ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດ ອາລາສກ້າ ເປັນລັດທີ່ມີປະໂຫຍດ ທາງດ້ານຍຸດທະສາດ ການທະຫານ ເພື່ອຕ້ານ ຈີນ ກັບ ຣັດເຊຍ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ຟັງການອະທິບາຍ ກ່ຽວກັບ ເຮືອບິນລົບ F-35 Lightning II ຂອງກອງທັບອາກາດ ສະຫະລັດ ທີ່ຖືກສົ່ງໄປປະຈຳການຢູ່ຖານທັບອາກາດ ເອລສັນ, ລັດ ອາລາສກ້າ. 24 ກໍລະກົດ, 2021. (Credit: Department of Defense)
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ຟັງການອະທິບາຍ ກ່ຽວກັບ ເຮືອບິນລົບ F-35 Lightning II ຂອງກອງທັບອາກາດ ສະຫະລັດ ທີ່ຖືກສົ່ງໄປປະຈຳການຢູ່ຖານທັບອາກາດ ເອລສັນ, ລັດ ອາລາສກ້າ. 24 ກໍລະກົດ, 2021. (Credit: Department of Defense)

ລັດ ອາລາສກາ ແມ່ນລັດທີ່ຕັ້ງຢູ່ພາກເໜືອສຸດຂອງ ສະຫະລັດ, ແລະ ມັນແມ່ນລັດທີ່ໃຫຍ່. ໃຫຍ່ໃນຂະໜາດຂອງພື້ນທີ່ດິນ, ແລະ ໃຫຍ່ໃນອຳນາດທາງທະຫານ. ນັກຂ່າວທຳນຽບຫ້າແຈຂອງວີໂອເອ ນາງຄາລາ ແບັບ ໄດ້ເດີນທາງຂ້າມໄປຂ້າມມາໃນລັດດັ່ງກ່າວດ້ວຍເຮລິຄັອບເຕີໃນວັນເສົາທີ່ ຜ່ານມາກັບລັດຖະມົນຕີປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ ເພື່ອຮຽນຮູ້ ເພີ່ມເຕີມ ກ່ຽວກັບ ຄວາມສຳຄັນທາງແຜນຍຸດທະສາດຂອງລັດດັ່ງກ່າວ. ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ມັນມີປ່າຢ່າງຫຼວງຫຼາຍ, ມີພື້ນທີ່ເປີດລະຫວ່າງຄ້າຍທະຫານໃນລັດ ອາລາສກາ. ໂຕໝີ ກຣິສລີ ກໍຍ່າງເລາະຢູ່ໃກ້ຄຽງ, ແລະ ສະພາບອາກາດກໍຮຸນແຮງເຊັ່ນກັນ. ໃນລະດູໜາວມັນສາມາດມີອຸນຫະ ພູມລົງຕໍ່າເຖິງ -45 ອົງສາແຊລຊຽດ.

ສະນັ້ນເປັນຫຍັງ ສະຫະລັດ ຈຶ່ງຈັດກອງກຳລັງທະຫານ ແລະ ປ້ອງກັນປະເທດ ສະຫະລັດ ຈຳນວນຫຼວງຫຼາຍໃນສິ່ງແວດລ້ອມທີ່ຮຸນແຮງນັ້ນ? ຄຳຕອບກໍແມ່ນ, ອີງຕາມລັດຖະມົນຕີປ້ອງກັນປະເທດ ທ່ານລອຍດ໌ ອອສຕິນ​ນັ້ນ, ມັນແມ່ນຍ້ອນພູມສາດ.

ທ່ານ ລອຍດ໌ ອອສຕິນ ໄດ້ກ່າວວ່າ “ພວກເຮົາແມ່ນປະເທດ ອິນໂດ-ປາຊີຟິກ, ແລະ ພວກເຮົາແມ່ນປະເທດຂົ້ວໂລກເໜືອ. ແລະຢູ່ທີ່ນີ້ໃນລັດ ອາລາສກາ, ສອງພາກພື້ນທີ່ສຳຄັນສອງແຫ່ງນັ້ນແມ່ນຕັດກັນ.”

ລັດ ອາລາສກາ ມີເຂດຊາຍແດນຕິດກັບມາຫາສະໝຸດ ປາຊີຟິກ ກັບຂົ້ວໂລກເໜືອ. ຖານທັບອາ ກາດ ເອລສັນ, ໃນໃຈກາງຂອງລັດ ອາລາສກາ ນັ້ນ, ແມ່ນ ຕັ້ງຢູ່ປະມານ 160 ກິໂລແມັດ ຫ່າງຈາກວົງຂົ້ວໂລກເໜືອ. ທ່ານ ອອສຕິນ ກ່າວວ່າຢູ່ທີ່ນັ້ນ, ສະຫະລັດ ໄດ້ເພີ່ມການປ້ອງກັນປະເທດ ແລະ ຂະຫຍາຍ ການຝຶກຊ້ອມໃນຄວາມພະຍາຍາມທີ່ຈະຂະຫຍາຍເຂດຊາຍແດນທີ່ມີການແຂ່ງ ຂັນກັນ ກັບຄູ່ປໍລະປັກທີ່ຢູ່ໃກ້ຄຽງຄື ຣັດເຊຍ ກັບ ຈີນ.

ທ່ານ ອອສຕິນ ໄດ້ກ່າວວ່າ “ເຈົ້າໄດ້ເຫັນ ພວກເຮົາຂະຫຍາຍຄວາມສາມາດຂອງພວກເຮົາຢູ່ເທິງນັ້ນເມື່ອບໍ່ດົນມານີ້ ດ້ວຍການເດີນທາງໄປຮອດຂອງເຮືອບິນລົບ F-35 ເພີ່ມເຕີມ, ແລະ ພວກເຮົາກຳລັງຢູ່ໃນຂັ້ນຕອນຂອງການສ້າງຄວາມສາມາດຂອງພວກເຮົາ ເພື່ອສະໜັບສະໜູນຄວາມພະຍາ ຍາມນັ້ນ.”

ເຊິ່ງມັນມີປະໂຫຍດເປັນພິເສດ ນັບຕັ້ງແຕ່ເຮືອບິນລົບ F-35 ລຸ້ນທີ 5 ໄດ້ໄປປະຈຳການຢູ່ຖານທັບ ເອລສັນ ມັນສາມາດເດີນທາງໄປຮອດທຸກບ່ອນໃນຊີກໂລກເໜືອນັ້ນ. ບໍ່ວ່າຈະເປັນການບິນຢູ່ເຂດມະຫາສະໝຸດປາຊີຟິກເໜືອ, ເຈົ້າແມ່ນຢູ່ໃນເອເຊຍ. ເຈົ້າຢາກໄປ ຢູໂຣບ ເຈົ້າກໍມີແຕ່ບິນຂ້າມຂົ້ວໂລກເໜືອ.

ເຈົ້າຕ້ອງການຊ້ອມ ທັກສະການທະຫານຢູ່ບ້ານບໍ່? ມັນກໍມີພື້ນທີ່ຝຶກຊ້ອມ 200,000 ຕາລາງກິໂລ ແມັດຢູ່ທີ່ນີ້.

ທ່ານ ແດນ ຊູລລີວານ ກ່າວວ່າ “ນອກຈາກວ່າ ເຈົ້າຈະປະຈຳການຢູ່ທີ່ນີ້ ຄົນແມ່ນຈະບໍ່ເຂົ້າໃຈຢ່າງເຕັມທີ່ວ່າ ລັດຂອງເຮົາແມ່ນສຳຄັນຫຼາຍຊໍ່າໃດ ໃນທາງຍຸດທະສາດ”

ສະມາຊິກສະພາສູງລັດ ອາລາສກາ ທ່ານ ແດນ ຊຸລລີວານ ແມ່ນສະມາຊິກຂອງຄະນະກຳມະການກອງທັບຂອງສະພາສູງ.

ທ່ານເວົ້າວ່າ ທຳນຽບຫ້າແຈ ແມ່ນເຮັດຖືກຕ້ອງ ທີ່ເພັ່ງເລັງໃສ່ຄູ່ແຂ່ງຂັ້ນສູງ, ແຕ່ທ່ານເປັນຫ່ວງວ່າ ສະຫະລັດ ອາດຈະບໍ່ສາມາດນຳທັນ.

ທ່ານ ຊຸລລີວານ ກ່າວວ່າ “ຈີນ ໄດ້ຂະຫຍາຍງົບປະມານປ້ອງກັນປະເທດຂອງເຂົາເຈົ້າ 10 ເປີເຊັນຕໍ່ປີ,​ ແມ່ນບໍ່? ເຂົາເຈົ້າຈະສືບຕໍ່ເຮັດມັນຕໍ່ໄປ. ພວກເຮົາ, ໃນສະໄໝທີສອງຂອງລັດຖະບານທ່ານ ໂອບາມາ, ໄດ້ຕັດງົບປະມານປ້ອງກັນປະເທດລົງ 25 ເປີເຊັນ. ທ່ານ ທຣຳ ໄດ້ນຳມັນກັບມາ. ແລະມັນກໍກັບລົງໄປອີກ. ສະນັ້ນ, ຂ້າພະເຈົ້າຈຶ່ງເປັນຫ່ວງຢ່າງແນ່ນອນ, ແລະ ເຊັ່ນດຽວກັບບັນດາ ສະ ມາຊິກຂອງຄະນະກຳມະການກອງທັບຂອງສະພາສູງ, ມັນບໍ່ສຳຄັນວ່າຈະມາຈາກພັກໃດ.”

ທ່ານ ຊຸລລີວານ ກ່າວວ່າ ທ່ານຢາກເຫັນງົບປະມານປ້ອງກັນປະເທດທີ່ຂະຫຍາຍຕົວ 3 ຫາ 5 ເປີ ເຊັນໃນແຕ່ລະປີ ເພື່ອນຳໃຫ້ທັນການລົງທຶນທາງທະຫານຂອງ ຈີນ. ແລະ ທ່ານໄດ້ຊີ້ໄປຫາຖານທັບຕ່າງໆທີ່ແຈກກະຈາຍໃນທົ່ວ ລັດ ອາລາສກາ ຂອງ ອາເມຣິກາ ນັ້ນແມ່ນຂໍ້ພິສູດທີ່ວ່າງົບປະ ມານການປ້ອງ ກັນປະເທດຈາກ ວໍຊິງຕັນ ຈະມີຄວາມສຳຄັນຫຼາຍແນວໃດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG