ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ອາລຈີເຣຍ ປ່ວຍເປັນລົມ ສາລະບາດ (ວີດິໂອ)


ທ່ານ Abdelaziz Bouteflika ປະທານາທິບໍດີ ອາລຈີເຣຍທີ່ເປັນ stroke ແບບບໍ່ຮ້າຍແຮງ
ທ່ານ Abdelaziz Bouteflika ປະທານາທິບໍດີ ອາລຈີເຣຍທີ່ເປັນ stroke ແບບບໍ່ຮ້າຍແຮງ
ເຈົ້າໜ້າທີ່ອາລຈີເຣຍເວົ້າວ່າ ປະທານາທິບໍດີ Abdelaziz
Bouteflika ເປັນໃນສິ່ງທີ່ເອີ້ນກັນວ່າ ໂຣກລົມສາລະບາດ
ຫລື stroke ແບບບໍ່ຮ້າຍແຮງ ແລະກໍາລັງນອນຢູ່ທີ່ໂຮງໝໍ
ແຫ່ງນຶ່ງໃນປະເທດຝຣັ່ງ ເພື່ອຕິດຕາມເບິ່ງອາການ.

ນາຍົກລັດຖະມົນຕີ Abdelmalek Sellal ໄດ້ໃຫ້ການຢືນຢັນ
ຕໍ່ຂ່າວດັ່ງກ່າວໃນຕອນແລງວັນເສົາວານນີ້ ໂດຍເວົ້າວ່າ ອາ
ການຂອງປະທານາທິບໍດີບໍ່“ສາຫັດ” ແຕ່ຢ່າງໃດ. ທ່ານອີກກ່າວ
ວ່າ ປະທານາທິບໍດີ ມີອາການເສັ້ນເລືອດຕີບຕັນຊົ່ວຄາວໃນ
ວັນເສົາວານນີ້ ແລະກໍາລັງນອນພັກຜ່ອນຢູ່ໃນຂະນະທີ່ພວມລໍ
ຖ້າໃຫ້ພວກນາຍແພດກວດເພີ້ມເຕີມອີກ.

ທ່ານ Bouteflika ໄດ້ປົກຄອງອາລຈີເຣຍມາແຕ່ປີ 1999 ແລະເຊື່ອກັນວ່າ ມີສຸຂະພາບ
ຊຸດຊມໃນຊຸມປີໝໍ່ໆມານີ້. ທ່ານບໍ່ຄ່ອຍອອກໄປປະກົດຕົວຕໍ່ທີ່ສາທາລະນະ. ທ່ານໄດ້ລິ
ເລີ້ມການປະຕິຮູບທາງການເມືອງໃນປີ 2011 ເພື່ອເປັນການສະໜອງຕອບຕໍ່ການລຸກຮື
ຂຶ້ນຢ່າງໃຫຍ່ຂອງປະຊາຊົນ ທີ່ກ່ຽວພັນກັບຂະບວນການລຸກຮືຂຶ້ນໃນລະດູບານໃໝ່ຂອງ
ຊາວອາຣັບ ຫລື Arab Spring.

ອາລຈີເຣຍແມ່ນເປັນປະເທດທີ່ຮັ່ງມີທີ່ສຸດປະເທດນຶ່ງໃນທະວີບອາຟຣິກາ ແລະກໍເປັນປະ
ເທດທີ່ສະໜອງອາຍແກັສທໍາມະຊາດອັນດັບນຶ່ງ ໃຫ້ແກ່ທະວີບຢູໂຣບ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG