ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາລຈີເຣຍ ຍຶດເອົາ ໂຮງງານ ແກັສທໍາມະຊາດ ຈາກພວກກໍ່ການຮ້າຍ ໄດ້ແລ້ວ (ສະໄລດ໌)

ກໍາມະກອນຟີລິບປິນ ທີ່ໄດ້ຮັບການຍົກຍ້າຍ ອອກຈາກ ອາລຈີເຣຍ ເພື່ອຄວາມປອດໄພ ໄດ້ໄປເຖິງສະໜາມບິນສາກົນ Ninoy Aquino ໃນກຸງມະນີລາ ໃນວັນທີ 20 ມັງກອນ 2013. ມີກໍາມະກອນຟີລິບປິນ ຫລາຍກວ່າ 30 ຄົນ ທີ່ເຮັດວຽກຢູ່ໃນ ໂຮງງານກັ່ນແກັສທໍາມະຊາດ ຢູ່ທະເລຊາຍ ຊຶ່ງຕັ້ງຢູ່ 700 ກິໂລແມັດ (430 ໄມລ) ຫ່າງຈາກບ່ອນທີ່ ພວກອິສລາມ ຫົວຮຸນແຮງ ຈັບພວກຄົນຕ່າງປະເທດ ເປັນຕົວປະກັນ.

ຄາດກັນວ່າ ນາຍົກລັດຖະມົນຕີອາລຈີເຣຍຈະປະກາດໃນວັນຈັນ
ມື້ນີ້ ກ່ຽວກັບລາຍລະອຽດຫລ້າສຸດ ກ່ຽວກັບການປະຕິບັດງານ
ຂອງກອງທັບໃນການບຸກເຂົ້າຍຶດເອົາໂຮງງານກັ່ນແກັສທໍາມະ
ຊາດ ຢູ່ທະເລຊາຍຄືນຈາກພວກກໍ່ການຮ້າຍທີ່ໄດ້ເຮັດໃຫ້ຢ່າງ
ໜ້ອຍ 80 ຄົນເສຍຊີວິດ ຊຶ່ງລວມທັງພວກຫົວຮຸນແຮງນໍາ.

ຈໍານວນຜູ້ເສຍຊີວິດໃນວິກິດການດັ່ງກ່າວໄດ້ຖີບຕົວສູງຂຶ້ນໃນ
ວັນອາທິດ ວານນີ້ ເມື່ອເຈົ້າໜ້າທີ່ ທີ່ໄປກວດທົ່ວບໍລິເວນໂຮງ
ງານ ໄດ້ພົບອີກ 25 ສົບ ຊຶ່ງພວກເຂົາເຈົ້າເວົ້າວ່າ ສົບຢູ່ໃນສະ
ພາບທີ່ເຮັດໃຫ້ຍາກທີ່ຈະບອກໄດ້ວ່າ ແມ່ນສົບຂອງພວກຫົວ
ຮຸນແຮງ ຫລື ພວກຖືກຈັບເປັນຕົວປະກັນ ກັນແທ້.

ທາງດ້ານເຈົ້າໜ້າທີ່ຟີລິບປິນກ່າວໃນວັນຈັນມື້ນີ້ວ່າ 6 ຄົນໃນ
ຈໍານວນຜູ້ໄດ້ຮັບເຄາະຮ້າຍນັ້ນ ແມ່ນຄົນຟີລິບປິນ ແລະພົນລະເມືອງຂອງຕົນອີກ 4 ຄົນ ຍັງຫາຍສາບສູນຢູ່.

ໃນຈໍານວນຜູ້ເສຍຊີວິດນັ້ນ ຫລາຍຄົນແມ່ນພວກຖືກຈັບເປັນຕົວປະກັນ ຊາວຕ່າງຊາດ ທີ່ຖືກກັກຂັງໄວ້ ໃນເວລາທີ່ພວກອີສລາມຫົວຮຸນແຮງ ເຂົ້າຍຶດເອົາໂຮງງານແກັສທໍາມະ ຊາດ In Amenas ໃນວັນພຸດແລ້ວນີ້. ມາຮອດປັດຈຸບັນ ມີຄົນສັນຊາດອັງກິດ, ໂຣເມ
ເນຍ, ສະຫະລັດ, ຍີ່ປຸ່ນ, ແລະຝຣັ່ງ ຖືກຢືນຢັນວ່າ ເສຍຊີວິດໄປແລ້ວ.

ຜູ້ນໍາຂອງພວກອີສລາມຫົວຮຸນແຮງທີ່ຊື່ Mokhtar Belmokhtar ໄດ້ອ້າງເອົາຄວາມຮັບ ຜິດຊອບຕໍ່ການໂຈມຕີດັ່ງກ່າວ. ຢູ່ໃນວີດິໂອ ທີ່ສາຍອອກທາງອິນເຕີເນັດ ໃນວັນອາທິດ ວານນີ້ ຜູ້ກ່ຽວເວົ້າວ່າ ຕົນໄດ້ປະຕິບັດ ການໃນນາມຂອງເຄືອຂ່າຍ al-Qaida ແລະເວົ້າ ວ່າ ມີພວກຫົວຮຸນແຮງ 40 ຄົນ ທີ່ມາຈາກທັງປະເທດມຸສລິມ ແລະຕາເວັນຕົກ ເປັນຜູ້ປະ
ຕິບັດ ການບຸກລຸກເຂົ້າຍຶດເອົາໂຮງງານແກັສທໍາມະຊາດດັ່ງກ່າວ.

ພາບຫລ້າສຸດກ່ຽວກັບເຫດການລັກພາຕົວໃນອາລຈີເຣຍ:

XS
SM
MD
LG