ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກສັງຄົມນິຍົມ ມີຄະແນນ ນຳໜ້າ ໜ້ອຍດຽວ ໃນການເລືອກຕັ້ງ ສະມາຊິກສະພາ ອາລເບເນຍ


ນາຍົກລັດຖະມົນຕີ ຂອງອາລເບເນຍ ແລະ ເປັນຜູ້ນຳພັກ
ສັງຄົມນິຍົມ ທ່ານ Edi Rama, ຂວາ,ພ້ອມພັນລະຍາຂອງ
ທ່ານ ທ່ານນາງ Linda ໂບກມືໃຫ້ແກ່ ບັນດາຜູ້ສະໜັບສະ
ໜູນ ກ່ອນຈະໄປປ່ອນບັດອອກສຽງ ຢູ່ໜ່ວຍເລືອກຕັ້ງ ໃນ
ເມືອງ Tirana ນອກນະຄອນຫຼວງ, ວັນທີ 25 ມິຖຸນາ 2017.
ນາຍົກລັດຖະມົນຕີ ຂອງອາລເບເນຍ ແລະ ເປັນຜູ້ນຳພັກ ສັງຄົມນິຍົມ ທ່ານ Edi Rama, ຂວາ,ພ້ອມພັນລະຍາຂອງ ທ່ານ ທ່ານນາງ Linda ໂບກມືໃຫ້ແກ່ ບັນດາຜູ້ສະໜັບສະ ໜູນ ກ່ອນຈະໄປປ່ອນບັດອອກສຽງ ຢູ່ໜ່ວຍເລືອກຕັ້ງ ໃນ ເມືອງ Tirana ນອກນະຄອນຫຼວງ, ວັນທີ 25 ມິຖຸນາ 2017.

ຊາວອາລບາເນຍ ໄດ້ພາກັນໄປໃຊ້ສິດອອກສຽງ ໃນການເລືອກຕັ້ງ ສະມາຊິກສະພາ
ເມື່ອວັນອາທິດວານນີ້ ໃນຂະນະທີ່ ປະເທດຫາທາງຈະຍົກສູງຄຸນສົມບັດ ໃນການເປັນ
ປະຊາທິປະໄຕຂອງຕົນ ກ່ອນເວລາ ຈະມີການເຈລະຈາ ກ່ຽວກັບການເປັນໄປໄດ້
ທີ່ຈະເຂົ້າເປັນສະມາຊິກຂອງສະຫະພາບ ຢູໂຣບ.

ຄະນະກຳມາທິການເລືອກຕັ້ງ ໄດ້ຕໍ່ເວລາ ການປ່ອນບັດອອກໄປ ຕື່ມນຶ່ງຊົ່ວໂມງ
ຍ້ອນການອອກມາປ່ອນບັດຕ່ຳເກີນໄປ ໃນຂະນະດຽວກັນ ນາຍົກ

ລັດຖະມົນຕີ ສັງຄົມນິຍົມ ທ່ານ Eid Rama ໄດ້ໃຊ້ ສື່ Twitter ແລະ Facebook
ເພື່ອຊັກຊວນປະຊາຊົນ ໃຫ້ໄປໃຊ້ສິດອອກສຽງ. ຜູ້ນຳຂອງພັກເດໂມແຄຣັດ
ທ່ານ Lulzim Basha ທີ່ເປັນຄູ່ແຂ່ງ ກໍໄດ້ເຮັດເຊັ່ນນັ້ນ ຜູ້ທີ່ໄດ້ໃຊ້ Facebook
ຊຸກຍູ້ໃຫ້ປະຊາຊົນອອກມາໃຊ້ສິດອອກສຽງ.

ຫຼັງຈາກໜ່ວຍເລືອກຕັ້ງໄດ້ປິດລົງ ບັນດາເຈົ້າໜ້າທີ່ ໄດ້ປະກາດຜົນການອອກມາ
ປ່ອນບັດ ໃນເບື້ອງຕົ້ນ ທີ່ມີ ພຽງ 45 ກວ່າເປີເຊັນ ອີງຕາມຂໍ້ມູນ ຈາກຫຼາຍກວ່າ
ເຄິ່ງນຶ່ງ ຂອງໜ່ວຍເລືອກຕັ້ງ ເມື່ອທຽບໃສ່ 53.5 ເປີເຊັນຂອງຈຳນວນຄົນທີ່ອອກ
ມາປ່ອນບັດ ເມື່ອ 4 ປີກ່ອນ. ຄາດກັນວ່າ ຈະຮູ້ຜົນຂອງການເລືອກຕັ້ງ ໃນຕອນ
ແລງວັນຈັນມື້ນີ້.

ພັກການເມືອງ 18 ພັກ ໄດ້ລົງແຂ່ງຂັນເອົາ 140 ບ່ອນນັ່ງ ໃນສະພາ ຂອງ
ອາລບາເນຍ. ການຢັ່ງຫາງສຽງຕ່າງໆ ທີ່ຮວມທັງ ການຢັ່ງຫາງສຽງທີ່ດຳເນີນການ
ໂດຍ IPR Marketing ຂອງອີຕາລີ ໄດ້ສະແດງໃຫ້ເຫັນວ່າ ພັກສັງຄົມນິຍົມ ນຳໜ້າ
ພັກເດໂມແຄຣັດ ນິຍົມແນວທາງກາງ ອຽງຂວາ ໜ້ອຍນຶ່ງ ແຕ່ມັນບໍ່ຈະແຈ້ງວ່າ ພັກ
ສັງຄົມນິຍົມ ໄດ້ຊະນະ 71 ບ່ອນນັ່ງ ທີ່ຈະເຮັດໃຫ້ມີສຽງສ່ວນຫຼາຍ ຢ່າງຂາດລອຍ
ຫຼືບໍ່ ເພື່ອທີ່ຈະສາມາດຈັດຕັ້ງ ລັດຖະບານຊຸດໃໝ່ໄດ້ ດ້ວຍຕົນເອງ.

ສ່ວນພັກໃຫຍ່ໆທັງຫຼາຍ ທີ່ມີຜູ້ມີສິດອອກສຽງ 2 ລ້ານ 9 ແສນຄົນ ຂອງບັນດາ
ປະເທດສະມາຊິກອົງການເນໂຕ ໄດ້ໂຄສະນາຫາສຽງ ກ່ຽວກັບການປະຕິຮູບ
ວາລະການປະຊຸມ ໂດຍປະຕິຍານວ່າ ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວຂຶ້ນ
ຢ່າງວ່ອງໄວ ການຂຶ້ນເງິນເດືອນ ແລະ ຫລຸດຜ່ອນການວ່າງງານລົງ ຊຶ່ງໃນປັດຈຸບັນ
ນີ້ ແມ່ນຢູ່ໃນລະດັບປະມານ 14 ເປີເຊັນ.

Albania Elections
please wait
Embed

No media source currently available

0:00 0:01:25 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG