ພໍ່ຂອງແມ່ຍິງທີ່ເກີດຢູ່ອາເມຣິກາຄົນນຶ່ງ ທີ່ໄດ້ໂຕນໄປຮ່ວມກຸ່ມກໍ່ການຮ້າຍລັດ ອິສລາມ ໄດ້ຍື່ນຟ້ອງຕໍ່ລັດຖະບານທ່ານທຣຳໃນວັນພະຫັດວານນີ້ ເພາະລາວ ຢາກໃຫ້ລູກສາວຂອງລາວ ໄດ້ຮັບອະນຸຍາດ ໃຫ້ກັບຄືນມາຍັງສະຫະລັດໄດ້.
ສູນກາງດ້ານກົດໝາຍຕາມລັດຖະທຳມະນູນສຳລັບຄົນມຸສລິມໃນອາເມຣິກາ ທີ່
ເອີ້ນຫຍໍ້ວ່າ CLCMA ໄດ້ຍື່ນຟ້ອງ ໂດຍຕາງໜ້າໃຫ້ແກ່ ທ້າວ Ahmed Ali Muthana, ພໍ່ຂອງນາງ Hoda Muthana ແລະພໍ່ຕູ້ຂອງລູກນ້ອຍຂອງນາງ.
ສູນກາງ CLCMA ເວົ້າຢູ່ໃນຖະແຫລງການສະບັບນຶ່ງວ່າ ສຳນວນຟ້ອງຮ້ອງດັ່ງກ່າວແມ່ນເພື່ອ "ຫາທາງອະທິບາຍ ຕໍ່ການບັນເທົາທີ່ເປັນການສະແດງໃຫ້ເຫັນການຮັບຮູ້ເຖິງການເປັນພົນລະເມືອງຂອງນາງ Hoda Muthana, ແລະ ເປັນຄຳຮ້ອງທີ່ມີລັກສະນະເປັນຄຳສັ່ງ ທີ່ຮຽກຮ້ອງໃຫ້ສະຫະລັດດຳເນີນຄວາມພະຍາຍາມທີ່ດີ ເພື່ອຈະໃຫ້ນາງ ແລະລູກນ້ອຍຂອງນາງກັບຄືນມາສະຫະລັດໄດ້."
ສຳນວນຟ້ອງທາງພົນລະເມືອງ ໄດ້ຖືກຍື່ນ ໂດຍມີຖ້ອຍຄຳທີ່ຂຽນວ່າ "ບໍ່ໄດ້ປົກປ້ອງໃຫ້ນາງສາມາດຫລີກ ຈາກການດຳເນີນຄະດີອາຍາໄດ້ ແຕ່ວ່າ ເປັນການຫາທາງໃຫ້ມີການຮັບຮູ້ຕໍ່ການເປັນພົນລະເມືອງອາເມຣິກັນຂອງນາງ, ທີ່ນາງໄດ້ມີກ່ອນການເດີນທາງອອກຈາກປະເທດໄປ ທີ່ບໍ່ໄດ້ມີການຂໍ້ຂັດແຍ້ງໃດໆ ແລະຮັບຮູ້ການເປັນພົນລະເມືອງສະຫະລັດ ຂອງລູກຊາຍນ້ອຍຂອງນາງ.
ກ່ອນໜ້ານັ້ນໃນວັນພະຫັດວານນີ້ ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ຖົກຖຽງວ່າ ຜູ້ຍິງຄົນນັ້ນ ບໍ່ແມ່ນ ພົນລະເມືອງສະຫະລັດ ແລະບໍ່ຄວນໄດ້ຮັບອະນຸຍາດໃຫ້ເດີນທາງກັບຄືນມາສະຫະລັດຈາກ
ຊີເຣຍ ຍ້ອນພໍ່ຂອງນາງແມ່ນນັກການທູດເຢເມນ.