ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດ​ຖັງ Abrams ທັງ​ໝົດ 31 ຄັນ​ຖືກ​ສົ່ງ​ໄປ​ຮອດ ຢູ​ເຄ​ຣນ, ກອງ​ທັບ ສະ​ຫະ​ລັດ ຢືນ​ຢັນ​ຕໍ່ ວີ​ໂອ​ເອ


ລົດ​ຖັງ Abrams ທີ່​ຜະ​ລິດ​ໃນ ສະ​ຫະ​ລັດ ເຊິ່ງ​ ໂປ​ແລນ ໄດ້​ຊື້, ເຂົ້າ​ຮ່ວມ​ໃນ​ການ​ເດີນ​ສວນ​ສະ​ໜາມກອ​ງ​ທັບ​ໃນ​ນະ​ຄອນຫຼວງ ວໍ​ຊໍ, ໂປ​ແລນ, 25 ສິງ​ຫາ 2023.
ລົດ​ຖັງ Abrams ທີ່​ຜະ​ລິດ​ໃນ ສະ​ຫະ​ລັດ ເຊິ່ງ​ ໂປ​ແລນ ໄດ້​ຊື້, ເຂົ້າ​ຮ່ວມ​ໃນ​ການ​ເດີນ​ສວນ​ສະ​ໜາມກອ​ງ​ທັບ​ໃນ​ນະ​ຄອນຫຼວງ ວໍ​ຊໍ, ໂປ​ແລນ, 25 ສິງ​ຫາ 2023.

ລົດ​ຖັງ Abrams M1A1 ທີ່​ຖືກ​ຜະ​ລິດ​ໃນ ສະ​ຫະ​ລັດ ທັງ​ໝົດ 31 ຄັນ​ທີ່​ໄດ້​ສັນ​ວ່າ​ຈະ​ມອບ​ໃຫ້ ກີ​ຢິບ ໂດຍ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ໄດ້​ໄປ​ຮອດ​ ຢູ​ເຄ​ຣນ ແລ້ວ, ອີງ​ຕາມກອງ​ທັບ ສະ​ຫະ​ລັດ.

ພັນ​ເອກ ມາ​ຕິນ ໂອດອນ​ແນ​ລ໌, ໂຄ​ສົກ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ກອງ​ທັບ​ບົກ​ ສະ​ຫະ​ລັດ ໃນຢູ​ໂຣບ ແລະ ອາ​ຟ​ຣິ​ກາ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ​ຊາວ ຢູ​ເຄ​ຣນ ທຸກ​ຄົນ​ທີ່​ໄດ້​ຝຶກ​ຊ້ອມ ກ່ຽວ​ກັບ ລົດ​ຖັງ​ດັ່ງ​ກ່າວ​ກັບ​ກອງ​ກຳ​ລັງ ສະ​ຫະ​ລັດ ໃນ ເຢຍ​ຣະ​ມັນ ກໍ​ໄດ້​ເດີນ​ທາງ​ກັບ​ໄປ ຢູ​ເຄ​ຣນ ເຊັ່ນ​ກັນ, ພ້ອມ​ກັບ​ລູກ​ປືນ ແລະ ເຄື່ອງ​ອາ​ໄຫຼ່​ຕ່າງໆ​ຂອງ​ລົດ​ຖັງ​ນັ້ນ.

ທ່ານ ໂອດອນ​ແນ​ລ໌ ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໄດ້​ສັນ​ຍາ​ໄວ້. ຈາກ​ຈຸດນີ້​ເປັນ​ຕົ້ນ​ໄປ, ມັນ​ຈະ​ຂຶ້ນ​ນຳ​ເຂົາ​ເຈົ້າ​ທີ່​ຈະ​ພິ​ຈາ​ລະ​ນາ​ວ່າ​ເວ​ລາ​ໃດ ແລະ ຢູ່​ບ່ອນໃດ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ນຳ​ໃຊ້​ຄວາມ​ສາ​ມາດນີ້.”

ບັນ​ດາ​ເຈົ້າ​ໜ້າ​ທີ່ກອງ​ທັບ​ເວົ້າ​ວ່າ​ມັນ​ອາດ​ໃຊ້​ເວ​ລາ​ກ່ອນ​ທີ່​ລົດ​ຖັງ Abrams ຈະ​ຖືກ​ສົ່ງ​ໄປ​ສະ​ໜາມ​ລົບ, ໃນ​ຂະ​ນະ​ທີ່ກອງ​ທະ​ຫານ ຢູ​ເຄ​ຣນ ຮັບ​ປະ​ກັນ​ວ່າ​ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ອົງ​ປະ​ກອບ​ການ​ສະ​ໜັບ​ສະ​ໜູນ​ຕ່າງໆ ແລະ ພິ​ຈາ​ລະ​ນາ​ເວ​ລາ ແລະ ສະ​ຖານ​ທີ່​ທີ່​ຈະ​ໃຊ້​ລົດ​ຖັງ​ນັ້ນ​ເພື່ອ​ຜົນ​ສະ​ທ້ອນ​ທີ່​ດີ​ທີ່​ສຸດ​ຕໍ່​ກອງ​ກຳ​ລັງ ຣັດ​ເຊຍ.

ທ່ານ ໂອດອນ​ແນ​ລ໌ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ຢູ​ເຄ​ຣນ ຈະ​ຮອບ​ຄອບ ກ່ຽວ​ກັບ ເວ​ລາ ແລະ ສະ​ຖານ​ທີ່ໆ​ເຂົາ​ເຈົ້າ​ຈະ​ໃຊ້​ມັນ. ລົດ​ຖັງ Abrams ແມ່ນ​ນຶ່ງ​ໃນ​ລົດ​ຫຸ້​ເກາະ​ທີ່​ດີ​ທີ່​ສຸດ, ແຕ່​ມັນ​ບໍ່​ແມ່ນ​ຂໍ້​ແກ້​ໄຂ​ບັນ​ຫ​າ​ທີ່​ງ່າຍ​ຕໍ່​ບັ​ນ​ຫາ​ທີ່​ຊັບ​ຊ້ອນ. ແຕ່​ໃນ​ທີ່​ສຸດ, ມັນ​ແມ່ນ​ການ​ພິ​ຈາ​ລະ​ນາ​ຂອງ ຢູ​ເຄ​ຣນ ທີ່​ຈະບັນ​ລຸ​ຄວາມສຳ​ເລັດ​ທີ່​ສຳ​ຄັນ​ທີ່​ສຸດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG