ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ​ al-Shabab ຂູ່ວ່າ ຈະທຳການໂຈມຕີ ແບບນອງເລືອດ ຂຶ້ນອີກ ໃນເຄນຢາ


ເຈົ້າໜ້າທີ່ຕຳຫລວດເຄນຢາ ຢືນຢູ່ຕໍ່ໜ້າມະຫາວິທະຍາໄລ Garissa.
ເຈົ້າໜ້າທີ່ຕຳຫລວດເຄນຢາ ຢືນຢູ່ຕໍ່ໜ້າມະຫາວິທະຍາໄລ Garissa.

ກຸ່ມ​ຫົວ​ຮຸນ​ແຮງ al-Shabab ທີ່​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ
​ຕໍ່​ການ​ສັງຫານ 148 ຄົນຢູ່​ທີ່ມະຫາວິທະຍາ​ໄລເຄນຢາ ​ໃນ​ວັນ​
ພະຫັດ​ທີ່​ຜ່ານ​ມານັ້ນ​ ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ “ຈະ​ມີ​ການນອງ
​ເລືອດ​ອີກ.”

ຖະ​ແຫລ​ງການຂອງກຸ່ມ al-Shabab ​ໃນ​ວັນ​ເສົາ​ມື້​ນີ້ ກ່າວ​ວ່າ
“ບໍ່​ມີ​ມາດຕະ ການ​ລະມັດລະວັງ ​ຫລື​ຄວາມ​ປອດ​ໄພໃດໆ​ ທີ່ຈະ
​ໃຫ້ການ​ຄຳ້ປະກັນ​ຕໍ່​ຄວາມ​ປອດ​ໄພ​ຂອງ​ທ່ານ ຂັດຂວາງຕໍ່​ການ
​ໂຈມ​ຕີ​ຄັ້ງໃໝ່ ຫລື​ປ້ອງ​ກັນ​ການ​ນອງ​ເລືອດ ບໍ່ໃຫ້ເກີດ​ຂື້ນ​ຢູ່​ໃນ
ເມືອງ​ຕ່າງໆຂອງ​ທ່ານ.” ຖະແຫລງການທີ່ໃຊ້ຄຳເວົ້າແບບຮຸນ
ແຮງຈັດ ກ່າວຕໍ່ໄປ​ອີກ​ວ່າ ​ເມືອງ​ຕ່າງໆ​ຂອງ​ເຄນ​ຢາ ຈະ "​ມີ​ແຕ່​ເລືອດ​ສີ​ແດງ.”

​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ລັດຖະມົນຕີ​ກະຊວງພາຍ​ໃນເຄນຢາທ່ານ Joseph
Nkaissery ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ຢ່າງ​ໜ້ອຍ​ສາມ​ຄົນ​ໄດ້​ຖືກ​ຈັບ ​ໃນ​ການ​ພົວ ພັນ​ກັບ
​ການ​ໂຈມ​ຕີ ​ທີ່ມະຫາ​ວິທະຍາ​ໄລ.

ທ່ານ Nkaissery ກ່າວ​ວ່າ “ມີຈຳນວນ​ນຶ່ງໄດ້​ຖືກ​ຈັບມື້​ນີ້ ​ໃນ​ຂະນະ​ທີ່​ເຮົາ​ກໍາ ລັງ​ລົມ​ກັນ​
ຢູ່​ໃນ​ຕອນ​ແລງ​ມື້​ນີ້ ພວກ​ເຮົາ​ຍັງ​ໄດ້​ຈັບ​ອີກ​ສາມ​ຄົນ ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ຈຳນວນ
ໂຕ​ເລກ​ຈະເພີ້​ມຂື້ນ​ເຖິງ​ປະມານຫ້າ​ຄົນ ​ແຕ່​ວ່າພວກ​ເຮົາ​ຈະໃຫ້​ຢືນຢັນກ່ຽວກັບເລື້ອງນີ້​
ເວລາ​ໃດ​ເຮົາ​ມີ​ລາຍ​ລະອຽດ​ເພີ້​ມ​ເຕີ​ມ. ດັ່ງ​ທີ່​ທ່ານ​ຮູ້ ການ​ປະຕິບັດ​ງານ​ດັ່ງກ່າວ​ຈະ​ດຳ​ເນີນຕໍ່ໄປເລື້ອຍໆ.”

Kenya Garissa Attack
please wait
Embed

No media source currently available

0:00 0:05:49 0:00

ບັນດາ​ເຈົ້າ​ໜ້າ​ທີ່​ເລີ້ມ​ຍ້າຍ​ບັນດາຊາກ​ສົບຂອງພວກນັກຮຽນ​ຫຼາຍໆຄົນ​ທີ່​ໄດ້​ຖືກ​ສັງ
ຫານ​ ໂດຍພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່ທີ່ມະຫາວິທະຍາ​ໄລ Garissa ​ໄປ​ຍັງ
ນະຄອນຫລວງ​ເພື່ອທຳ​ການ​ສັນ​ລະ​ສູດ.

ບັນດາ​ຄອບຄົວ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່ທີ່ນະຄອນຫລວງ Nirobi ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​
ຈາກ​ການ​ໂຈ​ມຕີ​ຢູ່ມະຫາວິທະຍາໄລ ທີ່​ເຮັດໃຫ້ 148 ຄົນເສຍ​ຊີວິດ ພ້ອມ​ດ້ວຍ​ຜູ້
​ໂຈມ​ຕີ​ສີ່​ຄົນ.

Deadly Day at Kenyan University
please wait

No media source currently available

0:00 0:02:37 0:00

XS
SM
MD
LG