ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ ກະ​ທົບ​ຕໍ່ ນ​ະ​ຄອນ​ຫລວງ ຂອງ​ອາ​ລບາ​ເນຍ


ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຊາກ​ຫັກ​ພັງ​ຂອງ​ຕຶກ​ທີ່​ພັງ​ລົງ​ຍ້ອນ ແຜ່ນ​ດິນ​ໄຫວຂະ​ໜາດ 6.4 ຢູ່​ເມືອງ Durres, ທາງ​ພາກ​ຕ​າ​ເວັນ​ຕົກ ຂອງອາ​ລ​ບາ​ເນຍ ໃນ​ວັນ​ທີ 26 ພະ​ຈິກ, 2019
ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຊາກ​ຫັກ​ພັງ​ຂອງ​ຕຶກ​ທີ່​ພັງ​ລົງ​ຍ້ອນ ແຜ່ນ​ດິນ​ໄຫວຂະ​ໜາດ 6.4 ຢູ່​ເມືອງ Durres, ທາງ​ພາກ​ຕ​າ​ເວັນ​ຕົກ ຂອງອາ​ລ​ບາ​ເນຍ ໃນ​ວັນ​ທີ 26 ພະ​ຈິກ, 2019

ການ​ປະ​ທະ​ຂອງ​ແຜ່ນ​ດິນ​ໄຫວຢ່າງ​ແຮງ​ຕໍ່​ເຂດ​ນະ​ຄອນ​ຫລວງ​ຂອງ​ອາລ​ບາ​ເນຍ ໃນ​ຕອນ​ເຊົ້າ​ຂອງວັນ​ອງ​ຄານມື້ນີ້ ເຮັດ​ໃຫ້​ຢ່າງ​ໜ້ອຍ 6 ຄົນ​ເສຍ​ຊີ​ວິດ ແລະ​ຫລາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.
ການ​ສຳຫລວດທາງ​ທໍ​ລະ​ນີ​ວິ​ທະ​ຍາ​ຂອງ​ສະ​ຫະ​ລັດເວົ້າ​ວ່າ ແຜ່ນ​ດິນ​ໄຫວດ່ງ​ກ່າວມີ​ຄວາມ​ແຮງຂະ​ໜາດ 6.4 ໂດຍ​ທີ່​ມີ​ຈຸດ​ໃຈ​ກາງ​ຂອງ​ການ​ໄຫວຢູ່​ຫ່າງ​ຈາກ​ນະ​ຄອນ​ຫລວງຕີ​ຣານ​ນາ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ 30 ກິ​ໂລ​ແມັດ.

ພວກ​ພະ​ນັກ​ງານ​ກູ້​ໄພທີ່​ພະ​ຍາ​ຍາມ​ຊອກ​ຫາ ແລະ​ຊ່ວຍ​ເອົາ​ຄົນ​ອອກ​ມາ​ຈາກ​ຕຶກ​ອາ​ຄານ​ທີ່​ຖືກ​ເປ່​ເພ ແລະ​ທຳ​ລາຍ​ນັ້ນ.

ໂຄ​ສົກ​ປະ​ຈໍາ​ກະ​ຊວງ​ປ້ອງ​ກັນ​ປະ​ເທດເວົ້າ​ວ່າ ສົບ​ຂອງ 3 ຄົນ​ໄດ້​ຖືກ​ພົບ​ເຫັນ ຢູ່​ໃນ​ຊາກ​ຫັກ​ພັງ​ຂອງ​ຕຶກ​ອາ​ພາດ​ເມັນ​ໃນ​ເມືອງດູ​ເຣັ​ສ (Durres).
ພວກ​ພະ​ນັກ​ງານໄດ້​ພົບ​ສົບ​ຂອງ​ອີກ 2 ຄົນ ຢູ່​ໃນ​ຊາກ​ຫັກ​ພັງ​ຂອງ​ຕຶກ​ອາ​ຄານ​ຫລັງ​ນຶ່ງ​ທີ່​ພັງ​ລົງ​ມາຢູ່​ໃນ​ບ້ານທູ​ເມນ (Thumane) ໃນ​ຂະ​ນະ​ທີ່​ມີ​ອີກ​ຄົນ​ນຶ່ງ​ເສຍ​ຊີ​ວິດ​ໄປພາຍ​ຫລັງ​ທີ່​ໄດ້​ໂດດ​ລົງ​ມາ​ຈາກ​ຕຶກ​ຫລັງ​ນຶ່ງ​ໃນ​ເມືອງເຄີ​ບິນ (Kurbin).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG