ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸ ເຮີຣີເຄນ ຫົວທຳອິດ ໄດ້ຖືກຕັ້ງຊື່ ແລ້ວ ໃນລະດູການ ພາຍຸຝົນ ທີ່ຕົກໃສ່ ເຂດອ່າວ ແຄມຝັ່ງ ຂອງ ສຫລ


US Storm
please wait
Embed

No media source currently available

0:00 0:01:21 0:00

ພາຍຸເຂດຮ້ອນຫົວຍ່ອຍ ຊື່ວ່າ ອາລເບີຣໂຕ ເປັນຊື່ທີນຶ່ງທີ່ຕັ້ງໃຫ້ພາຍຸຫົວທຳອິດຂອງປີ
2018 ໃນລະດູການພາຍຸເຮີຣີເຄນ ຈາກມະຫາສະໝຸດ ແອັດແລນຕິກ ແມ່ນກຳລັງນຳ
ເອົານໍ້າຝົນ ຕົກລົງມາຢ່າງໜັກ ໃສ່ເຂດອ່າວແຄມຝັ່ງຂອງສະຫະລັດ ພ້ອມໆກັນກັບ
ເຂດພາກຕາເວັນຕົກຂອງຄິວບາ ໃນວັນຈັນມື້ນີ້.

ບັນດານັກພະຍາກອນອາກາດ ຢູ່ທີ່ ສູນກາງເຮີຣີເຄນແຫ່ງຊາດສະຫະລັດ ຄາດໝາຍ
ວ່າ ພາຍຸຫົວດັ່ງກ່າວ ຈະຂຶ້ນຝັ່ງໃນວັນຈັນມື້ນີ້ ໃນເວລາໃດນຶ່ງ ກໍເປັນໄດ້ ໂດຍຈະມີລົມ
ພັດດ້ວຍຄວາມແຮງສູງສຸດ ປະມານ 100 ກິໂລແມັດຕໍ່ຊົ່ວໂມງ.

ພວກເພິ່ນ ຄາດກັນວ່າ ຫຼາຍພາກສ່ວນ ຂອງສະຫະລັດ ເຊັ່ນວ່າ ລັດອາລາບາມາ
ຟລໍຣີດາ ແລະ ຈໍເຈຍ ຈະໄດ້ຮັບນ້ຳຝົນ ໃນປະລິມານ 10 ຫາ 20 ຊັງຕີແມັດ ຈົນຮອດ
ວັນອັງຄານມື້ອື່ນ ພ້ອມດ້ວຍ ພື້ນທີ່ ຫຼາຍແຫ່ງໃນຄິວບາ ຈະໄດ້ຮັບນ້ຳຝົນ ຈຳນວນ
ຫຼາຍກວ່າ ສະຫະລັດ ໜ້ອຍນຶ່ງ ພ້ອມກັນນັ້ນ ກໍຈະຖືກຄຸກຄາມ ໂດຍໄພນ້ຳຖ້ວມ
ກະທັນຫັນ ແລະ ດິນເຈື່ອນ ໃນຫຼາຍແຫ່ງ.

ພວກພາຍຸເຂດຮ້ອນຫົວຍ່ອຍ ດັ່ງກ່າວ ສາມາດເສີມກຳລັງຂຶ້ນ ຈົນກາຍເປັນພາຍຸ
ຫົວໃຫຍ່ໄດ້ ແຕ່ອາລເບີຣໂຕ ແມ່ນຄາດໝາຍວ່າ ຈະບໍ່ເປັນເຊັ່ນນັ້ນ ກ່ອນໜ້າທີ່ມັນ
ຈະເຄື່ອນຂຶ້ນຮອດຝັ່ງ ແລະກໍຈະອ່ອນກຳລັງລົງຢ່າງວ່ອງໄວ ຫຼັງຈາກໄດ້ພັດຂຶ້ນຟັ່ງ.

ລະດູການເຮີຣີເຄນ ແອັດແລນຕິກ ແມ່ນຈະດຳເນີນໄປ ຈາກວັນທີ 1 ເດືອນມິຖຸນາ
ຈົນຮອດ ທ້າຍເດືອນພະຈິກ.

ບັນດານັກຊ່ຽວຊານ ຄາດຄະເນວ່າ 10 ຫາ 16 ຊື່ ຈະຖືກຕັ້ງຂຶ້ນມາ ໃຫ້ ພາຍຸລູກຕ່າງໆ
ທີ່ຈະເກີດຂຶ້ນ ພາຍໃນປີນີ້ ໂດຍຈະມີເຖິງ 9 ຫົວ ທີ່ຈະກາຍຂຶ້ນມາເປັນພາຍຸເຮີຣີເຄນ
ລວມທັງ ເຮີຣີເຄນຂະໜາດໃຫຍ່ ຫຼາຍເຖິງ 4 ຫົວ.

ເມື່ອປີກາຍນີ້ ເປັນກໍລະນີພິເສດ ສຳລັບລະດູການເຮີຣີເຄນ ທີ່ມີພາຍຸຫຼາຍຫົວພໍສົມຄວນ
ໂດຍມີ ເຮີຣີເຄນ ຮາຣວີ ເອີຣມາ ແລະ ມາເຣຍ ທີ່ໄດ້ສ້າງຄວາມເສຍຫາຍ ແກ່ເມືອງ
ຕ່າງໆ ເຊັ່ນ ປໍໂຕ ຣີໂກ ຮິວສຕັນ ເທັກຊັສ ແລະ ເຂດອ່າວແຄມຝັ່ງ ຂອງລັດຟລໍຣີດາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG