ຝ່າຍຄ້ານໃນອາລຈີເຣຍ ພາກັນຊົມເຊີຍການເດີນຂະບວນ
ຕໍ່ຕ້ານລັດຖະບານ ທີ່ບໍ່ຄ່ອຍຈະເກີດຂື້ນ ຢູ່ນະຄອນຫລວງ
Algiers ທີ່ໄດ້ດໍາເນີນໄປ ເຖິງແມ່ນໄດ້ມີການເສີມກໍາລັງຕໍາ ຫລວດຕ້ານການປະທ້ວງ ຫລາຍພັນຄົນກໍຕາມ.
ພວກນັກເຄຶ່ອນໄຫວຈໍານວນປະມານ 2 ພັນຄົນໄດ້ໂຮມ
ຊຸມຂຸມກັນທີ່ ຈະຕຸລັດ May 1st ຫລືວັນທີ 1 ພຶດສະພາ
ຂອງເມືອງຫລວງໃນວັນເສົາວານນີ້ ແລະໄດ້ຮຽກຮ້ອງ
ໃຫ້ປະທານາທິບໍດີອາລຈີເຣຍ ທ່ານ Abdelaziz
Bouteflika ລາອອກຈາກຕໍາແໜ່ງ ໂດຍໄດ້ຮັບຄວາມ
ຈູງໃຈຈາກການລຸກຮືຂື້ນ ທີ່ໄດ້ໂຄ່ນລົ້ມປະທານາທິບໍດີຕູນີເຊຍໃນເດືອນຜ່ານມາ ແລະປະທາ ນາທິບໍດີອີຢິບ ໃນອາທິດແລ້ວນັ້ນ. ພວກນັກເຄຶ່ອນໄຫວຫລາຍຄົນໄດ້ກະໂດດຂ້າມ ແລະ ແຫຍ້ຕົວອ້ອມສິ່ງປີດກັ້ນຂອງຕໍາຫລວດ ເພື່ອເຂົ້າໄປໃຫ້ ເຖິງບ່ອນປະທ້ວງນັ້ນ.
ລັດຖະບານອາລຈີເຣຍ ໄດ້ສົ່ງກໍາລັງຕໍາຫລວດອອກໄປປະຕິບັດໜ້າທີ່ ເກືອບ 30,000 ຄົນ
ເພື່ອປ້ອງກັນບໍ່ມີການປະທ້ວງໃດໆຂອງຝ່າຍຄ້ານ. ພວກຕໍາຫລວດໄດ້ສະກັດກັ້ນພວກນັກ
ເຄຶ່ອນໄຫວ ທີ່ສາມາດເຂົ້າໄປເຖິງຈະຕຸລັດນັ້ນ ບໍ່ໃຫ້ເດີນຂະບວນຜ່ານຕົວເມືອງຫລວງຕາມ ແຜນການນັ້ນ.
ທ່ານ Bouteflika ເຂົ້າດໍາລົງຕໍາແໜ່ງປະທານາທິບໍດີ ອາລຈີເຣຍ ມາຕັ້ງ ແຕ່ປີ 1999
ໂດຍທີ່ຊາວອາລຈີເຣຍ ຫລາຍໆຄົນເຫັນວ່າ ທ່ານເປັນຜູ້ນໍາທີ່ ກົດຂີ່ບໍ່ເອົາຫົວຊາຕໍ່ການ
ລົດຜ່ອນຄວາມທຸກຈົນຂອງຊາວອາລຈີເຣຍ ທີ່ມີຢູ່ຢ່າງກວ້າງຂວາງ ແລະອັດຕາການ
ຫວ່າງງານສູງ ຊຶ່ງລ້ວນແລ້ວແຕ່ເປັນປັດໃຈທີ່ຫລໍ່ລ້ຽງໃຫ້ເກີດການປະຕິວັດຂື້ນໃນອີຈິບ ແລະຕູນີເຊຍນັ້ນ.
ຄວາມເຄັ່ງຕຶງໄດ້ເພີ່ມທະວີຂື້ນໃນອາລຈີເຣຍຕັ້ງແຕ່ຕົ້ນເດືອນມັງກອນຜ່ານມານີ້ ຫລັງຈາກ
ທີ່ມີປະຊາຊົນຢ່າງນ້ອຍສາມຄົນ ໄດ້ຖືກຂ້າຕາຍໃນເຫດການກໍ່ຈະລາຈົນ ເປັນເວລາຫລາຍ
ວັນ ກ່ຽວກັບບັນຫາລາຄາອາຫານທີ່ຖີບຕົວສູງຂື້ນນັບມື້ ໃນອາລຈີເຣຍນັ້ນ.
ທ່ານ Bouteflika ໄດ້ຕອບສະໜອງການ ໂດຍໃຫ້ສັນຍາວ່າຈະຍົກເລີກພາວະສຸກເສີນ ທີ່
ໄດ້ໃຊ້ມາເປັນເວລາ 19 ປີນັ້ນ ໃນອະນາຄົດອັນໃກ້ໆນີ້.