່ຮູ້ຈັກຢູ່​ໃນ​ຊາກ
ຫັກພັງຂອງຕຶກອາຄານ​ນັ້ນ.

ຫລາຍ​ສິບ​ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ​ເວລາ
​ແກັສຮົ່ວ ​ໄດ້​ເຮັດ​ໃຫ້ຕຶກອາຄານສອງ​ຫລັງທີ່ເກາະ​ Mahattan ເກີດ​ໄຟໄໝ້​ແລະ​ຫັກ​ພັງ​
ລົງມາ.



​ເຈົ້າ​ຄອງນະຄອນ​ນິວຢອກ ທ່ານ Bill de Blasio ກ່າວ​ວ່າ ຄະນະສືບສວນສາມາດຮູ້
ກ່ຽວກັບຫລັກຖານທີ່ແນ່ນອນວ່າແມ່ນຫຍັງຄືສາເຫດທີ່ພາໃຫ້ແກັສຮົ່ວ ກໍຕໍ່ເມື່ອເວລາ
=ໃດ ທີ່ໄຟໄດ້ມອດລົງແລ້ວຢ່າງຄັກແນ່ແລະການດຳເນີນຄວາມພະຍາຍາມໃນການ
ກູ້ໄພສຳເລັດເສັດສິ້ນລົງ.ທໍ່ແກັສບາງບ່ອນ ໃນນະຄອນນິວຢອກ ແມ່ນມີອາຍຸເກົ່າແກ່
ເລີ້ມມາແຕ່ຊຸມປີ 1800 ພຸ້ນ.

ພວກຜູ້ຄົນໃນຕຶກອາຄານທີ່ຢູ່ໃກ້ຄຽງ ໄດ້ໂທລະສັບໄປຫາເຈົ້າໜ້າທີ່ບໍລິສັດພະ ລັງງານ
Consolidated Edition ເພື່ອລາຍງານໃຫ້ຊາບວ່າ ພວກເຂົາເຈົ້າໄດ້ກິ່ນແກັສຮົ່ວ ກ່ອນ
ທີ່ຈະເກີດເຫດລະເບີດ.

ພວກພະນັກງານຂອງບໍລິສັດ ໄດ້ໄປຮອດຕຶກອາຄານດັ່ງກ່າວຊ້າໂພດ ເພື່ອທຳການສືບ
ສວນກ່ຽວກັບເລື່ອງແກັສຮົ່ວ.

New Yorkj
please wait
Embed

No media source currently available

0:00 0:00:31 0:00
XS
SM
MD
LG