ເຈົ້າໜ້າທີ່ອິນໂດເນເຊຍ ໄດ້ຍົກລະດັບການເຕືອນ ກ່ຽວກັບພູໄຟ ທີ່ເກາະບາຫລີຊຶ່ງ
ເປັນບ່ອນຕາກອາກາດທີ່ມີຊື່ສຽງຂຶ້ນສູງສຸດ ຍ້ອນຢ້ານວ່າ ພູໄຟດັ່ງກ່າວອາດຈະລະ
ເບີດໃນໄວໆນີ້.
ປະຊາຊົນ ແລະພວກນັກທ່ອງທ່ຽວຫຼາຍພັນຄົນ ໄດ້ຖືກຍ້າຍອອກຈາກບ້ານຕ່າງໆ
ໃກ້ໆພູໄຟ Agung ຊຶ່ງໄດ້ລະເບີດຂຶ້ນເທື່ອຫລ້າສຸດ ເມື່ອ 50 ປີກ່ອນ.
ເຈົ້າໜ້າທີ່ໄດ້ເຕືອນຜູ້ຄົນ ບໍ່ໃຫ້ພາກັນເດີນປ່າ ໃນລັດສະໝີ 9 ກິໂລແມັດຫ່າງຈາກ
ປາກພູໄຟ ທີ່ໄດ້ສົ່ງຄວັນອອກມາ ປົກຄຸມສະຖານບ່ອນທ່ອງທ່ຽວທີ່ໄດ້ຮັບຄວາມນິ
ຍົມໃນເກາະດັ່ງກ່າວ.
ໃນອາທິດນີ້ ໄດ້ເກີດການສັ່ນສະເທືອນຂະໜາດນ້ອຍຫຼາຍຮ້ອຍເທື່ອ ທີ່ພູໜ່ວຍນີ້
ຊຶ່ງຕັ້ງປະມານ 70 ກິໂລແມັດຫ່າງຈາກເມືອງກູຕ້າ ຊຶ່ງເປັນສະຖານທີ່ທ່ອງທ່ຽວສຳ
ຄັນ ໄປທາງພາກຕາເວັນອອກສຽງເໜືອ. ເຈົ້າໜ້າທີ່ ເວົ້າວ່າ ໄດ້ມີການຍົກຍ້າຍຜູ້
ຄົນເກືອບ 10,000 ຄົນອອກໄປຈາກບໍລິເວນດັ່ງກ່າວ ແລະຄາດວ່າ ຈະມີການຍົກ
ຍ້າຍຜູ້ຄົນອອກໄປຕື່ມອີກ.
ທ່ານ Sutopo Nugroho ຈາກອົງການຄຸ້ມຄອງໄພພິບັດແຫ່ງຊາດ ກ່າວວ່າ “ການ
ເຄື່ອນໄຫວຂອງພູໄຟຍັງສູງຢູ່ແລະມີຮ່ອງຮອຍສະແດງໃຫ້ເຫັນວ່າລະດັບຂອງແມັກ
ມາໄດ້ສູງຂຶ້ນຈົນລົ້ນອອກມາ.”
ທ່ານກ່າວວ່າ “ບໍ່ຄວນມີກິດຈະການໃດໆເລີຍຂອງຜູ້ຄົນ ພາຍໃນລັດສະໝີທີ່ກຳນົດ
ໄວ້ ໃນກໍລະນີທີ່ມີການລະເບີດຂຶ້ນ.”
ເຈົ້າໜ້າທີ່ກ່າວວ່າ ການປະຕິບັດງານໃນດ້ານການທ່ອງທ່ຽວຢູ່ໃນເຂດອື່ນໆຂອງ
ເກາະດັ່ງກ່າວ ບໍ່ໄດ້ມີການລົບກວນແຕ່ປະການໃດ. ຖ້ຽວບິນຕ່າງໆທີ່ສະໜາມບິນ
ສາກົນບາຫລີ ແມ່ນມີກັນຕາມໝາຍກຳນົດທີ່ເປັນປົກກະຕິ.