ເຍົາວະຊົນລາວອະເມຣິກັນຣຸ່ນໃໝ່ທີ່ເກີດແລະເຕີບໃຫຍ່
ໃນຕ່າງປະເທດ ແມ່ນຖືວ່າ ໄດ້ພັດທະນາແລະກ້າວໜ້າ
ປະສົບຄວາມສໍາເລັດມາກມາຍທຸກຖ້ວນໜ້າ ໃນນັ້ນກໍມີ
ຮວມທັງ Alain - ຣະເມຕ ໂສທິຄຸນ ນັກສຶກສາປລິນຍາ
ໂທ ຈະຈົບເປັນບັນດິດໃນເດືອນເມສາທີ່ຈະມາເຖິງນີ້ແລະ
ກໍກໍາລັງຕຽມສອບເປັນ CPA - Certified Public
Accountant ຫຼືນັກສະມຸດບັນຊີນັ້ນເອງ. ມື້ນີ້ Alain
ໄດ້ໂອ້ລົມກັບ VOA ແລະເລົ່າກ່ຽວກັບເບື້ອງຫຼັງຄວາມ
ເປັນມາຂອງຜູ້ກ່ຽວ ດັ່ງໃນບົດສໍາພາດຕໍ່ໄປນີ້:
/ບົດສໍາພາດ/
Alain ໄດ້ອະທິບາຍເຖິງເບື້ອງຫຼັງຄວາມເປັນມາໃນຕອນນຶ່ງວ່າ: "ຕັ້ງແຕ່ຕອນຍັງນ້ອຍ ຕອນທີໄປໂຮງຮຽນຢູ່ນັ້ນຂະນ້ອຍມັກໄປຫໍສະມຸດເລື້ອຍໆ, ມັກໄປອ່ານໜັງສື. ການອ່ານໜັງສືນີ້ເປັນການດີ ແມ່ນຊ່ອຍໄດ້ຫຼາຍໆຢ່າງ. ວິຊາເລກນີ້ແມ່ນເປັນ
ເຣື່ອງທີ່ອ່ານບໍ່ງ່າຍ ຫຼືເຂົ້າໃຈບໍ່ງ່າຍ, ແຕ່ຂະນ້ອຍບໍ່ຍອມລົ້ມເລີກແຕ່ຢ່າງໃດ,
ມີແຕ່ອ່ານແລະອ່ານເພີ່ມຂຶ້ນເລື້ອຍໆ ໃນຂະນະທີ່ຂະນ້ອຍກໍາລັງສຶກສາຢູ່ນັ້ນ.
ຂະນ້ອຍຖືວ່າໂຊກດີ ເພາະວ່າ ແມ່ຂະນ້ອຍເພິ່ນມັກພາໄປຫໍສະມຸດຕະລອດ.
ປືມໜາໆປະມານ ພັນໜ້າ ຫຼື 900 ໜ້າ ຂອງເລື່ອງຕ່າງໆທີຫາກໍອອກໃໝ່ເຊັ່ນ:
Harry Potter ນັ້ນ ຂະນ້ອຍຈະອ່ານຈົບເລື່ອງ ພາຍໃນນຶ່ງມື້ເຄິ່ງເທົ່ານັ້ນ. ມັນບໍ່
ສໍາຄັນດອກທີ່ພວກເດັກນ້ອຍຈະອ່ານປື້ມຫຍັງ, ປື້ມກາຕູນ ຕາລົກ ເຮຮາຫຼືປື້ມ
ທໍາມະດາແລະແນວໃດກໍໄດ້ຂໍໃຫ້ມັກອ່ານກໍພໍແລ້ວ."
ຮຽນແລະພະຍາຍາມເປັນທີ່ສຸດ ກໍກໍາລັງຕຽມສອບພາກທີສອງໃນເດືອນເມສາທີ່ຈະມາເຖິງນີ້.
ການທີ່ໄດ້ຮັບຟັງຈາກຄໍາ
ອະທິບາຍຂອງ Alain ແລ້ວ
ເຮັດໃຫ້ຄິດເຖິງຄໍາເວົ້າທີ່ວ່າ
"ຄວາມຕັ້ງໃຈຢູ່ໃສ ຄວາມສໍາ
ເລັດຢູ່ທີ່ນັ້ນ" ກໍຂໍໃຫ້ພວກນ້ອງໆນັກຮຽນທັງຫຼາຍຈື່ຈໍາເປັນອຸທາຫອນເອົາໄວ້.
Alain ເປັນລູກຊາຍກົກຂອງລູກທົງໝົດ 3 ຄົນຂອງທ່ານຄໍາໂອຣົດແລະຍານາງ ເພັດ
ສະໄໝ ວິໄລຈັກ ແລະປະຈຸບັນນີ້ ກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລ ຂອງລັດ Illinois
ທີ່ Champaign-urbana. VOA ກໍຂໍເອົາໃຈຊ່ອຍ Alain ໃຫ້ສອບຜ່ານແລະປະສົບ
ຜົນສໍາເລັດໃນໜ້າທີ່ການງານ.
ຂໍເຊີນ click ຮູບໂທລະໂຄ່ງຂ້າງເທິງຂວາມື ເພື່ອຮັບຟັງການສໍາພາດ.