ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກົດ​ໝາຍລັດ ​ອາ​ລາ​ບາ​ມາ ​ຫ້າມ​ການເຮັດ​ແທ້ງ​ລູກ ເກືອບ​ທຸກ​ປະ​ເພດ


ຜູ້​ປົກ​ຄອງ​ລັດ ອາ​ລາ​ບາ​ມາ ທ່ານ​ນາງ ເຄ ໄອ​ວີ ເຊັນ​ຮ່າງ​ກົດ​ໝາຍ ທີ່​ຈະ​ເຮັດ​ໃຫ້​ການ​ເຮັດ​ແທ້ງ​ລູກ​ເກືອບ​ທຸກ​ປ​ະ​ເພດ ເປັນ​ສິ່ງ​ຜິດ​ກົດ​ໝາຍ. 15 ພຶດ​ສະ​ພາ, 2019.
ຜູ້​ປົກ​ຄອງ​ລັດ ອາ​ລາ​ບາ​ມາ ທ່ານ​ນາງ ເຄ ໄອ​ວີ ເຊັນ​ຮ່າງ​ກົດ​ໝາຍ ທີ່​ຈະ​ເຮັດ​ໃຫ້​ການ​ເຮັດ​ແທ້ງ​ລູກ​ເກືອບ​ທຸກ​ປ​ະ​ເພດ ເປັນ​ສິ່ງ​ຜິດ​ກົດ​ໝາຍ. 15 ພຶດ​ສະ​ພາ, 2019.

ຜູ້​ປົກ​ຄອງ​ລັດ ອາ​ລາ​ບາ​ມາ ທ່ານນາງ ເຄ ໄອ​ວີ, ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ, ໄດ້​ເຊັນ​ກົດ
ໝາຍຫ້າມການເຮັດແທ້ງລູກເກືອບໝົດທຸກປະເພດ ໃນວັນພຸດວານນີ້.

ທ່ານນາງ ໄອ​ວີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ເຖິງ​ຜູ້​ສະ​ໜັບ​ສະ​ໜູນ​ຮ່າງ​ກົດ
ໝາຍສະບັບດັ່ງກ່າວຫຼາຍຄົນ, ການອອກກົດໝາຍນີ້ ໄດ້ເປັນຕົວແທນໃຫ້ຂໍ້ພິສູດອັນ
ຈະແຈ້ງ ຕໍ່ຄວາມເຊື່ອທີ່ເລິກເຊິ່ງຂອງຊາວ ອາລາບາມາ ທີ່ວ່າ ທຸກໆຊີວິດແມ່ນມີຄ່າ
ແລະ ທຸກໆຊີວິດແມ່ນຂອງຂວັນທີ່ສັກສິດຈາກພະເຈົ້າ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ລັດ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ ສະ​ຫະ​ລັດ ນັ້ນ
ໄດ້ຮັບຜ່ານຮ່າງກົດໝາຍດັ່ງກ່າວໃນວັນອັງຄານວານນີ້, ກໍ່ໃຫ້ເກີດການຕໍ່ສູ້ທາງ
ກົດໝາຍ ກ່ຽວກັບ ມາດຕະການ ທີ່ຈະກາຍເປັນກົດໝາຍ ການແທ້ງລູກທີ່ເຂັ້ມງວດທີ່
ສຸດຂອງປະເທດ.

ສະ​ມາ​ຄົມ​ການວາງ​ແຜນ​ຄອບ​ຄົວ ແຫ່ງ ອາ​ເມ​ຣິ​ກາ ໄດ້​ປະ​ຕິ​ຍານ​ໃນ​ວັນ​ພຸດ​ວານນີ້​ວ່າ ​
ຈະຕໍ່ສູ້ກັບຮ່າງກົດໝາຍດັ່ງກ່າວໃນສານ. ປະທານຂອງສະມາຄົມດັ່ງກ່າວ ທ່ານນາງ
ເລນາ ເວັນ ໄດ້ກ່າວວ່າ “ພວກເຮົາບໍ່ມີທາງເລືອກ. ພວກເຮົາເວົ້າ ກ່ຽວກັບ ສິດທິຂອງ
ຄົນຫຼາຍລຸ້ນໃນອະນາຄົດ.”

ສະ​ພາ​ສູງ​ທີ່​ມີ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ ກຳ​ສຽງ​ສ່ວນ​ຫຼາຍນັ້ນ ໄດ້​ລົງ​ຄະ​ແນນ​ສຽງ 25
ຕໍ່ 6 ເພື່ອເຮັດໃຫ້ການແທ້ງລູກໃນທຸກໄລຍະຂອງການຖືພາ ເປັນອາຊະຍາກຳທີ່ສາ
ມາດນຳມາລົງໂທດໄດ້ ດ້ວຍການຖືກຈັບເຂົ້າຄຸກເຖິງ 99 ປີ ຫຼື ຕະຫຼອດຊີວິດ ສຳລັບ
ຜູ້ທີ່ທຳການແທ້ງລູກ, ແນວໃດກໍຕາມແມ່ຍິງທີ່ພະຍາຍາມ ຫຼື ກຳລັງທຳການແທ້ງລູກ
ຢູ່ນັ້ນ ຈະບໍ່ຖືກລົງໂທດ. ຂໍ້ຍົກເວັ້ນອັນດຽວກໍຈະແມ່ນເມື່ອສຸຂະພາບຂອງແມ່ຍິງຜູ້ນັ້ນ
ແມ່ນມີຄວາມສ່ຽງຂັ້ນຮຸນແຮງ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ ໄດ້​ປະ​ຕິ​ເສດ​ການ​ພະ​ຍາ​ຍາມ​ທີ່​ຈະ​ເພີ່ມ​ຂໍ້​ຍົກ​ເວັ້ນ​ສຳ​ລັບ​
ການຖືກຂົ່ມຂືນ ຫຼື ການຮ່ວມເພດລະຫວ່າງຍາດຕິພີ່ນ້ອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG