ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະດຳເນີນ ທຸກມາດຕະການ ເພື່ອປົກປ້ອງ ໂຕປະກັນ (ສະໄລດ໌/ວີດິໂອ ກ່ຽວຂ້ອງ)


ພວກໂຕປະກັນຈຳນວນນຶ່ງ ໃຫ້ພວກນັກຂ່າວຖ່າຍຮູບ ທີ່ບໍ່ແກັສ Ain Amenas ໃນເຂດທະເລຊາຍ ປະເທດອາລຈີເຣຍ (18 ມັງກອນ 2013)
ພວກໂຕປະກັນຈຳນວນນຶ່ງ ໃຫ້ພວກນັກຂ່າວຖ່າຍຮູບ ທີ່ບໍ່ແກັສ Ain Amenas ໃນເຂດທະເລຊາຍ ປະເທດອາລຈີເຣຍ (18 ມັງກອນ 2013)
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon
Panetta ກ່າວວ່າ ວໍຊິງຕັນຈະເອົາບາດກ້າວທີ່ຈຳເປັນທຸກຢ່າງ
ເພື່ອປົກປ້ອງຄຸ້ມຄອງຊາວອາເມຣິກັນ ຈາກການຂົ່ມຂູ່ຂອງພວກ
ຫົວຮຸນແຮງໃນອາລຈີເຣຍ ແລະແຫ່ງອື່ນໆຢູ່ໃນຂົງເຂດ.

ໃນການສົນທະນາກ່ຽວກັບວິກິດການໂຕປະກັນທີ່ອາລຈີເຣຍນັ້ນ
ທ່ານ Panetta ກ່າວຕໍ່ໂທລະພາບບີບີຊີ ຂອງອັງກິດ ທີ່ກຸງລອນ
ດອນ ໃນວັນເສົາມື້ນີ້ວ່າ ສະຫະລັດຈະຊ່ອຍປະເທດຕ່າງໆປ້ອງ
ກັນບໍ່ໃຫ້ພວກມຸສລິມຫົວຮຸນແຮງສ້າງຕັ້ງຄ້າຍຂອງພວກເຂົາຂຶ້ນ
ຢູ່ໃນຂົງເຂດ. ທ່ານເວົ້າວ່າເປົ້າໝາຍກໍຄືປ້ອງກັນບໍ່ໃຫ້ກຸ່ມກໍ່ການ
ຮ້າຍອາລຄາອີດາ ທຳການກໍ່ການຮ້າຍແບບດຽວກັນກັບທີ່ພວມ
ເກີດຂຶ້ນຢູ່ໃນອາລຈີເຣຍເວລານີ້.

ໃນມື້ວັນສຸກວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າທ່ານນາງມີຄວາມວິຕົກກັງວົນເປັນທີ່ສຸດກ່ຽວກັບວິກິດການໂຕປະກັນທີ່ຍັງດຳເນີນ ຢູ່ຕໍ່ມາໃນປະເທດອາລຈີເຣຍ ແລະຮຽກຮ້ອງໃຫ້ລັດຖະບານອາລຈີເຣຍ ດຳເນີນການທຸກ ສິ່ງຢ່າງ ທີ່ຢູ່ໃນອຳນາດຂອງຕົນເພື່ອຊ່ອຍປົກປ້ອງຊີວິດໂຕປະກັນເຫຼົ່ານີ້.

ທ່ານນາງ Clinton ໃຫ້ຄວາມເຫັນດັ່ງກ່າວຂະນະທີ່ລາຍງານຈາກອົງການຂ່າວຂອງອາລ ຈີເຣຍແຈ້ງວ່າ ມີຊາວອາລຈີເຣຍແລະຊາວຕ່າງປະເທດ ຢ່າງໜ້ອຍ 12 ຄົນໄດ້ເສຍຊີວິດ ຫຼັງຈາກການບຸກໂຈມຕີຂອງທະຫານອາລຈີເຣຍ.

ເຈົ້າໜ້າທີ່ສະຫະລັດໃຫ້ການຢືນຢັນໃນຕອນແລງຂອງວັນມື້ສຸກວານນີ້ວ່າ ມີຊາວອາເມຣິ ກັນຄົນນຶ່ງ ຮວມຢູ່ໃນພວກທີ່ເສຍຊີວິດ.

ທ່ານນາງ Clinton ເອີ້ນສະຖານະການດັ່ງກ່າວວ່າມີຄວາມຍຸ່ງຍາກແລະເປັນອັນຕະລາຍ ທີ່ສຸດ ແຕ່ກໍເວົ້າວ່າ ຍ້ອນຄວາມເປັນຫ່ວງໃນດ້ານຄວາມໝັ້ນຄົງ ທ່ານນາງ ຈຶ່ງບໍ່ສາມາດ ໃຫ້ລາຍລະອຽດຫຍັງຫຼາຍໄປກວ່ານີ້.

ການໂຈມຕີຢູ່ອາລຈີເຣຍ ສ້າງຄວາມໂກດແຄ້ນ ແລະຢ້ານກົວໃນທົ່ວຢູໂຣບ:

Anger, Fear Sweep Europe After Algeria Attack
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ


ກ່ອນໜ້ານັ້ນ ອົງການຂ່າວຂອງທາງການອາລຈີເຣຍລາຍງານວ່າ ໂຕປະກັນຊາວຕ່າງປະ
ເທດເກືອບ 100 ຄົນ ທີ່ຖືກຈັບໄວ້ໂດຍພວກຫົວຮຸນແຮງອິສລາມໃນມື້ວັນພຸດຜ່ານມາໄດ້ ຖືກປ່ອຍໃຫ້ເປັນອິດສະຫຼະ ແລະອີກ 30 ກວ່າຄົນຍັງບໍ່ຮູ້ຈັກຊະຕາກຳເທື່ອ.

ແຕ່ແນວໃດກໍຕາມ ການໄດ້ຮັບຂໍ້ມູນທີ່ຖືກຕ້ອງຈາກອາລຈີເຣຍແມ່ນພິສູດໃຫ້ເຫັນວ່າຍຸ່ງ ຍາກຫຼາຍ ໃນຂະນະທີ່ວິກິດການດັ່ງກ່າວ ດຳເນີນມາເປັນເວລາຫຼາຍມື້ຫຼັງຈາກໄດ້ມີການ ຈັບໂຕປະກັນແລ້ວ.

XS
SM
MD
LG