ວິກິດການໂຕປະກັນທີ່ບໍ່ແກັສຂະໜາດໃຫຍ່ແຫ່ງນຶ່ງໃນເຂດທະ
ເລຊາຍອາລຈີເຣຍກ້າວເຂົ້າສູ່ມື້ທີ 3 ໃນວັນສຸກມື້ນີ້ໂດຍທີ່ຍັງບໍ່ ທັນໄດ້ຮັບຂ່າວຫຍັງຫລາຍ ກ່ຽວກັບຊະຕາກຳ ຂອງພວກທີ່ຖືກ
ຈັບຢູ່ທີ່ນັ້ນ.
ກຳລັງຂອງອາລຈີເຣຍໄດ້ບຸກເຂົ້າໄປໃນບໍ່ແກັສ Ein Amenas
ໃນວັນພະຫັດວານນີ້ ໂດຍໄດ້ປ່ອຍຄົນງານ ຊາວຕ່າງປະເທດ
ແລະພວກຄົນງານທ້ອງຖິ່ນ ຈຳນວນນຶ່ງ ແຕ່ເຮັດໃຫ້ໂຕປະກັນ
ແລະພວກລັກພາໂຕຈຳນວນຫຼາຍໆຄົນເສຍຊີວິດ.
ລັດຖະບານຕ່າງປະເທດ ທີ່ບໍ່ໄດ້ມີການແຈ້ງໃຫ້ຊາບລ່ວງໜ້າ
ກ່ຽວກັບການບຸກໂຈມຕີນັ້ນແມ່ນມີຄວາມກັງວົນພະຍາຍາມທີ່
ຈະເຂົ້າໃຈ ກ່ຽວກັບສະພາບການຂອງໂຕປະກັນຊາວຕ່າງປະ
ເທດ 41 ຄົນ ທີ່ມີລາຍງານວ່າຖືກຈັບໄວ້ທີ່ນັ້ນ.
ມີຊາວຕ່າງປະເທດຢ່າງໜ້ອຍ 4 ຄົນໄດ້ຮັບການຢືນຢັນຈາກລັດຖະບານຂອງພວກເຂົາ ເຈົ້າວ່າປອດໄພແລ້ວ ຊຶ່ງສາມຄົນໃນຈຳນວນນີ້ແມ່ນເປັນຊາວຍີ່ປຸ່ນແລະອີກຄົນນຶ່ງເປັນ ຊາວໄອແລນ. ສ່ວນຊະຕາກຳຂອງໂຕປະກັນອື່ນໆຊຶ່ງລາຍງານແຈ້ງວ່າ ມີຮວມທັງຊາວ ອາເມຣິກັນ ຍີ່ປຸ່ນ ນໍເວ ໂຣເມເນຍ ຟີລິບປິນ ອັງກິດ ຝຣັ່ງ ມາເລເຊຍແລະອອສເຕຣຍນັ້ນ ຍັງບໍ່ຮູ້ວ່າເປັນຕາຍຮ້າຍດີປະການໃດ.