ສານລັດຖະບານກາງຂອງສະຫະລັດແຫ່ງນຶ່ງ ໄດ້ຕັດສິນໂທດ
ຄົນສັນຊາດ Eritrea ໃຫ້ຈໍາຄຸກ ເປັນເວລາຫລາຍກວ່າ 9 ປີ
ຍ້ອນໄດ້ສົມຮູ້ຮ່ວມຄິດກັບ ພວກກໍ່ການຮ້າຍ Al-Shabab
ຢູ່ໃນໂຊມາເລຍ.
ທ້າວ Mohhammed Ibrahim Ahmed ຍອມຮັບຜິດ ໃນປີ
ກາຍນີ້ວ່າໄດ້ຮັບການຝຶກອົບຮົມທາງທະຫານຈາກກຸ່ມອິສລາມຫົວຮຸນແຮງຈັດດັ່ງກ່າວ ແລະວ່າ ໄດ້ເປັນຜູ້ຈັດຫາປືນ ແລະກະສຸນ ໃຫ້ແກ່ຜູ້ບັນຊາການພວກກໍ່ການຮ້າຍ Al-Shabab.
ທ້າວ Ahmed ທີ່ເກີດຢູ່ໃນປະເທດ Eritrea ໄດ້ດໍາລົງຊີວິດ ຢູ່ປະເທດສະວີເດັນ ກ່ອນຈະ
ເດີນທາງໄປຍັງໂຊມາເລຍ. ລາວໄດ້ຖືກຈັບຢູ່ໄນຈີເຣຍ ແລະ ໃນທີ່ສຸດກໍໄດ້ຖືກສົ່ງຕົວ
ໃຫ້ແກ່ເຈົ້າໜ້າທີ່ສະຫະລັດ.
ກຸ່ມກໍ່ການຮ້າຍ Al-Shabab ແມ່ນທໍາການຕໍ່ສູ້ເພື່ອຢາກຫັນປ່ຽນໃຫ້ໂຊມາເລຍ ກາຍເປັນ
ປະເທດອິສລາມ ທີ່ນິຍົມແນວທາງເດີມ. ກຸ່ມດັ່ງກ່າວໄດ້ຮັບການເສຍໄຊຢ່າງຮ້າຍແຮງ ຍ້ອນນໍ້າມືຂອງກໍາລັງສະຫະພາບອາຟຣິກາ ແຕ່ວ່າກໍຍັງຄວບຄຸມພື້ນທີ່ພາກສ່ວນໃຫຍ່ ຂອງປະເທດດັ່ງກ່າວຢູ່.