ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການ​ສັ່ນ​ສະ​ເທືອນ​​ຂະ​ໜາດນ້ອຍ​ ທີ່​​ມາຕາມ​ຫລັງ ​ແຜ່ນ​ດິນ​ໄຫວ ຢູ່ອາລ​ບາ​ເນຍ ຍັງ​ເຮັດ​ໃຫ້ປະ​ຊາ​ຊົນ ​ເຂດນັ້ນ ເກີດຄວາມ​ຫວັ່ນວິ​ຕົກ ​ຢູ່


ພະ​ນ​ັກ​ງານ​ສຸກ​ເສີນ​ໄດ້​ຫາມ​ເອົາ​ສົບ​ຄົນ​ນຶ່ງອອກ​ໄປ​ໃນ​ຂະ​ນ​ະ​ທີ່ກວດ​ຄົ້ນ​ຫາຄົນ​ລອດ​ຊີ​ວິດ ຢູ່​ໃນຊາກ​ຫັກ​ພັງ​ຂອງ​ຕຶກ​ຫລັງ​ນຶ່ງ​ທີ່​ພັງ​ລົງ ຢູ່​ໃນ​ເມືອງ Durres ຫລັງຈາກ​ມີ​ແຜ່ນ​ດິນ​ໄຫວເຮັດ​ໃຫ້​ອາ​ລ​ບາ​ເນຍຖືກ​ສັ່ນ​ສະ​ເທືອນ ​ໃນ​ວັນ​ທີ 28 ພະ​ຈິກ, 2019
ພະ​ນ​ັກ​ງານ​ສຸກ​ເສີນ​ໄດ້​ຫາມ​ເອົາ​ສົບ​ຄົນ​ນຶ່ງອອກ​ໄປ​ໃນ​ຂະ​ນ​ະ​ທີ່ກວດ​ຄົ້ນ​ຫາຄົນ​ລອດ​ຊີ​ວິດ ຢູ່​ໃນຊາກ​ຫັກ​ພັງ​ຂອງ​ຕຶກ​ຫລັງ​ນຶ່ງ​ທີ່​ພັງ​ລົງ ຢູ່​ໃນ​ເມືອງ Durres ຫລັງຈາກ​ມີ​ແຜ່ນ​ດິນ​ໄຫວເຮັດ​ໃຫ້​ອາ​ລ​ບາ​ເນຍຖືກ​ສັ່ນ​ສະ​ເທືອນ ​ໃນ​ວັນ​ທີ 28 ພະ​ຈິກ, 2019

ປະ​ຊາ​ຊົນ​ອາ​ໄສຢູ່​ໃນ​ເຂດ​ທີ່ຖືກ​ແຜ່ນ​ດິນ​ໄຫວກະ​ທົບ​ໃສ່ໃນອາລ​ບາ​ເນຍ ຍັງ​ມີ​ຄວາມ​ຢ້ານ​ກົວ​ຢູ່ ​ໃນ​ວັນ​ພະ​ຫັດວານນີ້ ໃນ​ຂະ​ນ​ະ​ທີ່​ການ​ສັ່ນ​ສະ​ເທືອນຂະ​ໜາດນ້ອຍ​ລົງ​ມາ​ ຍັງເກີດ​ຂຶ້ນ​ຢູ່ໃນ​ຂົງ​ເຂດ​ດັ່ງ​ກ່າວ​.

ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ມີ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງໃນ​ລະ​ດັ​ບ 5.0 ຖືກ​ບັນ​ທຶກ​ ຢູ່​ໃກ້​ກັບເມືອງທູ​ເມນ (Thumane) ຢູ່ໃນ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງພາຍ​ຫລັງທີ່ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຍົກ​ເລີກ​ການ​ປະ​ຕິ​ບັດ​ງານ​ໃນ​ການຊອກ​ຄົ້ນຫາ ແລະ ກອບ​ກູ້​ຊີ​ວິດຄົນ ຢູ່​ໃນ​ເຂດ​ດັ່ງ​ກ່າວ ​ຫລັງຈາກ​ໄດ້​ຊ່ວຍ​ເອົາ​ສົບ​ຂອງ​ພວກ​ທີ່​ຖືກ​ລາຍ​ງານວ່າ​ຫາຍ​ສາບ​ສູນນັ້ນ​ອອກ​ມາ​ແລ້ວ.

ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງໃນ​ລະ​ດັ​ບ 6.4 ທີ່​ສັ່ນ​ສະ​ເທືອນ ​ເຮັດ​ໃຫ້​ມີຄວາມ ເດືອດ​ຮ້ອນ​ຫລາຍ​ທີ່​ສຸດຢູ່​ໃນເມືອງທູ​ເມນ (Thumane) ບ່ອນ​ທີ່​ມີ 23 ຄົນ​ເສຍ​ຊີ​ວິດຊຶ່ງ​ລວມ​ທັງ 7 ຄົນ​ທີ່​ມາ​ຈາກ​ຄອບ​ຄົວ​ດຽວ​ ນັ້ນ.

"ເທວະ​ດາ​ໄດ້​ຄຸ້ມ​ຄອງຮັກ​ສາ​ສອງຄົນ (ສະ​ມາ​ຊິກ​ໃນ​ຄອບ​ຄົວ) ພວກ​ເຮົາ​ໄວ້ ແຕ່ເພິ່ນ​ກໍໄດ້​ເອົາ​ຊີ​ວິດ​ຂອງ 7 ຄົນ ​ພັດ​ພາກຈາກ​ພວກ​ເຮົາ​ໄປ," ນັ້ນ​ຄື​ຄຳ​ເວົ້າ​ຂອງນາງ ຊຸ​ລ ຄາ​ຣາ (Sul Cara) ກ່າວ​ຕໍ່​ວີ​ໂອ​ເອ. ນາງ​ກ່າວ​ຕໍ່​ໄປ​ວ່າ "ບັດ​ນີ້ ພວກ​ເຮົາ​ກຳ​ລັງສຸມ​ໃສ່ທຳ​ການເຄົາ​ລົບ​ສົບເພື່ອໄວ້​ອາ​ໄລແກ່​ພວກ​ທີ່​ເສຍ​ຊີ​ວິດ​ໄປ ເພື່ອເປັນ​ການ​ໃຫ້​ກຽດ ແລະ​ເຮັດຕາມ​ປະ​ເພ​ນີ​ທີ່​ພວກ​ເຮົາ​ຕ້ອງ​ໄດ້​ເຮັດ. ພວກ​ເຮົາ​ຈະ​ພະ​ຍາ​ຍາມ​ທີ່​ສຸດ ທີ່​ຈະ​ສະ​ແດງໃຫ້​ເຫັນ​ຄວາມ​ແຂງ​ແກ່ນ​ອອກ​ມາ ​ໃນ​ຂະ​ນະ​ທີ່​ນຳເອົາ​ສົບ​ຂອງ 7 ຄົນ​ທີ່​ພວກ​ເຮົາ​ຮັກ​ຫອມ​ໄປ​ຝັງ. ອັນ​ນີ້​ເປັນ​ໂສກ​ນາດ​ຕະ​ກຳ​ທີ່​ໜັກ​ໜ່ວງ​ຫລາຍ​ທີ່​ສຸດ ທີ່​ພວກ​ເຮົາ​ຕ້ອງ​ໄດ້​ແບກ​ຫາບ ແຕ່​ໃນ​ຂະ​ນະ​ດຽວ​ກັນ ພວກ​ເຮົາ​ກໍ​ໄດ້​ຮັບການ​ຊ່ວຍ​ເຫລືອ​ຢ່າງ​ຖ້ວມ​ລົ້ນ, ທີ່ບໍ່​ພຽງ​ແຕ່ແມ່ນ​ມາ​ຈາກເມືອງນີ້​ເທົ່າ​ນັ້ນ ແຕ່​ຍັງມາ​ຈາກ​ທົ່​ວປະ​ເທດ​ອີກ​ດ້ວຍ.”

ຈຳ​ນວນ​ຄົນ​ເສຍ​ຊີ​ວິດໄດ້​ເພີ້ມ​ຂຶ້ນ​ສູງ​ເຖິງ 47 ຄົນ ​ໃນ​ຂະ​ນະ​ທີ່ການ​ປະ​ຕິ​ບັດ​ງານ​ໃນ​ການ​ຊອກ​ຄົ້ນ​ຫາໄດ້​ສືບ​ຕໍ່​ດຳ​ເນີນ​ໄປ ​ຢູ່​ໃນ​ສະ​ຖານ​ທີ່​ອື່ນ ແຕ່​ວ່າພວກ​ຊ່ວຍ​ກູ້​ໄພ ນັບ​ມື້​ນັບ​ມີ​ຄວາມ​ຫວັງໜ້ອຍ​ລົງ​ວ່າ ຈະ​ໄດ້​ພົບ​ພວກ​ທີ່​ຍັງມີ​ຊີ​ວິດ ຫລົງ​ເຫລືອ​ຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG