ຫຼັງຈາກທີ່ທາງເຮົາໄດ້ອອກອາ ກາດການສຳພາດກັບຄູ່ສາມີ
ພັນລະຍາ ທ່ານບຸນທະວີໄຊແລະຍານາງ ຈໍດານາ
ບຸນຊ່ວຍ ຜູ້ຊຶ່ງເປັນບິດາມານດາຂອງທິດາວັນ ບຸນຊ່ວຍ
ຫຼື ອາເລ໊ກຊານດຣາ ໄປແລ້ວນັ້ນ ກໍໄດ້ມີທັງທ່ານຜູ້ຟັງ
ຂຽນຝາກຂໍ້ຄວາມແລະຂຽນ email ເຂົ້າມາຫາທາງເຮົາ
ຢ່າງຫຼວງຫຼາຍ ຢາກຮູ້ຢາກເຫັນເລື່ອງລາວແລະຂ່າວຄືບ
ໜ້າກ່ຽວກັບນັກຮ້ອສາວ ອາເລ໊ກຊານດຣາຄົນນີ້ ວ່າໄປ
ຢູ່ໃສ ເພາະໄດ້ຫ່າງຫາຍຈາກວົງການບັນເທີງໄປດົນເຕີບ.
ແລະມື້ນີ້ ວັນນະສອນກໍໄດ້ສຳພາດກັບ ອາເລ໊ກຊານດຣາ
ຈາກນະຄອນຫລວງວຽງຈັນ ຊຶ່ງນາງໄດ້ກັບຄືນໄປໄປຢາມ
ບ້ານຫຼັງຈາກສຳເລັດການສຶກສາຈາກຍີ່ປຸ່ນແລະໄດ້ຫອບ
ຫີ້ວຄວາມສຳເລັດໄປໃຫ້ພໍ່ແມ່ໄດ້ຊື່ນຊົມ ຫຼັງຈາກທີ່ໃຊ້ເວລານານກ່ວາສອງປີ ສຶກສາຕໍ່ປລິນ
ຍາໂທທາງດ້ານ Media Design.ຂໍເຊີນທ່ານຮັບຟັງບົດສຳພາດແບບເປັນກັນເອງໄດ້ເລີຍ.
ນ້ອງ ອາເລ໊ກຊານດຣາ
ໄດ້ອະທິບາຍເຖິງຄວາມຮູ້
ສຶກຂອງນາງໃຫ້ພວກເຮົາ
ຟັງ ເປັນບາງສວ່ນດັ່ງຕໍ່ໄປນີ້:
“…ແບບວ່າ ບໍ່ຢາກແຕ່ງມົ້ວ
ຊົ້ວ ຊານດຣາ ຄອຍ່ໆພັດ
ທະນາຕົວເອງໄປເລື້ອຍໆ.
ຖ້າຊານດຣາມີຜົນງານໃໝ່ໆ
ອອກມາ ຊານດຣາກໍຢາກ
ນຳສິ່ງໃໝ່ໆອອກມາຈາກ
ຕົວຂອງຊານດຣາພັດທະນາ
ຕົວເອງໄປເລື້ອຍ ເພງກໍຕ້ອງ
ມີຄວາມໝາຍແລະຕ້ອງມີ
ອີ່ຫຍັງພິເສດໃນເພງນັ້ນ…”
“…ຊານດຣາຢາກບອກວ່າຖ້າເຮົາມິຄວາມຝັນເນາະ ຢ່າທໍ້ແທ້ກັບມັນຖ້າວ່າມັນຫຍຸ້ງ
ຍາກຂຶ້ນມາ ໃຫ້ຕໍ່ສູ້ເນາະ ຖ້າວ່າເຮົາລົ້ມຄັ້ງນີ້ ເຮົາກໍລອງໃໝ່ ສູ້ ຕ້ອງໃຈແຂງ
ແລະກໍທຸກຢ່າງຈະດີຂຶ້ນເອງໃນຕອນສຸດທ້າຍ ຢາກຈະໃຫ້ທຸກຄົນຕາມຫາຄວາມຝັນ
ຄົ້ນຫາຄວາມຝັນຂອງຕົວ ເອງໃຫ້ສຳເລັດ…”
“…ເຈົ້າ, ອັນນີ້ ຊານດຣາກໍຢາກຈະຂອບມຈຢ່າງເລິກເຊິງເນາະ ເພາະວ່າ ສອງປີ
ເຄິ່ງທີ່ວ່າ ຊານດຣາໄດ້ຈາກວົງການໄປ ແລະກໍຍັງມີແຟນຄລັບທີ່ຕິດຕາມຜົນງານ
ແລະຖາມຂ່າວຄາວ ສົ່ງຂອງຂັວນ ສົ່ງດອກໄມ້ມາໃຫ້ຊານດຣາ ເປັນປະຈຳເນາະ ໃນທຸກຄັ້ງທີ່ ຊານດຣາກັບມາລາວ ແລະກັບໄປຍີ່ປຸ່ນ ຄືທຸກຄົນຍັງ ຫ່ວງໃຍຊານດຣານີ້ ຊານດຣາຊາບຊຶ້ງໃຈແທ້ໆ ແລະຢາກຈະຂອບໃຈທຸກໆຄົນເນາະ
ສຳລັບແຟນຄລັບທີ່ໄດ້ສົ່ງແຮງໃຈມາໃຫ້ຊານດຣາ ມີກຳລັງໃຈທີ່ຈະສ້າງຜົນ ງານໃໝ່ໆອອກມາອີກຄັ້ງນຶ່ງ ແລ້ວຊານດຣາຢາກຈະໃຫ້ທຸກໆຄົນ ລໍຖ້າຜົນງານໃໝ່ ທີ່ຈະອອກມາເນາະ ເພາະມັນຈະແຕກຕ່າງຈາກທີ່ຊານດຣາເຄີຍເຮັດມາ…”
ບົດບາດຂອງສາວນ້ອຍສຽງໃສຢ່າງນ້ອງ Alexandra ຈະດຳເນີນໄປຢ່າງໃດໃນອານາຄົດ
ຂ້າງໜ້ານັ້ນບໍ່ມີໃຜຢັ່ງຮູ້ ແຕ່ທີ່ສຳຄັນສຸດແລະແນ່ນອນທີ່ສຸດ ກໍຄືວ່າ Alexandra ຈະສືບຕໍ່
ສ້າງຜົນງານທາງດ້ານການບັນເທິງໃຫ້ພວກເຮົາໄດ້ຕິດຕາມຢ່າງຕໍ່ເນື່ອງ ຊຶ່ງຜົນງານເພງຊຸດໃໝ່
ກໍກຳລັງກະກຽມຢູ່ໃນຂະນະນີ້
ແລະທາງເຮົາກໍຈະຄອຍເປັນ
ກຳລັງໃຈແລະຂໍໃຫ້ນ້ອງ
Alexandra ກ້າວໄປເຖິງເສັ້ນ
ໄຊແລະຈຸດໝາຍປາຍທາງທີ່
ໝາຍໝັ້ນຕັ້ງໃຈໄວ້ທຸກໆປະການ.
ແລະນັ້ນ ກໍຄືຄຳເວົ້າບາງສ່ວນທີ່ ອາເລ໊ກຊານດຣາໄດ້ໂອ້ລົມກັບເຮົາ. ຂໍເຂີນທ່ານຮັບຟັງ
ບົດສຳພາດທັງໝົດໂດຍການຄລິກສັນຍາລັກທີ່ເປັນຮູບໂທລະໂຄ່ງ.