ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ສຳລັບວັນ
ພະຫັດມື້ນີ້ ເຮົາຂໍແນະນຳໃຫ້ທ່່ານຮູ້ຈັກກັບ ຍານາງອາລີນາ ອິນທາລີ ຜູ້ນຳພານັກທ່ອງ
ທ່ຽວ ແລະຊີມລົດຊາດອາຫານ ຢູ່ໃນນະຄອນຫຼວງວໍຊິງຕັນ. ຍານາງ ອາລີນາ ເກີດຢູ່
ໃນ ສະຫະລັດ ມີຄວາມສົນໃຈດ້ານປະຫວັດສາດ, ເຄຫາສະຖານ ແລະບ່ອນທ່ອງທ່ຽວ
ທີ່ສຳຄັນຕ່າງໆ. ໜ້າທີ່ໃນວຽກງານຂອງຍານາງ ອາລິນາ ມີຫຍັງແດ່ນັ້ນ ກິ່ງສະຫວັນ
ຈະນຳມາສະເໜີທ່ານ.
ນະຄອນຫຼວງວໍຊິງຕັນ ຂອງ ສະຫະລັດ ຕັ້ງຢູ່ແຄມແມ່ນໍ້າໂພໂຕແມັກ (Potomac) ມີ
ເນື້ອທີ່ຢູ່ 68,34 ຕະລາງໄມ ແລະມີປະຊາກອນຢູ່ປະມານ 692,683 ພັນຄົນ. ຊາຍ
ແດນທາງທິດຕາເວັນອອກຕິດກັບລັດແມຣີແລນ (Maryland) ແລະ ລັດເວີຈີເນຍ ຢູ່
ທິດຕາເວັນຕົກສຽງໃຕ້ (virginia). ນະຄອນຫຼວງວໍຊິງຕັນ ປະກອບດ້ວຍສາມສາຂາ
ປົກຄອງຄື ລັດຖະສະພາ, ສານສູງສຸດ ແລະ ທໍານຽບຂາວ. ຕິດຕາມດ້ວຍກະຊວງຂອງ
ລັດຖະບານກາງຕ່າງໆ, ມີສະໜາມຫຼວງຮ້ອງວ່າ DC Mall ອ້ອມລ້ອມໄປດ້ວຍຫໍພິພິດ
ທະພັນແຫ່ງຊາດຈຳນວນຫຼາຍ.
ພ້ອມກັນນັ້ນຍັງເປັນທີ່ຕັ້ງຂອງສະຖານທູດຕ່າງປະເທດຈາກທົ່ວໂລກ ແລະສູນກາງວັດ
ທະນາທຳຫຼາຍກວ່າ 175 ແຫ່ງ. ນອກນັ້ນກໍມີຮ້ານອາຫານນາໆຊາດນ້ອຍ ແລະໃຫຍ່
ແລະສະຖານທີ່ທ່ອງທ່ຽວທີ່ດຶງດູດຄົນຢູ່ໃນປະເທດ ແລະຈາກຕ່າງປະເທດ
ຍານາງ ອາລີນາ ອິນລາລີ (Aleena Inthaly) ອາຍຸ 32 ປີ ເກີດຢູ່ເມືອງ ອາເລັກຊານ
ເດຣຍ ໃນລັດເວີຈີເນຍຕິດກັບຊາຍແດນນະຄອນຫຼວງວໍຊິງຕັນ. ອາລິນາ ຊ່ຽວຊານການ
ນຳທ່ຽວ ແລະຊອກຮັບປະທານອາຫາຕ່າງໆ. ລາວຮູ້ຈັກທຸກແຫ່ງນະຄອນຫຼວງວໍຊິງຕັນ.
ໝ້າທີ່ວຽກງານຂອງ ອາລິນາ ກໍຄືພາພວກນັກທ່ອງທ່ຽວຍ່າງຢ້ຽມຊົມອະນຸສາວະລີຫໍພິ
ພິດທະພັນທີ່ມີຊື່ສຽງ ຕ່າງໆຂອງ ສະຫະລັັດ. ອາລິນາ ເຮັດວຽກນີ້ມາໄດ້ເຈັດກວ່າປີ
ແລ້ວ ຊຶ່ງ ອາລີນາ ໄດ້ກ່າວຕໍ່ ວີໂອເອ ຟັງກ່ຽວກັບໜ້າທີ່ວຽກງານວ່າ:
ກ່ອນໜ້ານີ້ ອາລິນາ ເຄີຍເຮັດວຽກນຳພານັກທ່ອງທ່ຽວໃຫ້ແກ່ບໍລິສັດທ່ອງທ່ຽວ ແຫ່ງນຶ່ງ
ໃນນະຄອນຫຼວງວໍຊິງຕັນ ແລະ ຕໍ່ມາໄດ້ເຮັດເປັນຂອງຕົນເອງ. ວຽກງານນຳທ່ຽວນີ້ ອາລິ
ນາ ຕ້ອງໄດ້ຮຽນຮູ້ຈັກປະຫວັດຄວາມເປັນມາຕ່າງໆ ເພື່ອອະທິບາຍ ແລະຕອບຄຳຖາມ
ຈາກຜູ້ມາທ່ຽວຊົມທີີ່ເປັນຊາວອາເມຣິກັນ ທີ່ເດີນທາງມາຈາກລັດຕ່າງໆ ແລະມາຈາກຕ່າງ
ປະເທດຊຶ່ງ ອາລິນາ ໄດ້ກ່າວສູ່ຟັງດັ່ງນີ້:
ແຕ່ລະມື້ ອາລິນາ ນຳພາກຸ່ມນັກທ່ອງທ່ຽວປະມານ 10 ຄົນ ມື້ນຶ່ງສີ່ຊົວໂມງ. ຫຼັງຈາກນັ້ນກໍ
ເຮັດວຽກບໍ່ເຕັມເວລາໃຫ້ແກ່ ອົງການມໍລະດົກຫຼັງສົງຄາມ ຫຼື Legacy of War ຢູ່ໃນນະ
ຄອນຫຼວງວໍຊິງຕັນ ຊຶ່ງ ອາລິນາ ໄດ້ອະທິ ບາຍສູ່ຟັງວ່າ:
ຕາມປົກກະຕິແລ້ວ ລະດູຮ້ອນເປັນລະດູທີ່ມີນັກທ່ອງທ່ຽວພາກັນເດີນທາງມາ ຢ້ຽມຢາມ
ຈາກລັດຕ່າງໆຢູ່ໃນສະຫະລັັດ ແລະ ຕ່າງປະເທດຫຼາຍທີ່ສຸດ ມັນເປັນເວລາທີ່ພວກນັກ
ຮຽນພາກັນພັກສົກປີການຮຽນ ແລະ ຜູ້ຄົນພາກັນພັກລະດູຮ້ອນ ຊຶ່ງ ອາລິນາ ໄດ້ກ່າວ
ມ້ວນທ້າຍສູ່ຟັງດັ່ງນີ້:
ອາລິນາ ອິນທາລີ ແມ່ນຍິງຊາວໜຸ່ມອາເມຣິກັນເຊື້ອສາຍລາວລຸ້ນໃໝ່ ສຳເລັດການສຶກ
ສາປະລິນຍາຕີຝ່າຍລັດຖະສາດ ແລະພົວພັນຕ່າງປະເທດ ຈາກມະຫາວິ ທະຍາໄລ
Commonwealthof Virginia. ອາລິນາ ໄດ້ເກີດໃຫຍ່ຢູ່ໃນເຂດນະຄອນຫຼວງວໍຊິງຕັນ
ແລະເຫັນຄວາມສຳຄັນຕໍ່ສິ່ງແວດລ້ອມ. ວຽກງານຜູ້ນຳ ທ່ຽວ ຫ໌ື Tour Guide ເປັນວຽກ
ທີ່ມ່ວນຊື່ນໄດ້ມີໂອກາດພົບພໍ້ກັບຄົນທີ່ີມາຈາກລັດຕ່າງໆ ແລະປະເທດຕ່າງໆ.