ພວກນັກວິທະຍາສາດ ໄດ້ພາກັນກ່າວຫາ ອຸດສາຫະກຳຜະລິດເຫຼົ້າ ວ່າໃຫ້ຂໍ້ມູນທີ່ຜິດໆ
ແກ່ສາທາລະນະຊົນ ເລື່ອງການເຊື່ອມໂຍງລະຫວ່າງການດື່ມເຫຼົ້າ ກັບໂຣກມະເຮງ.
ພວກນັກຄົ້ນຄວ້າ ຈາກມະຫາວິທະຍາໄລລອນດອນ ຂະແໜງອະນາໄມ ແລະໂຣກ
ເຂດຮ້ອນ ຫຼື London School of Hygiene and Tropical Medicine ປຽບທຽບບົດບາດດັ່ງກ່າວ ໃສ່ກັບຄວາມພະຍາຍາມຂອງອຸດສາຫະກຳ ຢາສູບ ທີ່ໂຕ້ແຍ້ງ
ເລື່ອງການເຊື່ອມໂຍງ ລະຫວ່າງ ການສູບຢາ ກັບໂຣກມະເຮັງໃນປອດ ຊຶ່ງວັນນະສອນ
ຈະມີລາຍງານຈາກ Henry Ridgwell ມາສະເໜີທ່ານ.
ພວກນັກຄົ້ນຄວ້າ ພາກັນເບິ່ງ website ຂອງ 28 ອົງການຢູ່ໃນທົ່ວໂລກ ທີ່ເປັນຕົວ
ແທນໃຫ້ອຸດສາຫະກຳຜະລິດເຫຼົ້າ ແລ້ວກໍສະຫຼຸບວ່າ ຕົກມາເຖິງດຽວນີ້ ພວກນີ້ສ່ວນ
ໃຫຍ່ ແມ່ນພາກັນບິດເບືອນ ຫຼືບໍ່ ກໍບໍ່ເວົ້າບໍ່ຖືກ ກ່ຽວກັບຫຼັກຖານຂອງຄວາມສ່ຽງຕໍ່
ໂຣກມະເຮັງ ທີ່ເຊື່ອມໂຍງກັບເຫຼົ້າ.
ທ່ານ Mark Petticrew ອາຈານສອນ ທີ່ມະຫາວິທະຍາໄລລອນດອນ ຂະແໜງ
ອະນາໄມ ແລະໂຣກເຂດຮ້ອນເວົ້າວ່າ “ເພາະສະນັ້ນຈຶ່ງວ່າ ສິ່ງທີ່ທ່ານອາດຈະ
ເຫັນຢູ່ແມ່ນເລື່ອງບັນຫາທາງສຸຂະພາບ ທີ່ພົວພັນກັບການດື່ມເຫຼົ້າ ທີ່ກ່າວເຖິງຢູ່
ໃນໜ້າ website, ແຕ່ວ່າ ເລື່ອງໂຣກມະເຮັງແມ່ນ ຂາດຫາຍໄປ ຫຼືບໍ່ ກໍເປັນບາງ
ແບບສະເພາະ ແມ່ນຂາດຫາຍໄປ ໂດຍສະເພາະມະເຮັງເຕົ້ານົມ ຫຼື ມະເຮັງລຳໄສ້.”
ອົງການພັນທະມິດນາໆຊາດທີ່ມີຫ້ອງການຢູ່ນະຄອນຫຼວງວໍຊີງຕັນ ທີ່ຮັບຜິດຊອບ
ເລື່ອງການດື່ມເຫຼົ້າ ຫຼື IARD ແມ່ນຖືກກ່າວຫາວ່າ ເຮັດໃຫ້ມະຫາຊົນເຂົ້າໃຈຜິດ
ກ່ຽວກັບການສ່ຽງຕໍ່ການຕິດແປດໂຣກມະເຮງບາງຢ່າງ ທັງພະຍາຍາມທີ່ຈະສ້າງ
ຄວາມສັບສົນໃນບັນຫາດັ່ງກ່າວ ໂດຍຍົກເອົາປັດໃຈຕ່າງໆເຂົ້າມາຫຍຸ້ງນຳ.
ຂອງຄວາມສ່ຽງຕ່າງໆ ທັງຫຼາຍນັ້ນ.
ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກໂດຍ VOA ນັ້ນ ອົງການ IARD ໄດ້ໂຕ້ແຍ້ງ
ບົດສະຫຼຸບວ່າ “ພວກເຮົາມີຄວາມເຊື່ອໃນການແບ່ງປັນ ຫຼັກຖານທາງວິທະຍາສາດ
ປັດຈຸບັນ ທັງຢືນຢູ່ກັບຂໍ້ມູນທີ່ມີພ້ອມທີ່ພວກເຮົາ ໄດ້ຈັດພິມລົງ ກ່ຽວກັບການດື່ມ
ສຸລາແລະສຸຂະພາບ.”
ພວກຜູ້ຂຽນບົດລາຍງານດັ່ັງກ່າວ ໄດ້ປຽບທຽບບົດບາດຂອງອຸດສາຫະກຳໃສ່ກັບ
ຂອງພວກບໍລິສັດຢາສູບຍັກໃຫຍ່ທັງຫຼາຍທີ່ໄດ້ໂຕ້ແຍ້ງມາເປັນເວລາຍາວນານ
ເລື່ອງການພົວພັນລະຫວ່າງໂຣກມະເຮັງກັບຢາສູບ.
“ໃນພະຣາດຊະອານາຈັກອັງກິດ ປະມານ 4 ເປີເຊັນຂອງກໍລະນີໂຣກມະເຮັງ
ແມ່ນພົວພັນກັບການດື່ມສຸລາ. ຂ້າພະເຈົ້າຄິດວ່າ ສິ່ງສຳຄັນທີ່ຄວນຈົດຈຳ ກໍຄື
ຄວາມສ່ຽງແທ້ໆນັ້ນ ແມ່ນຕ່ຳສົມຄວນ ສຳຫຼັບພວກທີ່ບໍ່ດື່ມຫຼາຍ. ແຕ່ຄວາມຈິງ
ກໍຄືວ່າຂໍ້ມູນ ກ່ຽວກັບການສ່ຽງນັ້ນ ທີ່ໄດ້ເຜີຍແພ່ ໂດຍອົງການພວກນີ້ ແມ່ນບິດ
ເບືອນ ແລະພາໃຫ້ເຂົ້າໃຈຜິດ.”
ລາຍງານນີ້ກ່າວວ່າ ການຄົ້ນຄວ້າຕໍ່ໄປ ແມ່ນມີຄວາມຈຳເປັນຢ່າງຮີບດ່ວນ ທີ່ວ່າອຸດສາຫະກຳຜະລິດເຫຼົ້າ ບິດເບືອນຂໍ້ມູນໃນການສ່ຽງແນວອື່ນ ເຊັ່ນໂຣກຫົວໃຈ
ນັ້ນ ຫຼືບໍ່.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ເຊີນຊົມ: ອຸດສາຫະກຳເຫຼ້າ ຖືກກ່າວຫາວ່າ ໃຫ້ຂໍ້ມູນຜິດໆຕໍ່ສາທາລະນະ ກ່ຽວກັບກການພົວພັນທີ່ມີຄວາມສ່ຽງ ຕໍ່ໂຣກມະເຮງ