ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາລບາເນຍ ແລະ ອິສຣາແອລ ປຶກສາຫາລືກ່ຽວກັບຄວາມໝັ້ນຄົງທາງດ້ານໄຊເບີ້ ລຸນຫຼັງການໂຈມຕີໂດຍ ອີຣ່ານ


ແຟ້ມ-ນາຍົກລັດຖະມົນຕີຂອງອາລບາເນຍ ທ່ານເອດີ ຣາມາ ກ່າວປາໄສ ໃນລະຫວ່າງການເປີດກອງປະຊຸມສຸດຍອດບາລການ ຢູ່ມາເຊໂດເນຍເໜືອ (North Macedonia), ວັນທີ 8 ມິຖຸນາ 2022. ໃນມື້ວັນອາທິດ, ທ່ານໄດ້ເດີນທາງໄປຢ້ຽມຢາມອິສຣາແອລເປັນເວລາ 3 ມື້ ລວມທັງການພົບປະກັບເຈົ້າໜ້າທີ່ຄວາມໝັ້ນຄົງທາງດ້ານໄຊເບີ້ຂອງ ອິສຣາແອລ.
ແຟ້ມ-ນາຍົກລັດຖະມົນຕີຂອງອາລບາເນຍ ທ່ານເອດີ ຣາມາ ກ່າວປາໄສ ໃນລະຫວ່າງການເປີດກອງປະຊຸມສຸດຍອດບາລການ ຢູ່ມາເຊໂດເນຍເໜືອ (North Macedonia), ວັນທີ 8 ມິຖຸນາ 2022. ໃນມື້ວັນອາທິດ, ທ່ານໄດ້ເດີນທາງໄປຢ້ຽມຢາມອິສຣາແອລເປັນເວລາ 3 ມື້ ລວມທັງການພົບປະກັບເຈົ້າໜ້າທີ່ຄວາມໝັ້ນຄົງທາງດ້ານໄຊເບີ້ຂອງ ອິສຣາແອລ.

ນຶ່ງເດືອນຫຼັງຈາກທີ່ປະເທດ ອາລບາເນຍ ໄດ້ຕັດການພົວພັນທາງການທູດກັບ ປະເທດອີຣ່ານ ລຸນຫຼັງມີການໂຈມຕີທາງດ້ານໄຊເບີ້, ນາຍົກລັດຖະມົນຕີຂອງ ປະເທດອາລບາເນຍ ໄດ້ເດີນທາງໄປເຖິງປະເທດອິສຣາແອລ ໃນວັນອາທິດ ວານນີ້ ສໍາລັບການຢ້ຽມຢາມເປັນເວລາສາມມື້ ເຊິ່ງລວມທັງການພົບປະກັບ ເຈົ້າໜ້າທີ່ດ້ານຄວາມໝັ້ນຄົງທາງໄຊເບີ້ຂອງອິສຣາແອລນໍາອີກດ້ວຍ.

ນາຍົກລັດຖະມົນຕີຂອງປະເທດອິສຣາແອລ ທ່ານແຢ ຣາປິດ (Yair Lapid) ກ່າວວ່າ ທ່ານ ແລະນາຍົກລັດຖະມົນຕີຂອງປະເທດອາລບາເນຍ ທ່ານເອດີ ຣາມາ (Edi Rama) ໄດ້ທຳການປຶກສາຫາລືກ່ຽວກັບຄວາມທ້າທາຍຕ່າງໆທົ່ວ ໄປທີ່ທັງສອງປະເທດກໍາລັງປະເຊີນຢູ່, “ໂດຍເນັ້ນໜັກໃສ່ໄພຄຸກຄາມຂອງ ອີຣ່ານ.”

ທ່ານ ລາປິດ ກ່າວວ່າ ອິສຣາແອລ ຈະດໍາເນີນຄວາມພະຍາຍາມໃຫ້ດີທີ່ສຸດ ເພື່ອຕໍ່ຕ້ານອີຣ່ານ, ໃນບາງສິ່ງທີ່ມອງວ່າ “ເປັນຜົນປະໂຫຍດຂອງຊາດ ແລະຂໍ້ຜູກພັນທາງປະຫວັດສາດ.”

ທ່ານ ລາປິດ ໄດ້ໂພສຮູບພາບການພົບປະຂອງຄະນະຜູ້ແທນອິສຣາແອລ ແລະຝ່າຍອາລບາເນຍ ເຊິ່ງນໍາໂດຍທ່ານ ຣາມາ ລົງໃນທວິດເຕີ້, ແລະກ່າວວ່າ ພວກເຂົາເຈົ້າທັງສອງ ຕົກລົງທີ່ “ຈະປະຕິບັດງານຮ່ວມກັນ ໃນການຕໍ່ສູ້ກັບໄພ ຄຸກຄາມທາງໄຊເບີ້ຈາກປະເທດອີຣ່ານ.”

ທ່ານຣາມາ ຍັງມີກໍານົດທີ່ຈະພົບປະກັບປະທານາທິບໍດີຂອງອິສຣາແອລ ທ່ານໄອແຊັກ ເຮີຊັອກ (Isaac Herzog) ແລະຫົວໜ້າຄະນະກໍາມະການ ທາງດ້ານໄຊເບີ້ແຫ່ງຊາດຂອງປະເທດ ອິສຣາແອລ.

ອາລບາເນຍ ໄດ້ຕັດສາຍພົວພັນທາງການທູດກັບ ອີຣ່ານ ລຸນຫຼັງທີ່ໄດ້ກ່າວ ໂທດ ອີຣ່ານ ວ່າໂຈມຕີທາງໄຊເບີ້ຂອງປະເທດຕົນເມື່ອເດືອນກໍລະກົດທີ່ຜ່ານ ມາ ເຊິ່ງມີຜົນກະທົບຕໍ່ລະບົບເວັບໄຊທ໌ ແລະການບໍລິການຕ່າງໆຂອງລັດຖະ ບານອາລບາເນຍ. ອາລບາເນຍ ຍັງໄດ້ຕ້ອງຕິ ອີຣ່ານ ສໍາລັບການໂຈມຕີ ທາງໄຊເບີ້ຕໍ່ລະບົບຄອມພິວເຕີ້ຕ່າງໆຂອງໜ່ວຍງານຕໍາຫຼວດແຫ່ງຊາດອີກຄັ້ງ ໃນເດືອນກັນຍາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG