ເຈົ້າໜ້າທີ່ໂຊມາເລຍທີ່ພວມທຳການສືບສວນກ່ຽວກັບອັນທີ່ປາ
ກົດວ່າເປັນການວາງລະເບີດທີ່ໄດ້ບັງຄັບໃຫ້ເຮືອບິນໂດຍສານ
ອາຍພົ່ນລົງຈອດສຸກເສີນທີ່ນະຄອນຫຼວງໂມກາດິສຊູນັ້ນ ກ່າວ
ວ່າ ການວາງລະເບີດດັ່ງກ່າວນີ້ມີທ່າທາງວ່າຈະເປັນນ້ຳມືຂອງ
ກຸ່ມຫົວຮຸນແຮງ al-Shabab.
ໃນການກ່າວຊີ້ແຈງທີ່ຂໍສະຫງວນຊື່ເຈົ້າໜ້າທີ່ອະວຸໂສໃນດ້ານ
ຄວາມປອດໄພ ທ່ານນຶ່ງກ່າວຕໍ່ວີໂອເອ ພະແນກ ພາສາໂຊມາ
ເລຍວ່າ ການສືບສວນໄດ້ພົບເຫັນຫລັກຖານທີ່ວ່າ ກຸ່ມ al-Sha-
bab ເປັນຜູ້ຢູ່ເບື້ອງຫຼັງການວາງລະເບີດໃນຄັ້ງນີ້ ແລະກໍຈະນຳ
ສະເໜີການສະຫລຸບກ່ຽວກັບການສືບສວນໃນໄວໆນີ້.
ໃນການກ່າວຊີ້ແຈງຕໍ່ວີໂອເອນັ້ນ ອະດີດຜູ້ອຳນວຍການສືບລັບຂອງໂຊມາເລຍນັ້ນ ທ່ານ
Ahmed Moallim Fiqi ກ່າວວ່າ ລັກສະນະແລະຫລັກຖານຕ່າງໆທີ່ມີຢູ່ມາຮອດປັດຈຸບັນ
ນີ້ ແມ່ນເປັນການວາງແຜນໂຈມຕີດ້ວຍລະເບີດ.
ເຈົ້າໜ້າທີ່ທ້ອງຖິ່ນໃນເຂດເມືອງ Balad ທີ່ຕັ້ງຢູ່ທາງເໜືອຂອງນະຄອນຫຼວງໂມກາດິສຊູ
ໄດ້ພົບເຫັນຊິ້ນສ່ວນຂອງສົບຜູ້ຊາຍຄົນນຶ່ງທີ່ເຊື່ອວ່າຕົກລົງມາຈາກເຮືອບິນຊຶ່ງບໍ່ດົນຫລັງ
ຈາກນັ້ນກໍໄດ້ລົງຈອດ ທີ່ສະໜາມບິນນາໆຊາດໂມກາດິສຊູ ໃນວັນອັງຄານຜ່ານມາ ໂດຍ
ມີຜູ້ໂດຍສານຄົນນຶ່ງຫາຍສາບສູນໄປແລະມີປ່ອງຢູ່ຂ້າງເຮືອບິນ.
ຄະນະສືບສວນວ່າ ເຫດລະເບີດໄດ້ດູດເອົາຜູ້ຊາຍຄົນນັ້ນອອກຈາກເຮືອບິນໂດຍປ່ອງດັ່ງ
ກ່າວ.
ທ່ານ Fiqi ກ່າວວ່າ ທ່ານໄດ້ຮັບຂໍ້ມູນມາວ່າ ຜູ້ຕ້ອງສົງໄສໃນການການວາງລະເບີດໄດ້ຕັ້ງ
ໃຈໄປນັ່ງຢູ່ບ່ອນດັ່ງກ່າວໃນເຮືອບິນ ທີ່ຢູ່ໃກ້ໆກັບຖັງນ້ຳມັນ.