ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວພື້ນເມືອງ ອາແລສກາ ເພິ່ງພາ ສະພາ ຂົ້ວໂລກເໜືອ ເພື່ອອະນຸລັກ ຊີວິດການເປັນຢູ່

ບິ່ນຢູ່ເທິງເຂດອ້ອມຮອບ ຂົ້ວໂລກເໜືອ ເມື່ອວັນທີ 10 ພຶດສະພາ 2017. ບັນດາລັດຖະມົນຕີການຕ່າງປະເທດ ຂອງ 8 ປະເທດ ໃນສະພາຂົ້ວໂລກເໜືອຈະພົບປະກັນ ໃນເມືອງ Fairbanks ລັດ Alaska, ທີ່ຈະເປີດຂຶ້ນໃນວັນພະຫັດ ທີ 11 ພຶດສະພາ ນີ້.

ບັນດາລັດຖະມົນຕີການຕ່າງປະເທດ ຂອງແປດປະເທດ ໃນສະພາຂົ້ວໂລກເໜືອ
ຈະພົບປະກັນ ເພື່ອປຶກສາຫາລືເລື່ອງການປ່ຽນແປງຂອງດິນຟ້າອາກາດ ໃນ
ສັບປະດານີ້ ຖ່າມກາງທີ່​ມີຂ່າວເມື່ອເດືອນແລ້ວນີ້ວ່າ ອຸນຫະພູມໃນຂົງເຂດດັ່ງກ່າວ
ແມ່ນກຳລັງອຸ່ນຂຶ້ນ ​ເປັນສອງເທົ່າໂຕ ຂອງ​ອຸນຫະພູມເຂດອື່ນໆໃນທົ່ວໂລກ.

ທິວທັດ ຂອງແມ່ນນ້ຳ Braided ຢູ່ໃນສວນອຸດທະຍານແຫ່ງຊາດ Denali ທີ່ລັດ Alaska, ວັນທີ 10 ພຶດສະພາ 2017.
ທິວທັດ ຂອງແມ່ນນ້ຳ Braided ຢູ່ໃນສວນອຸດທະຍານແຫ່ງຊາດ Denali ທີ່ລັດ Alaska, ວັນທີ 10 ພຶດສະພາ 2017.

ການພົບປະ ລະດັດສູງສຸດນີ້ ກັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ
Rex Tillerson ແລະ ບັນດາຄູ່ຕຳແໜ່ງຂອງທ່ານ ຈາກ ຣັດເຊຍ ກຣີນແລນ
ການາດາ ນໍເວ ຟິນແລນ ສະວີເດັນ ແລະ ໄອຊະແລນ ຈະເປີດຂຶ້ນໃນວັນພະຫັດ
ມື້ນີ້ ຢູ່ທີ່ເມືອງ Fairbanks ລັດ Alaska.

ໃນຂະນະທີ່ ທ່ານ Tillerson ເຂົ້າຮ່ວມການເຈລະຈາກ ຢູ່ນີ້ ລັດຖະບານທ່ານທຣຳ
ຍັງບໍ່ໄດ້ຕັດສິນໃຈ ກ່ຽວກັບວ່າ ຍັງຈະ​ເປັນ​ພາຄີຕໍ່ໄປຫຼືບໍ່ ຂອງສັນຍາປາຣີ ກ່ຽວກັບ
ດິນຟ້າອາກາດ ປີ 2015 ອົງການສະຫະປະຊາຊາດ.

ການປ່ຽນແປງໃດໆ ຕໍ່ນະໂຍບາຍດ້ານດິນຟ້າອາກາດຂອງສະຫະລັດ ຈະສົ່ງຜົນ
ກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງຊາວອາແລສກາພື້ນເມືອງ ຜູ້ທີ່ກາງຕໍ່
ທະເລ​ ໃນ​ເຂດຂົ້ວໂລກເໜືອ ເພື່ອການຢູ່ລອດ.

ທ້າວ Gabe Tegoseak ໂອ້ລົມກັບ ວີໂອເອ ກ່ຽວກັບ ການເຕີບໃຫຍ່ ຢູ່ໃນຄອບຄົວ ຊົນເຜົ່າ Inuit.
ທ້າວ Gabe Tegoseak ໂອ້ລົມກັບ ວີໂອເອ ກ່ຽວກັບ ການເຕີບໃຫຍ່ ຢູ່ໃນຄອບຄົວ ຊົນເຜົ່າ Inuit.

ໃນບົດລາຍງານເມື່ອບໍ່ດົນມານີ້ ບັນດານັກວິທະຍາສາດ ໄດ້ກ່າວວ່າ ອຸນຫະພູມ
ໃນຂົ້ວໂລກເໜືອ ກຳລັງອຸ່ນຂຶ້ນ ໃນອັດຕາ 2 ເທົ່າຕົວ ຂອງເຂດອື່ນໆ​ໃນໂລກ
ສ່ວນນ້ຳກ້ອນທະເລ ແມ່ນຢູ່ໃນລະດັບທີ່ຕ່ຳເປັນປະຫວັດການ ແລະ ຜືນແຜ່ນ
ຊັ້ນໃຕ້ດິນທີ່ແຂງກ້າມເປັນນ້ຳກ້ອນ ຕະຫຼອດປີນັ້ນ ແມ່ນກຳລັງເປື່ອຍເປັນນ້ຳ.

ຖ້າອັດຕາການອຸ່ນຂຶ້ນໃນປັດຈຸບັນນີ້ ຍັງດຳ​ເນີນ​ຕໍ່​ໄປ ໂລກອາດເຫັນ ຂົ້ວໂລກ
ເໜືອ ທີ່ປາດສະຈາກນ້ຳກ້ອນ ພາຍໃນປີ 2040 ດັ່ງທີ່ບັນດານນັກຄົ້ນຄວ້າໄດ້
ກ່າວນັ້ນ.

Alaskan Natives Look to Arctic Council to Preserve Waters, Way of Life
please wait

No media source currently available

0:00 0:02:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG