ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ອາລຈີເຣຍ ຕັດຫົວ ນັກເດີນປ່າ ຝຣັ່ງ (ສະໄລດ໌/ວີດີໂອ)


algeriafrancekilling25sptember14
please wait

No media source currently available

0:00 0:01:17 0:00

ກຸ່ມ​ຫົວ​ຮຸນ​ແຮງ​ອາລຈີ​ເຣຍກຸ່ມ​ນຶ່ງ​ ທີ່​ເປັນເຄືອຂ່າຍກັບ​ກຸ່ມ​ລັດ​
ອິສລາມ ​ໄດ້​ຕັດ​ຫົວນັກເດີນ​ປ່າ​ຝຣັ່ງຄົນ​ນຶ່ງ​ທີ່​ຖືກ​ລັກ​ຈັບ​ໂຕ​ໄປ​
ໃນ​ຕົ້ນ​ສັບປະດາ​ນີ້.

ພາບ​ວີ​ດີ​ໂອ​ທີ່​ນຳອອກເຜີຍແຜ່ທາງອິນເຕີແນັດ​ສະ​ແດງ​ໃຫ້​ເຫັນ
​ກຸ່ມ ​ທີ່​ເອີ້ນ​ຕົນເອງວ່າ “ພວກທະຫານລັດ​ອິສລາມ” ຍໍ​ຫົວ​ຂອງ​
ນາຍ Herve Gourdel ​ໄວ 55 ປີ ທີ່ຖືກ​ລັກ​ຈັບ​ໂຕ​ໄປ​ໃນ​ວັນ​ອາ
ທິດ​ຜ່ານ​ມາ​ນີ້ ​ໃນ​ຂະນະ​ທີ່​ຜູ້​ກ່ຽວ​ຍ່າງ​ໄປ​ຕາມ​ປ່າ ​ກັບ​ເພື່ອນ​ຝູງ​
ໃນ​ເຂດພູ​ເຂົາ​ແຫ່ງ​ນຶ່ງ​ໃນ​ອາລຈີ​ເຣຍ.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ປະນາມການ
​ຄາດ​ຕະກຳນີ້​ວ່າ “​ໂຫດ​ຫ້ຽມ​ແລະ​ຂີ້​ຂາດ.”

​ໃນ​ຕົ້ນ​ສັບປະດາ​ນີ້ ກຸ່ມ​ດັ່ງກ່າວ​ໄດ້​ຂົ່ມຂູ່​ທີ່​ຈະ​ສັງຫານ​ນາຍ Gourdel ຍ້ອນ​ຝຣັ່ງ​ເຂົ້າ​
ຮ່ວມ​ໃນ​ການ​ຖິ້ມ​ລະ​ເບີດ​ໃ​ສ່ພວກ​ນັກ​ຕໍ່ສູ້​ລັດ​ອິສລາມ​ໃນ​ອີຣັກນັ້ນ.

​ໃນ​ການ​ກ່າວ​ປາ​ໄສ​ ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະ​ຫະປະຊາ​ຊາດ ທ່ານ Hollande ​
ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຝຣັ່ງຈະ​ສືບ​ຕໍ່ສູ້​ລົບ​ກັບ​ພວກ​ລັດ​ອິສລາມ​ຕໍ່​ໄປ​ໃນ​ອີຣັກ ​ເຖິງ​ແມ່ນໄດ້​ຮັບ​ຂ່າວ​ການ​ຕາຍ​ຂອງ​ນັກ​ເດີນ​ປ່າ​ຄົນ​ນີ້​ກໍ​ຕາມ ຊຶ່ງ​ທ່ານ​ກ່າວ​ວ່າ “ຝຣັ່ງບໍ່​ເຄີຍ​ຍິນ​ຍອມ​
ຕໍ່​ການ​ຂູ່​ເຂັນ ຕໍ່​ການ​ກົດ​ດັນ​ ຕໍ່​ພຶດຕິ​ກຳ​ແບ​ປ່າ​ເຖື່ອນ​ໃດ​ໆ. ​ໃນ​ທາງ​ກົງກັນຂ້າມ​ນັ້ນ ຝຣັ່ງຮູ້ຈັກ​ດີ​ວ່າ​ຕົນ​ຄາດຫຍັງ​ໄວ້ ຝຣັ່ງຮູ້ຈັກ​ຄຸນຄ່າ​ຂອງ​ຕົນ​ດີ ຝຣັ່ງຮູ້ ຈັກ​ວ່າ ຕົນ​ມີ​ບົດບາດ​ທີ່​ຈະ​ຕ້ອງ​ໄດ້​ເຮັດ ​ແລະ​ຕົນ​ຈະ​ບໍ່​ຍິນ​ຍອມ​ຈັກ​ເທື່ອ.”

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໄດ້​ຕັດ​ຫົວ​ຄົນ​ອະ​ເມຣິກັນ 2 ຄົນ ​ແລະ​ຄົນ​ອັງກິດ​ຄົນ​ນຶ່ງ​ມາ​ແລ້ວ ​ໃນ​ທຳນອງ​ດຽວ​ກັນ​ນີ້ ຕັ້ງ​ແຕ່​ຕົ້ນ​ເດືອນ​ສິງຫາ.

XS
SM
MD
LG