ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ ອາລ-ຊາບັບ ທີ່ບຸກຈູ່ໂຈມ ຖານທັບຂອງ ທະຫານ ໂຊມາເລຍ ໄດ້ສັງຫານທະຫານ ຈຳນວນນຶ່ງ


ແຜນທີ່ ເຂດ ໂຊມາລີແລນ ແລະ ເຂດພັນແລນ ຂອງໂຊມາເລຍ
ແຜນທີ່ ເຂດ ໂຊມາລີແລນ ແລະ ເຂດພັນແລນ ຂອງໂຊມາເລຍ

ທະຫານໂຊມາເລຍ ຢ່າງໜ້ອຍ 4 ຄົນ ໄດ້ຖືກຂ້າຕາຍ ແລະ ອີກຫຼາຍກວ່າ 10 ຄົນ ໄດ້
ຮັບບາດເຈັບ ໃນເວລາ ພວກຫົວຮຸນແຮງ ກຸ່ມອາລ-ຊາບັບ ໄດ້ຈູ່ໂຈມເຂົ້າໄປໃນຖານທັບ
ຂອງທະຫານ ທີ່ຂົງເຂດ ພັນແລນ (Puntland) ທີ່ປົກຄອງຕົນເອງເຄິ່ງນຶ່ງ ທາງພາກ
ຕາເວັນອອກສຽງເໜືອຂອງ ໂຊມາເລຍ ອີງຕາມການກ່າວ ເມື່ອວັນເສົາວານນີ້ ຂອງ
ພວກທີ່ເຫັນເຫດການ.

ພວກຫົວຮຸນແຮງດັ່ງກ່າວ ໄດ້ເລີ້ມຕົ້ນ ບຸກໂຈມຕີ ໂດຍບໍ່ໃຫ້ຮູ້ເມື່ອໂຕ ໃນເວລາກາງຄືນ
ຕໍ່ຖານທັບ ບາລີ-ຄາດາຣ ຕັ້ງຢູ່ໃກ້ໆກັບພື້ນທີ່ພູດອຍ ກາລກາລາ ຂອງຂົງເຂດ ບາຣີ.
ບັນດາແຫລ່ງຂ່າວ ໄດ້ກ່າວວ່າ ພວກທະຫານ ພັນແລນ ປະຈຳການຢູ່ແຫ່ງດັ່ງກ່າວ
ໄດ້ຖືກກົດດັນໃຫ້ຖອຍໜີ ແຕ່ໄດ້ເຂົ້າຍຶດເອົາຖານທັບໄດ້ຄືນ ຈາກພວກຫົວຮຸນແຮງ
ຕາມທີຫລັງ.

ພວກແຫລ່ງຂ່າວ ກ່າວວ່າ ພວກຫົວຮຸນແຮງ ອາລ-ຊາບັບ ທີ່ຕິດອາວຸດເຕັມໂຕ ຈຳນວນ
ນຶ່ງ ໄດ້ປະຕິບັດການບຸກໂຈມຕີ ຢ່າງກະທັນຫັນ ຕໍ່ຖານທັບດັ່ງກ່າວ ໃນຂະນະທີ່ ພວກ
ເຂົາເຈົ້າ ໄດ້ເຜົາລົດທະຫານ ຈຳນວນນຶ່ງ ໄປພ້ອມ.

ອີງຕາມພວກທີ່ເຫັນເຫດການແມ່ນວ່າ ທະຫານຢ່າງໜ້ອຍ 4 ຄົນ ໄດ້ຖືກສັງຫານ ໃນ
ການບຸກໂຈມຕີນັ້ນ ແຕ່ກຸ່ມອາລ-ຊາບັບ ໄດ້ອ້າງວ່າ ຕົນໄດ້ສັງຫານພວກທະຫານ
ຢ່າງໜ້ອຍ 8 ຄົນ.

ແລະຢູ່ໃນຖະແຫລງການ ລັດ ພັນແລນ ຂອງໂຊມາເລຍ ກ່າວວ່າ ຕົນກໍໄດ້ສັງຫານ
ພວກນັກລົບ ອາລ-ຊາບັບ 41 ຄົນ ໃນການປະຕິບັດການຕອບໂຕ້ ການບຸກໂຈມຕີ
ຂະໜານໃຫຍ່ໃນວັນສຸກຜ່ານມາ ຕໍ່ຖານທັບຂອງທະຫານ ທີ່ໄດ້ສັງຫານທະຫານ
ຢ່າງໜ້ອຍ 4 ຄົນ ຢູ່ໃນຖານທັບ ບາລີ-ຄາດາຣ ນັ້ນ.

ລັດຖະບານທ້ອງຖິ່ນຂອງພັນແລນ ໄດ້ກ່າວຫາພວກໂຊມາລີແລນ ທີ່ແຕກແຍກອອກ
ໄປຈາກ ສາທາລະນະລັດ ວ່າມີສ່ວນກ່ຽວຂ້ອງໃນການໂຈມຕີ ຕໍ່ຖານທັບດັ່ງກ່າວ
ເຊິ່ງເປັນການກ່າວອ້າງ ທີ່ວີໂອເອ ບໍ່ສາມາດຢັ້ງຢືນໄດ້.

ໃນຂະນະດຽວກັນ ພວກໂຊມາລີແລນ ກໍໄດ້ປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງແຕ່ຢ່າງໃດ
ໃນການໂຈມຕີໃນມື້ນີ້ ຢູ່ທີ່ ຖານທັບ ບາລີ-ຄາດາຣ. “ພວກເຮົາບໍ່ມີຫຍັງກ່ຽວຂ້ອງ ຫຼື ມີ
ການເຊື່ອມໂຍງໃດໆເລີຍ”
ທ່ານ ໂມຮາມເມັດ ກາຮິນ ລັດຖະມົນຕີ ພາຍໃນຂອງ
ໂຊມາລີແລນ ໄດ້ກ່າວໃນການໃຫ້ສຳພາດທາງໂທລະສັບ ກັບວີໂອເອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG