ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄົນ​ງານ ຕ່າງ​ດ້າວ 37 ຄົນ ​ເສຍຊີວິດ ທີ່ບໍ່ແກັສ ອາລຈີເຣຍ .


ນາຍົກລັດຖະມົນຕີ ອາລຈີເຣຍ ທ່ານ Abdelmalek Sellal ກ່າວໃນ ກອງປະຊຸມຖະແຫຼງຂ່າວ ທີ່ອາລຈີເຣຍ.
ນາຍົກລັດຖະມົນຕີ ອາລຈີເຣຍ ທ່ານ Abdelmalek Sellal ກ່າວໃນ ກອງປະຊຸມຖະແຫຼງຂ່າວ ທີ່ອາລຈີເຣຍ.
ນາຍົກລັດຖະມົນຕີອາລຈີ​ເລຍ ກ່າວ​ວ່າ ວິ​ກິດ​ການ​ລັກພາໂຕ
ປະກັນ​ໃນ​ອາທິດ​ແລ້ວ​ ຢູ່​ທີ່ບໍ່​ແກັສຂະໜາດ​ໃຫຍ່​ ໃນ​ເຂດ​ທະ​
ເລ​ຊາຍທີ່​ສອກຫຼີກ ຫ່າງ​ໄກ ​ໄດ້​ສີ້​ນສຸດ​ລົງ​ດ້ວຍການ​ເສຍ​ຊີ​ວິດ​
ຂອງຄົນ​ງານຕ່າງ​ດ້າວ 37 ຄົນແລ​ະ​ອີກ​ຫ້າ​ຄົນຍັງ​ຫາຍ​ສາບ​ສູນ.

ຢູ່​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ
Abdelmalek Sellal ​ໄດ້​ໃຫ້​ລາຍ​ລະອຽດ​ເ​ຄັ້ງ​ທໍາ​ອິດ ກ່ຽວ​ກັບ​ເຫ​ດການ​ທີ່ບໍ່​ແກັສທຳ​ມະຊາດ In Amenas ​ໃນພາກ​ຕາ​ເວັນ​ອອກ​ຂອງອາລຈີ​ເຣຍ ບ່ອນ​ທີ່ ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ ​ເຂົ້າ​ຍຶດ​ເອົາໂຕປະກັນ​ໂຕ​ຫລາຍ​ສິບ​ຄົນ ​ໃນ​ວັນ​ພຸດແລ້ວ​ນີ້.

ທ່ານ Sellal ບໍ່​ໄດ້​ເປີດ​ເຜີຍໃຫ້​ຊາບ ​ກ່ຽວ​ກັບ​ສັນຊາດ​ຂອງ​ໂຕ​ປະກັນ ຊາວ​ຕ່າງປະ​ເທດ​ທີ່​ເສຍ​ຊີວິດ ​ໂດຍກ່າວແຕ່​ພຽງວ່າ​ ເຈັດ​ຄົນ​ຍັງ​ບໍ່​ທັນ​ໄດ້​ພິສູດ​ເທື່ອ ​ເພາະວ່າ​ຮ່າງກາຍ​ຂ​ອງ​ເຂົາ​ເຈົ້າ ຖືກ​ທໍາລາຍ​ຈົນ​ຈື່​ບໍ່​ໄດ້. ບັນດາ​ເຈົ້າ​ໜ້າ​ທີ່​ຕ່າງປະ​ເທດ ​ໄດ້ໃຫ້ການ​ຢືນຢັນກ່ຽວ​ກັບການ​ເສຍ​ຊີ ວິດ​ຂອງຊາວ​ຍີ່ປຸ່ນ​ ເຈັດ​ຄົນ ​ຟິລິບ​ປີນ​ ຫົກ​ຄົນ ອາ​ເມຣິກັນ ສາມ​ຄົນ ອັງກິດ ສາມ​ຄົນ ​ໂຣມາ​ເນຍ ສອງ​ຄົນ ສັນຊາດ​ຝຣັ່ງ ນຶ່ງ​ຄົນ ​ແລະ​ໂຄລົມ​ເບຍ ນຶ່ງ​ຄົນ. ​

ໂຕ​ເລກ​ທີ່ບັນດາ​ເຈົ້າ​ໜ້າທີ່​ແຈ້ງ​ໃຫ້​ຊາບ​ນັ້ນຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ມີຊາວ​ຕ່າງປະ​ເທດ
ຫລາຍ​ກວ່າ​ຫ້າຄົນ ​ໄດ້​ຫາຍ​ສາບ​ສູນ.

ນາຍົກລັດຖະມົນ​ຕີອາລ​ຈີ​ເຣຍ ກ່າວ​ວ່າ ຊາວ​ອາລຈີ​ເຣຍ ຄົນ​ນຶ່ງ​ໄດ້​ຖືກ​ສັງຫານ​ໃນ​ລ​ະ
ຫວ່າງ​ທີ່​ເກີດ​ວິ​ກິດ​ການ​ແລະ​ໜ່ວຍ​ຮັກສາ​ຄວາມ​ປອດໄພ​ ຂອງອາລຈີ​ເຣຍ ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ 29 ຄົນແລະຈັບ​ໄດ້​ອີກ​ສາມ​ຄົນ ​ໃນ​ລະຫວ່າງ​ການປະຕິບັດ​ງານ ​ບຸກ​ເຂົ້າ​ໄປ​ປ່ອຍ​ໂຕ​ປະກັນ. ທ່ານ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ທີ່​ມີຮວມ​ທັງ​ສັນຊາດອາລຈີ​ເຣຍ ອີ​ຈິ​ບ ມາລີ ​ໂມຣີຕາ​ເນຍ ​ໄນ​ເຈີ ​ແລະຕູ​ນີ​ເຊຍ ພ້ອມ​ທັງ​ຊາວ​ກາ​ນາ​ດາ​ທີ່​ມີ​ຊື່ ວ່າ Chedad ຊຶ່ງ​ທ່ານອະພິ​ບາຍ​ວ່າ​ ເປັນ​ຜູ້ປະສານ​ງານຂອງ​ການ​ລັກ ພາ​ໂຕ​ໃນ​ຄັ້ງນີ້.

ກ່ຽວຂ້ອງກັນ

XS
SM
MD
LG