ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສັງເກດການ ກ່າວວ່າ ມີການລະເມີດຢຸດຍິງ ເພີ້ມຂຶ້ນ ໃນພາກຕາເວັນອອກ ຢູເຄຣນ


ທະຫານລັດຖະບານຢູເຄຣນຄົນນຶ່ງ ຍິງປືນໄປໃສ່ພວກກະບົດ ທີ່ ໜູນຫລັງໂດຍຣັດເຊຍ.
ທະຫານລັດຖະບານຢູເຄຣນຄົນນຶ່ງ ຍິງປືນໄປໃສ່ພວກກະບົດ ທີ່ ໜູນຫລັງໂດຍຣັດເຊຍ.

ບັນດາ​ຜູ້​ສັງ​ເກດ​ການ​ສາກົນ ​ໄດ້​ກ່າວ​ຕໍ່​ສະພາ​ຄວາມ​ໝັ້ນຄົງ ​ສະຫະ​ປະຊາ​ຊາດ​ໃນ​ວັ​ນ ພະຫັດ​ວານ​ນີ້ວ່າ ​ການ​ລະ​ເມີດ​ຢຸດ​ຍິງ​ ທີ່ຍັງ​ເຄັ່ງ​ຕຶຶງ​ຢູ່​ຕໍ່​ມາ ໃນພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄຣນ ລະຫວ່າງ Kyiv ​ພວກ​ກະບົດ ​ທີ່​ໜູນ​ຫລັງ​ໂດຍຣັດເຊຍ ​ໄດ້​ມາ​ເຖິງ​ຈຸດ “ທີ່​ໜ້າ​ ຕື່ນຕົກ​ໃຈ” ​ແບບ​ທີ່​ບໍ່​ເຄີຍເຫັນ​ມາ​ໃນ​ຮອບຫລາຍ​ເດືອນ.

ທ່ານ Ertugrul Apakan ຫົວໜ້າ​ສັງ​ເກດ​ການ​ຂອງອົງການ OSCE ທີ່ປະຕິ ບັດ​ງານ ສັງ​ເກດ​ການ​ພິ​ເສດ ​ຢູ່​ໃນ​ຢູ​ເຄຣນ ກ່າວ​ວ່າ “ຄວາມ​ຮຸນ​ແຮງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ ຢູ​ເຄຣນ ອີກ​ຄັ້ງ​ນຶ່ງ​ ໄດ້​ຢູ່​ລະດັບສູງ​ສຸດ” ທ່ານ​ກ່າວ​ວ່າ ນັບແຕ່​ເດືອນ​ເມສາ​ເປັນ​ຕົ້ນ​ມາ ບັນດາ​ຜູ້​ສັງ​ເກດ​ການ​ຂອງ​ທ່ານ ​ໄດ້​ຈົດ​ບັນທຶກໂຕ​ເລກ​ການລະ​ເມີດ​ຢຸດ​ຍິງ​ເປັນ​ຈຳນວນ ສູງ​ສຸດນັບ​ແຕ່​ເດືອນ​ສິງຫາ​ປີ 2015 ​ໃນ​ຂະນະ ​ທີ່​ພວກອາວຸດ​ໜັກ ຊຶ່ງ​ແຕ່​ກ່ອນ​ໄດ້​ເກັບ​ ໄວ້​ໃນ​ສາງ​ຢ່າງ​ຖາວອນແລະ​ບັນດາ​ບ່ອນ​ເກັບ​ມ້ຽນ ​ໄດ້​ຫາຍ​ສາບ​ສູນ​ໄປ ​ແລະ​ໄດ້​ຖືກ​ພົບ​ ເຫັນ​ວ່າ ມີ​ການ​ນຳ​ໃຊ້​ ຢູ່​ໃນ​ເຂດ ​ແນວ​ໜ້າ​.

ກະບົດ ​ທີ່​ໜູນ​ຫລັງ​ໂດຍຣັດເຊຍາມທີ່ໝັ້ນຂອງລາວ ຢູ່ນອກເມືອງ Donetsk ປະເທດ Ukraine.
ກະບົດ ​ທີ່​ໜູນ​ຫລັງ​ໂດຍຣັດເຊຍາມທີ່ໝັ້ນຂອງລາວ ຢູ່ນອກເມືອງ Donetsk ປະເທດ Ukraine.

ທ່ານ Pakan ​ໄດ້​ກ່າວ​ຕໍ່ບັນດາ​ສະມາຊິກ​ສະພາຄວາມ​ໝັ້ນຄົງ​ວ່າ “ພວກ​ເຮົາ​ຕ້ອງການ​ ໃຫ້​ມີ​ການ​ຍຸຕິ​ການເປັນ​ປໍ​ລະ​ປັກກັນ ​ແລະ​ການຢຸດ​ຍິງແບບ​ຍືນ​ຍົງ.

ທ່ານ Pakan ​ແລະ​ທ່ານ Martin Sajdik ຜູ້ຕາງໜ້າ​ພິ​ເສດ​ຂອງປະທານອົງການ ​OSCE ປະຈຳຢູ​ເຄຣນ ແລະ​ຢູ່​ໃນກຸ່ມ​ຕິດ​ຕໍ່​ສາມ​ຝ່າຍ ກ່າວ​ວ່າ​ ທັງ​ສອງ​ຝ່າຍ ຕ້ອງນັບຖື​ການ​ຢຸດ​ ຍິງ​ ກ່ອນ​ໜ້າວັນພັກ​ບຸນ Easter ຂອງ Orthodox ທີ່​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ອາທິດ​ຈະ​ມາ ​ເຖິງ​ນີ້. ທ່ານ Sajdik ກ່າ​ວວ່າ “ສະພາບ​ຄວາມປອດ​ໄພ​ຈະ​ຕ້ອງໄດ້​ມີ​ການ​ສ້າງ​ຕັ້ງ​ຂຶ້ນ ສຳລັບ​ຜູ້ຄົນ​ທີ່ຢູ່​ໃກ້ໆ​ກັບ​ເຂດທີ່​ເປັນປໍ​ລະ​ປັກກັນ​ ​ແລະ​ບັນດາ​ຜູ້​ທີ່​ຂ້າມໄປມາ​ຫາ​ກັນ​ໃນ​ ເຂດ​ແນວ​ໜ້າ ​ໃນລະຫວ່າງ​ວັນບຸນທີ່​ຈະ​ມາ​ເຖິງ​ນີ້.” ນັກການທູດທັງ​ສອງໄດ້ລາຍ​ງານ​ຕໍ່​ ສະພາຄວາມ​ໝັ້ນຄົງ ​ຜ່ານ​ທາງວິ​ດີ​ໂອ ​ຈາກນະຄອນ Kyiv​.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG