ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ສະຫະພາບຢູໂຣບ ແລະສະຫະລັດ ກ່າວຊົມເຊີຍ ການເລືອກຕັ້ງ ທີ່ອາລຈີເຣຍ (ສະໄລດ໌)


ທ່ານ Daho Ould Kablia ລັດຖະມົນຕີພາຍໃນອາລຈີເຣຍ ກ່າວຕໍ່ກອງປະຊຸມ ນັກຂ່າວ ເພື່ອປະກາດຜົນຂອງການເລືອກຕັ້ງສະພາໃຫ້ຮູ້ໃນກຸງ Algiers. ວັນທີ 13 ພຶດສະພາ 2012.

ສະຫະພາບ​ຢູ​ໂຣບ​ແລະ​ສະຫະລັດ​ໄດ້ໃຫ້ການສະໜັບສະໜຸນ​ແກ່​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ອາລຈີ​ເຣຍ ​ໃນ​ຖານະ​ເປັນ​ບາດກ້າວ​ອັນ​ນຶ່ງ​ທີ່​ສໍາຄັນໄປ​ສູ່​ການ​ປະຕິ​ຮູບ ​ເຖິງ​ແມ່ນ​ພວກ​ຝ່າຍ​ຄ້ານ​ບາງ​ກຸ່ມ​ສະ​ແດງ​ຄວາມລະ​ແວງ​ສົງ​ໄສ​ອອກ​ມາວ່າ ການເລືອກ​ຕັ້ງຄັ້ງ​ນີ້​ເປັນ​ການ
ຫລອກ​ລວງກໍ​ຕາມ.

​ແລະທ່ານ Jose Salafranca ຫົວໜ້າ​ທີ​ມ​ສັງ​ເກດ​ການຂອງສະຫະ​ພາ​ບຢູ​ໂຣບ​ ກໍໄດ້​ຕໍາ​ໜິຕິຕຽນ​ອາລຈີ​ເຣຍ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ບໍ່​ຍອມ​ອະນຸຍາດ​ໃຫ້​ພວກ​ນັກ​ສັງ​ເກດ​ການ​ຕ່າງປະ​ເທດ ໄດ້​ເບິ່ງບັນຊີ​ລາຍ​ຊື່​ຂອງ​ຜູ້​ສະມັກ​ໃນ​ທົ່ວ​ປະ​ເທດ​ນັ້ນ​ໄດ້ຢ່າງ​ເສລີ​ ຊຶ່ງ​ທ່ານ​ກ່າວວ່າ ​ບັນດາ​ເຈົ້າ​ໜ້າ​ທີ່​ກໍາກັບ​ການ​ເລືອກ​ຕັ້ງ​ໄດ້​ຮັບປາກ​ໄວ້ກ່ອນແລ້ວ​ວ່າ ການ​ເລືອກ​ຕັ້ງຄັ້ງ​ນີ້​ຈະ​ໂປ່​ງ​ໃສ​ຫລາຍກ່ວາ​ເກົ່າ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ໄດ້​ກ່າວ​ຊົມ​ເຊີຍ​ປະຊາຊົນ​ອາລຈີ​ເຣຍ ທີ່​ໄດ້​ພາກັນ​ອອກ​ມາສະ​ແດງ​ເຈດ​ຕະລົມ​ຂອງເຂົາ​ເຈົ້າ ​ແລະ​ທ່ານ​ນາງ​ໄດ້ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ພວກ​ແມ່ຍິງ​ທີ່​ຖືກ​ເລືອກ​ຕັ້ງ​ໃນ​ຈໍານວນຫລາຍຂຶ້ນ​ນັ້ນ.

ພັກລັດຖະບານທີ່​ປົກຄອງ​ອາລຈີ​ເຣຍ​ໃນ​ປັດຈຸບັນ ຄື​ພັກແນວ​ໂຮມ​ປົດ​ປ່ອຍ​ຊາດ ​ໄດ້​ຮັບ​ບ່ອນ​ນັ່ງ 220 ບ່ອນ​ໃນ​ຈໍານວນ​ 462 ບ່ອນ​ນັ່ງ​ໃນ​ສະພານິຕິບັນຍັດ​ນັ້ນ. ສ່ວນພັກ​ຊຸມນຸມ​ປະຊາທິປັດ​ແຫ່ງ​ຊາດ ຫຼື National Democratic Rally ທີ່​ເອີ້ນຊື່​ຫຍໍ້ເປັນ​ພາສາ​ຝຣັ່ງວ່າ RND ​ໄດ້​ຮັບ​ບ່ອນນັ່ງຫຼາຍ​ອັນ​ດັບ​ສອງ ທີ່​ອໍານວຍໃຫ້​ພັນທະ​ມິດ​ທີ່​ນິຍົມ​ລັດຖະບານໄດ້​ຮັບສຽງ​ຂ້າງ​ຫຼາຍ​ຢ່າງ​ສະບາຍ​ຢູ່​ໃນສະພາ​ແຫ່ງ​ຊາດ​.

ບັນດາ​ພັກ​ຝ່າຍ​ຄ້ານ​ກ່າວ​ວ່າ ​ໄດ້​ມີ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ ​ແລະ​ຊຸກຍູ້ໃຫ້​ບັນດາ​ນັກ​ສັງ​ເກດ​ການ​ການ​ເລືອກ​ຕັ້ງ​ຕ່າງປະ​ເທດ​ທວງ​ໃຫ້​ພວກ​ເຈົ້າໜ້າ​ທີ່​ຮັບຜິດຊອບ​ໃນ​ເລື້ອງ​ນີ້.

XS
SM
MD
LG