ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ກອງທັບ ອາລຈີເຣຍ ຕົກ ເຮັດໃຫ້ ມີຜູ້ເສຍຊີວິດ 257 ຄົນ


ພວກນັກດັບໄຟ ແລະ ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ພົນລະເຮືອນ ກຳລັງປະຕິບັດງານ ຢູ່ບ່ອນເຮືອບິນທະຫານຕົກ ໃນເມືອງ ບູຟາຣິກ, ໃກ້ໆກັບນະຄອນຫຼວງ ຂອງອາລຈີເຣຍ, ວັນທີ11 ເມສາ 2018.
ພວກນັກດັບໄຟ ແລະ ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ພົນລະເຮືອນ ກຳລັງປະຕິບັດງານ ຢູ່ບ່ອນເຮືອບິນທະຫານຕົກ ໃນເມືອງ ບູຟາຣິກ, ໃກ້ໆກັບນະຄອນຫຼວງ ຂອງອາລຈີເຣຍ, ວັນທີ11 ເມສາ 2018.

ເຮືອບິນຂົນສົ່ງຂອງກອງທັບອາລຈີເຣຍລຳນຶ່ງ ທີ່ລຳລຽງທະຫານ ໄດ້ປະສົບອຸບັດຕິເຫດ
ຕົກ ໃນວັນພຸດມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 257 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນລຳນີ້ໄດ້ປະສົບອຸບັດຕິເຫດຕົກ ໃກ້ໆຖານທັບອາກາດ​ບູຟາຣິກ
(Boufarik) ບໍ່ດົນຫລັງຈາກທີ່ໄດ້ບິນຂຶ້ນຈາກເດີ່ນ.


ກະຊວງປ້ອງກັນປະເທອາລຈີເຣຍ ກ່າວວ່າ ເຮືອບິນລຳນີ້ ມີກຳນົດທີ່ຈະເດີນ ທາງໄປ
ເມືອງທິນດູຟ (Tindouf) ທີ່ຕັ້ງຢູ່ໃນພາກຕາເວັນຕົກສຽງໃຕ້ຂອງອາລ
ຈີເຣຍ.

ສາເຫດທີ່ພາໃຫ້ເຮືອບິນຕົກ ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ ໃນເວລານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG