ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານອາລບານີສ ກຽມທີ່ຈະໄປຮ່ວມກອງປະຊຸມຂອງກຸ່ມຄວດ ໃນຖານະນາຍົກລັດຖະມົນຕີຄົນໃໝ່ ຂອງອອສເຕຣເລຍ

ຜູ້ນໍາພັກແຮງງານ ທ່ານແອນໂທນີ ອາລບານິສ ສະຫຼອງໄຊຊະນະກັບຄູ່ຮ່ວມພັນທະມິດຂອງທ່ານ ທານນາງຈູດີ ເຮເດິນ (Jodie Haydon), ຢືນຢູ່ທາງເບື້ອງຂວາ, ແລະຜູ້ນໍາພັກແຮງງານປະຈໍາສະພາສູງ ທ່ານນາງເພັນນີ ວອງ (Penny Wong), ຢູ່ທີ່ງານລ໊ຍງຂອງພັກແຮງງານ ໃນນະຄອນຊິດນີ, ອອສເຕຣເລຍ, ເມື່ອວັນທີ 22 ພຶດສະພາ 2022.

ນາຍົກລັດຖະມົນຕີຄົນໃໝ່ຂອງ ອອສເຕຣເລຍ ທ່ານແອນໂທນີ ອາລບານີສ ກ່າວໃນມື້ວັນອາທິດວານນີ້ວ່າ ທ່ານໄດ້ວາງແຜນທີ່ຈະເດີນທາງໄປຮ່ວມປະຊຸມ ​ຂອງ​ກຸ່ມຄວດ (Quad) ເຊິ່ງຈະໄດ້ຈັດຂຶ້ນໃນປະເທດຍີປຸ່ນ ເພື່ອລາຍງານກ່ຽວກັບການປ່ຽນແປງນະໂຍບາຍຕ່າງໆ ຂອງ ອອສເຕຣເລຍ, ອີງຕາມລາຍງານຈາກອົງການຂ່າວ ຣອຍເຕີສ໌.

ກຸ່ມປະເທດ ຄວດ ປະກອບດ້ວຍ ສະຫະລັດ, ຍີ່ປຸ່ນ, ອອສເຕຣເລຍ ແລະ ອິນເດຍ.

“ການປະຊຸມຂອງບັນດາຜູ້ນໍາ ຄວດ ແມ່ນມີຄວາມຄວາມສໍາຄັນເປັນຢ່າງຍິ່ງສໍາລັບ ອອສເຕຣເລຍ ແລະ ​ກຸ່ມຄວດ ໄດ້ເຮັດໃຫ້ພວກເຮົາສາມາດສົ່ງຂໍ້ຄວາມໄປທົ່ວໂລກວ່າ ມີການປ່ຽນແປງຂອງລັດຖະບານ, ຈະມີການປ່ຽນແປງນະໂຍບາຍບາງຢ່າງ ໂດຍສະເພາະຢ່າງຍິ່ງກ່ຽວກັບການປ່ຽນແປງຂອງສະພາບອາກາດ ແລະການມີສ່ວນຮ່ວມຂອງພວກເຮົາກ່ຽວກັບບັນຫາຕ່າງໆເຫຼົ່ານັ້ນຕໍ່ໂລກ,” ທ່ານແອນໂທນີ ອາລບາ​ນີສ ໄດ້ກ່າວຕໍ່ນັກຂ່າວຢູ່ໃນຮ້ານກາ​ເຟແຫ່ງນຶ່ງ ທີ່ຢູ່ໃຈກາງເມືອງ ທາງທິດຕາເວັນຕົກຂອງນະຄອນຊິດນີ ບ່ອນທີ່ທ່ານໄດ້ມີການພົບປະສົນ ທະນາກັບບັນດາຜູ້ສະໜັບສະໜຸນທ່ານ ແລະສະມາຊິກສະພາທ້ອງຖິ່ນ.

ຫົວໜ້າພັກແຮງງານ ທ່ານແອນໂທນີ ອາລບານິສ, ຢືນຢູ່ທາງກາງ, ກ່າວປະໄສຕໍ່ຜູ້ສະໜັບສະໜຸນ ຢູ່ທີ່ງານລ້ຽງຂອງພັກແຮງງານ ໃນນະຄອນຊິດນີ, ອອສເຕຣເລຍ, ເມື່ອວັນທີ 22 ພຶດສະພາ 2022.
ຫົວໜ້າພັກແຮງງານ ທ່ານແອນໂທນີ ອາລບານິສ, ຢືນຢູ່ທາງກາງ, ກ່າວປະໄສຕໍ່ຜູ້ສະໜັບສະໜຸນ ຢູ່ທີ່ງານລ້ຽງຂອງພັກແຮງງານ ໃນນະຄອນຊິດນີ, ອອສເຕຣເລຍ, ເມື່ອວັນທີ 22 ພຶດສະພາ 2022.

ທ່ານ ອາລບາ​ນີສ ໄດ້ກ່າວເສີມວ່າ ໃນມື້ວັນຈັນທີ 23 ນີ້, ສາມາຊິກພັກແຮງງານຂອງທ່ານທັງ 5 ຄົນ ຈະສາບານຕົນເຂົ້າຮັບຕໍາແໜ່ງລັດຖະມົນຕີ, ລວມເຖິງໂຕທ່ານເອງ ທີ່ຈະສາບານຕົນເຂົ້າຮັບຕໍາແໜ່ງ ເປັນນາຍົກລັດຖະມົນຕີ.

ຜົນການ​ນັບ​ຄະ​ແນນ​ສຽງຢ່າງເປັນທາງການ ອາດຈະ​ໃຊ້​ເວ​ລາ​ຕື່ມອີກຫຼາຍມື້, ດ້ວຍການນັບການລົງຄະແນນສຽງທາງໄປສະນີ ທີ່ເປັນປະຫວັດການເຖິງ 2 ລ້ານ 7 ແສນຄະແນນ, ໂດຍເລີ້ມໃນຕອນສວາຍຂອງມື້ວັນອາທິດວານນີ້, ເຊິ່ງເປັນເວລາ 2 ມື້ ກ່ອນການເລືອກຕັ້ງເທື່ອ​ແລ້ວ.

ອ່່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG