ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາລບາເນຍ ປະຕິເສດ ຂໍ້ສະເໜີ ສຫລ ກ່ຽວກັບ ອາວຸດເຄມີ ຂອງຊີເຣຍ


ພວກປະທ້ວງຍົກປ້າຍ ບໍ່ໃຫ້ນໍາອາວຸດເຄມີຈາກ ຊີເຣຍ ເຂົ້າມາ
ທໍາລາຍໃນ ອາລເບເນຍ
ພວກປະທ້ວງຍົກປ້າຍ ບໍ່ໃຫ້ນໍາອາວຸດເຄມີຈາກ ຊີເຣຍ ເຂົ້າມາ ທໍາລາຍໃນ ອາລເບເນຍ
ນາ​ຍົກລັດຖະມົນຕີ Albania ທ່ານ Edi Rama ​ໄດ້​ປະຕິ​ເສດ
ຕໍ່ການ​ຂໍ​ຮ້ອງຂອງສະຫະລັດທີ່ຢາກ​ໃຫ້ນຳ​ເອົາ​ອາວຸດ​ເຄມີ​ຂອງ
ຊີ​ເຣຍ ​ໄປ​ທຳລາຍ​ຢູ່ Alba-nia ນັ້ນ.

ຢູ່​ໃນຄໍາ​ຖະ​ແຫລ​ງ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Rama ກ່າວ​ວ່າ ມັນ​
“ເປັນ​ໄປ​ບໍ່​ໄດ້” ທີ່ປະ​ເທດຂອງ​ທ່ານ ຈະເຂົ້າຮ່ວມ​ໃນ​ການປະຕິ
ບັດ​ງານດັ່ງກ່າວ. ທ່ານກ່າວ​ວ່າ ບໍ່​ມີ​ປະ​ເທດ​ໃດ​ໝົດ ​ໄດ້​ສະ​ເໜີທີ່​
ຈະ​ເປັນ​ບ່ອນ​ທຳລາຍ​ອາວຸດ​ເຄມີ​ດັ່ງກ່າວ.

ຄໍາປະກາດ​ຂອງ​ທ່ານ ​ໄດ້​ມີຂື້ນ​ທ່າມກາງຄວາມ​ບໍ່​ເຫັນ​ພ້ອມ​ຢ່າງ​
ແຮງກ້າກ່ຽວ​ກັບ ​ແຜນການ​ດັ່ງກ່າວ ຂອງປະຊາຊົນ​ຢູ່​ໃນ
Albania. ​ໃນ​ວັນ​ສຸກ​ວານ​ນີ້ ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ ໄດ້
​ເຕົ້າໂຮມ​ກັນ​ຢູ່ນອກ​ຫ້ອງການ ທ່ານ Rama ​ທີ່​ນະ ຄອນ​ຫລວງ
Tirana ​ໂດຍ​ພາກັນຮ້ອງ​ໂຮ​ວ່າ “ບໍ່ໃຫ້ຮັບ​ເອົາອາ​ວຸດ​ເຄມີ.”

​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ກຸ່ມ​ສັງ​ເກ​ດການ​ດ້ານ​ອາວຸດ​ເຄ​ມີໄດ້​
ພົບ​ປະກັນ ​ເພື່ອ​ ຈະ​ຕັດສິນ​ ກ່ຽວ​ກັບຊະ​ຕາ​ກໍາ​ຂອງອາວຸດ​ເຄ​ມີຊີ​ເ​ຣຍ ​ໂດຍ​ທີ່ Albania ​ໄດ້​ກາຍ ​ເປັນ​ບ່ອນ​ທີ່ອາວຸດ​ເຄມີ​ ອາດ​ຈະ​ຖືກ​ນຳ​ໄປ​ທຳລາຍ​ນັ້ນ.

ອົງການເກືອດ​ຫ້າມການ​ນຳ​ໃຊ້ອາວຸດ​ເຄມີ ​ກ່າວ​ວ່າ ສາງ​ອາວຸດ​ເຄມີ​ຂອງ​ຊີ​
ເຣຍ ຄວນຖືກຍ້າຍ​ອອກ​ຈາກ​ປະ​ເທດກ່​ອນທີ່​ຂັ້ນຕອນ​ຊຶ່ງ​ມີ​ຄວາມ​ສ່ຽງ​ໃນ​ການ​
ທຳລາຍ ຈະເລີ້ມຂຶ້ນນັ້ນ.
XS
SM
MD
LG