ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ກຸ່ມປະສົມ ພັກອິສລາມ ເສຍໄຊ ໃນການເລືອກຕັ້ງ ຢູ່ອາລຈີເຣຍ (ວີດີໂອກັບສະໄລດ໌)


ລັດຖະມົນຕີກະຊວງພາຍໃນອາລຈີເຣຍ ທ່ານ Daho Ould Kablia ປະກາດຜົນການເລືອກຕັ້ງ ໃນການຖະແຫຼງຂ່າວ ທີ່ນະຄອນຫຼວງ Algiers (11 ພຶດສະພາ 2012)

ກຸ່ມປະສົມສາສະໜາອິດ​ສະ​ລາ​ມນິຍົມ​ແນວທາງ​ປານ​ກາງ ​ໄດ້​ເສຍ​ໄຊໃນ​ວັນ​ສຸກວານ​ນີ້ ​ເວລາ
​ພັກ​ທີ່​ໄດ້​ປົກຄອງອາລ​ຈີ​ເຣຍມາ​ເປັນ​ເວ​ລາ 50 ປີໄດ້​ກາຍ​ເປັນ​ພັກທີ່​ໄດ້​ຮັບ​ຄະ​ແນນ​ຫຼາຍກວ່າ​
ໝູ່ ຈາກ​ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ.

ພັກ​ແນວ​ໂຮມ​ປົດ​ປ່ອຍ​ແຫ່ງ​ຊາດ ຫຼື The National Liberation Front ຊຶ່ງ​ເປັນ​ພັກການ
​ເມືອງ​ທີ່​ຄອບ​ງຳ​ໃນ​ປະຫວັດ​ສາດຂອງອານລຈີ​ເຣຍ ໄດ້​ຊະນະ 220 ບ່ອນ​ນັ່ງ ຈາກ​ຈໍານວນ
​ບ່ອນ​ນັ່ງທັງ​ໝົດ 462 ບ່ອນ​ ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ສະພາ​ແຫ່ງ​ຊາດ​ ທີ່​ມີ​ຂຶ້ນໃນ​ມື້ວັນ
​ພະຫັດຜ່ານ ​ເພີ່ມຂື້ນ​ຈາກ 136 ບ່ອນ​ນັ່ງ​ທີ່​ພັກ​ດັ່ງກ່າວຄວບ​ຄຸມຢູ່​ໃນ​ປັດຈຸບັນ​ນີ້. ຜົນ​ການ
​ເລືອກ​ຕັ້ງດັ່ງກ່າວໄດ້​ປະກາດ​ໃຫ້​ຊາບໃນກອງ​ປະຊຸມຖະ​ແຫຼງຂ່າວໃນ​ວັນ​ສຸກ​ວານ​ນີ້ໂດຍລັດ
ຖະມົນຕີກະຊວງ​ພາຍ​ໃນອາລຈີ​ເຣຍ ທ່ານ Daho Ould Kablia.

ພັນທະ​ມິດ​ຂອງພັກສາ​ສະໜາອິສລາ​ມນິຍົມ​ແນວທາງ​ປານ​ກາງກ່າວອ້າງ​ວ່າ ຕົນໄດ້​ຊະນະ
66 ບ່ອນ​ນັ່ງ ​ແລະ​ກ່າວຕື່ມ​ວ່າ “ມີ​ການສໍ້​ໂກງຄະແນນ​ເກີດ​ຂຶ້ນຢ່າງ​ກວ້າງຂວາງ.”

​ແຕ່​ຫົວໜ້າ​ຄະນະສັງ​ເກດການ​ໆ​ເລືອກ​ຕັ້ງຂອງສະຫະພາບ​ຢູ​ໂຣບກ່າວວ່າ ມີ​ການ​ລົງ​ຄະ
​ແນນ​ສຽງທີ່​ຜິດ​ປົກກະ​ຕິ​ຢູ່​ເລັກ​ນ້ອຍ.

ປະມານເຄິ່ງນຶ່ງຂອງພັກ​ການ​ເມືອງ​ 44 ​ພັກ​ ທີ່​ເຂົ້າ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ ໄດ້​ລົງ​ທະ
ບຽນຢ່າງ​ຖືກຕ້ອງຕາມ​ກົດໝາຍໃນ​ປີ​ນີ້. ມັນ​ເປັນ​ການ​ໄດ້​ຮັບໄຊຊະນະ​ ທີ່​ເຂັ້ມແຂງກວ່າ​
ເກົ່າ​ຂອງ​ພັກສາ​ສະໜາອິສ​ລາ​ມໃນ​ການ​ເລືອກ​ຕັ້ງ​ເທື່ອທໍ​າອິດ​ຂອງອາລຈີ​ເຣຍນັບ​ຕັ້ງ​ແຕ່
​ໄດ້​ເກີດ​ການ ລຸກ​ຮື​ຂຶ້ນ​ໃນ​ລະດູບານ​ໃໝ່​ຂອງ​ຊາວ​ອາຣັບ ທີ່​ອາດ​ເປັນ​ການ​ສະທ້ອນຂອງ
ທ່າ​ອຽງ​ຢູ່​ໃນປະ​ເທດ Morocco ຕູ​ນີ​ເຊຍ ​ແລະອີ​ຈິບ.

ບັນ​ດານັກ​ເຄື່ອນໄຫວຝ່າຍ​ຄ້ານ ​ຊຶ່ງ​ໄດ້ກ່າວ​ອ້າງ​ເຖິງຄວາມ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈທີ່​ຍັງ​ດຳ​ເນີນ
​ຢູ່​ຕໍ່​ມາ​ກ່ຽວ​ກັບ​ຄໍາ​ໝັ້ນ​ສັນຍາ​ຂອງ​ລັດຖະບານທີ່​ຈະ​ປະຕິ​ຮູບ​ນັ້ນ ​ໄດ້​ຮຽກຮ້ອງບໍ່​ໃຫ້​ບັນ
ດາຜູ້​ປ່ອນ​ບັດພາກັນໄປ​ປ່ອນ​ບັດ.

ກະຊວງພາຍ​ໃນ​ອາລຈີ​ເຣຍກ່າວ​ວ່າ ມີຜູ້ໄປປ່ອນ​ບັດ 44 ​ເປີ​ເຊັນປຽບທຽບ​ໃສ່ການ​ປ່ອນ​
ບັດ​ໃນ​ປີ 2007 ທີ່​ມີຜູ້​ໄປ​ບ່ອນ​ບັດ​ໜ້ອຍ​ສຸດ​ເປັນ​ປະຫວັດ​ການ 37 ​ເປີ​ເຊັນ​.

ປະທານາທິບໍດີ Addelaziz Bouteflika ​ໄດ້​ປະກາດ​ການ​ປະຕິ​ຮູ​ບລັດຖະທຳ​ມະນູນຫຼາຍ
ຢ່າງ ຫລັງ​ຈາກ​ເກີດ​ການ​ປະ​ທ້ວງ​ຮຽກຮ້ອງ​ເອົາປະຊາທິປະ​ໄຕ​ໃນ​ປີ​ກາຍ​ນີ້.

ນອກ​ນັ້ນ ລັດຖະບານ​ຂອງ​ທ່ານ ແມ່ນນັບ​ເປັນ​ເທື່ອ​ທໍາ​ອິດໄດ້​ອະນຸຍາດ​ໃຫ້​ບັນດາ​ຜູ້​ສັງ​ເກດ
​ການຈາກ​ຕ່າງປະ​ເທດເຂົ້າໄປ​ຕິດຕາມ​ເບິ່ງ​ການ​ເລືອກ​ຕັ້ງ ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ໃນ​ການ​ດຳ
​ເນີນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ມີຄວາມ​ໂປ່​ງ​ໃສ​ຫຼາຍຂຶ້ນ.

ສະພາແຫ່ງ​ຊາດ​ຊຸດ​ໃໝ່ຈະ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ການ​ດັດ​ແປງ​ແກ້​ໄຂລັດຖະທຳ​ມະນູນ
ຕາມ​ທີ່​ໄດ້​ສະ​ເໜີໄປແລ້ວນັ້ນ ​ແລະ​ກະກຽມ​ການເລືອກ​ຕັ້ງ​ປະທານາທິບໍດີ​ ໃນ​ປີ 2014.

XS
SM
MD
LG