ບັນດາຜູ້ສະໝັກລົງແຂ່ງຂັນ ໃນການເລືອກຕັ້ງຮອບພິເສດ ເພື່ອເອົາຕຳແໜ່ງທີ່ເປົ່າ
ຫວ່າງ ຢູ່ໃນສະພາສູງ ສະຫະລັດ ຕ່າງກໍມີໂອກາດສຸດທ້າຍ ໃນວັນຈັນມື້ນີ້ ທີ່ຈະເຮັດ
ໃຫ້ພວກຜູ້ມີສິດອອກສຽງທັງຫຼາຍ ໝັ້ນໃຈວ່າ ພວກເພິ່ນເປັນທາງເລືອກທີ່ດີທີ່ສຸດ
ທີ່ຈະເປັນຕົວແທນໃຫ້ແກ່ລັດ ອາລາບາມາ.
ຜູ້ສະໝັກສັງກັດພັກເດໂມແຄຣັດ ທ່ານ ດັກ ໂຈນສ໌ ໄດ້ບອກບັນດາຜູ້ສະໜັບສະໜູນ
ຢູ່ທີ່ການອອກມາຊຸມນຸມ ເພື່ອລົງຄະແນນສຽງ ເມື່ອແລງວັນອາທິດວານນີ້ ວ່າ “ພວກ
ເຮົາຮູ້ດີວ່າ ພວກເຮົາແມ່ນໃຜ ແມ່ນຊາວອາລາບາມາ.” ທ່ານກ່າວຕໍ່ໄປອີກວ່າ
“ອັນນີ້ແມ່ນການເລືອກຕັ້ງເພື່ອຈະບອກໃຫ້ໂລກຮູ້ວ່າ ພວກເຮົາແມ່ນໃຜ ແລະ
ຈຸດຢືນທີ່ພວກເຮົາຢຶດໝັ້ນແມ່ນຫຍັງ.”
ສ່ວນຜູ້ສະໝັກ ສັງກັດພັກຣີພັບບລິກັນ ທ່ານ ຣອຍ ມໍຣ໌ ກຳລັງໄດ້ຮັບການຊ່ອຍເຫຼືອ
ຈາກປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ໄດ້ບັນທຶກຂໍ້ຄວາມ ທີ່ ຖືກສົ່ງໄປໃຫ້ພົນລະເມືອງ
ຊາວອາລາບາມາ ໂດຍຜ່ານການໂທທີ່ອັດສຽງໄວ້.
ທ່ານທຣຳ ກ່າວວ່າ ຖ້າຫາກທ່ານໂຈນສ໌ ຊະນະ ທ່ານກໍຈະເປັນ “ຮຸ່ນເຊີດ” ໃຫ້ຜູ້ນຳ
ສະພາສູງ ສັງກັດພັກເດໂມແຄຣັດ ຂອງ ທ່ານ ຊັກ ຊູມເມີ້ ແລະ ຜູ້ນຳສະພາຕ່ຳ ສັງກັດ
ພັກເດໂມແຄຣັດ ທ່ານນາງ ແນນຊີ ເພໂລສີ ໃນຂະນະທີ່ທ່ານມໍຣ໌ ຈະອະນຸຍາດໃຫ້
ປະທານາທິບໍດີ ຜ່ານແຜນການຂອງທ່ານ ໄດ້.
ທ່ານທຣຳ ກ່າວວ່າ “ຄະແນນສຽງຂອງທ່ານ ແມ່ນສຳລັບ ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ແລະ ມັນມີຄວາມຈຳເປັນ.”
ພັກຣີພັບບລີກັນ ມີສຽງສ່ວນຫຼາຍພຽງໜ້ອຍດຽວ ໃນຈຳນວນ 100 ບ່ອນນັ່ງ ຂອງ
ສະພາສູງ. ການເລືອກຕັ້ງໃນວັນອັງຄານ ຈະຕັດສິນວ່າ ຜູ້ໃດຈະເຂົ້າຮັບຕຳແໜ່ງ
ຂອງສະໄໝທ່ານ ແຈັຟ ແສັດຊັນ ທີ່ຍັງເຫຼືອຢູ່ສາມປີ ນັ້ນ ຜູ້ທີ່ໄດ້ລາອອກຈາກຕຳແໜ່ງ
ເພື່ອມາເປັນ ລັດຖະມົນຕີ ກະຊວງຍຸຕິທຳ. ຖ້າຫາກທ່ານ ໂຈນສ໌ ຊະນະ ການໄດ້ປຽບ
ຂອງພັກຣີພັບບລີກັນ ນັ້ນ ຈະຫລຸດລົງ ເປັນ 51 ສຽງ ຕໍ່ 49 ສຽງ.
ສະມາຊິກສະພາສູງ ຜູ້ອາວຸໂສ ສັງກັດພັກຣີພັບບລີກັນ ຂອງລັດອາລາບາມາ ທ່ານ
ຣິດຊາຈ ແຊລບີ້ ໄດ້ກ່າວໃນວັນອາທິດວານນີ້ວ່າ ລັດນີ້ “ສົມຄວນຈະໄດ້ຮັບ”
ການເລືອກເອົາຜູ້ທີ່ດີກວ່າ ທ່ານມໍຣ໌ ຜູ້ທີ່ໄດ້ຖືກກ່າວຫາວ່າ ກະທຳສິ່ງທີ່ບໍ່ເໝາະສົມ
ທາງເພດ ກັບພວກແມ່ຍິງໄວໜຸ່ມ ມາເປັນຫຼາຍສິບປີ ຜ່ານມາ ໃນເວລາ ທ່ານຢູ່ໃນ
ໄວ 30 ປີ ນັ້ນ.