ນາຍົກລັດຖະມົນຕີຂອງອາລບາເນຍ ພວມຂໍຮ້ອງຕໍ່ປະຊາຄົມນາໆຊາດ ເພື່ອການຊ່ອຍເຫຼືອດ້ານການເງິນ ແລະ ດ້ານນັກຊ່ຽວຊານ ຫຼັງຈາກຖືກກະທົບໂດຍແຜ່ນດິນໄຫວ ເມື່ອສັບປະດາແລ້ວນີ້.
ທ່ານ ເອດີ ຣາມາ ໄດ້ກ່າວຢູ່ທີ່ກອງປະຊຸມຄະນະລັດຖະບານ ໃນວັນອາທິດວານນີ້ ວ່າ “ແທ້ໆແລ້ວ ອັນນີ້ ເປັນໄປບໍ່ໄດ້ເລີຍ ທີ່ມະນຸດຈະສາມາດເຮັດໄດ້ແຕ່ພຽງຜູ້ດຽວ.”
ທ່ານໄດ້ກ່າວວ່າ ງົບປະມານ ໄດ້ຖືກປັບປຸງເພື່ອຮັບມືກັບຜົນກະທົບຂອງ ແຜ່ນດິນໄຫວ ແຕ່ຊາວອາລບາເນຍ ຍັງຕ້ອງການການສະໜັບສະໜຸນຈາກນາໆຊາດ.
ທ່ານຣາມາ ໄດ້ກ່າວວ່າ ທ່ານໄດ້ຂຽນໜັງສືຫາ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ເພື່ອຂໍໃຫ້ຊ່ອຍເຫຼືອ.
ບັນດານັກວິສະວະກອນໂຍທາ ຈາກ ສະຫະລັດ ແລະ ສະຫະພາບຢູໂຣບ ກຳລັງເຮັດວຽກຮ່ວມກັບບັນດານັກຊ່ຽວຊານໃນທ້ອງຖິ່ນ ຢູ່ໃນອາລບາເນຍ ເພື່ອປະເມີນຄວາມເສຍຫາຍ.
ເຈົ້າຄອງນະຄອນ ດູເຣສ ເມືອງນຶ່ງທີ່ຖືກກະທົບຢ່າງໜັກທີ່ສຸດ ໄດ້ລາອອກຈາກຕຳແໜ່ງໃນວັນອາທິດວານນີ້ ຫຼັງຈາກທີ່ ມະຫາຊົນໄດ້ໂວຍວາຍ ກ່ຽວກັບຄວາມເຫັນຂອງທ່ານນາງ ທີ່ໄດ້ກ່າວໄປວ່າ ທ່ານນາງ “ຮູ້ສຶກເພິ່ງພໍໃຈ” ທີ່ມີພຽງ 50 ຄົນເທົ່ານັ້ນ ທີ່ໄດ້ເສຍຊີວິດ ໃນເຫດແຜ່ນດິນໄຫວ. ທ່ານນາງ ວາລໂບນາ ຊາໂກ ໄດ້ກ່າວວ່າ ທ່ານນາງ ຮູ້ສຶກ “ເສຍໃຈທີ່ໄດ້ມີປະຕິກິລິຍາໃນແງ່ລົບຢ່າງຫຼວງຫຼາຍ ຕໍ່ຄຳຖະແຫລງ ທີ່ຂ້າພະເຈົ້າ ໄດ້ກ່າວໄປ ພາຍໃຕ້ຄວາມກົດດັນ ທີ່ເກີນກວ່າກຳລັງຂອງຂ້າພະເຈົ້າ.”
ປະຕິບັດການຊອກຄົ້ນຫາ ແລະການກອບກູ້ຫາພວກທີ່ລອດຊີວິດໃນເຫດແຜ່ນດິນໄຫວ ໃນອາລບາເນຍ ໄດ້ສິ້ນສຸດລົງເມື່ອວັນເສົາຜ່ານມາ ຕາມທີ່ທ່ານນາຍົກລັດຖະມົນຕີໄດ້ກ່າວໄປ.
ເມືອງ ທູມານ ເປັນເມືອງນ້ອຍແຫ່ງນຶ່ງ ທີ່ໄດ້ປະສົບກັບການສູນເສຍຊີວິດຫຼາຍທີ່ສຸດ ຈາກເຫດແຜ່ນດິນໄຫວ ໃນວັນອັງຄານຜ່ານມາ ໂດຍມີຈຳນວນ 26 ຄົນທີ່ເສຍຊີວິດ, ເຊິ່ງ 6 ຄົນໃນຈຳນວນດັ່ງກ່າວ ແມ່ນມາຈາກຄອບຄົວດຽວກັນ ແລະໝົດທຸກຄົນ ຍົກເວັ້ນແຕ່ຜູ້ດຽວ ມີອາຍຸຕ່ຳກວ່າ 30 ປີ. ພວກເຂົາເຈົ້າໄດ້ຖືກນຳໄປຝັງໃນວັນສຸກຜ່ານມານີ້.
ໃນເມືອງທ່າເຮືອ ດູເຣສ ຫ່າງຈາກນະຄອນຫຼວງ ທີຣານາ ກ້ຳຕາເວັນຕົກ 30 ກິໂລແມັດ ແຜ່ນດິນໄຫວ ໄດ້ສັງຫານ 24 ຄົນ. ຍັງມີອີກຜູ້ນຶ່ງກໍໄດ້ເສຍຊີວິດ ໃນເມືອງ ເຄີຣບິນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ