ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງອາລ-ຊາບັບ ຖືກປິດລ້ອມ ຢູ່ໂຮງແຮມ ໃນນະຄອນຫລວງໂມກາດີສຊູ


ພາບ​ລວມ​ສະ​ແດງ​ໃຫ້​ເຫັນ​ສ່ວນ​ນຶ່ງ​ຂອງ​ເຂດ​ທີ່​ທຳ​ນຽບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຊ​ມາ​ເລຍ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງອິ​ສ​ລາມ ອາ​ລ-ຊາ​ບັບໂຈມ​ຕີ​ໂຮງ​ແຮມ Villa Rossa ທີ່​ຢູ່​ໃກ້​ກັບ​ທຳ​ນຽບ ທີ່​ຕັ້ງ​ຢູ່​ໃນ​ເມືອງ Bondhere ໃນນະຄອນຫລວງໂມກາດີສຊູຂອງ​ໂຊ​ມາ​ເລຍ ວັນ​ທີ 28 ພະ​ຈິກ, 2022.
ພາບ​ລວມ​ສະ​ແດງ​ໃຫ້​ເຫັນ​ສ່ວນ​ນຶ່ງ​ຂອງ​ເຂດ​ທີ່​ທຳ​ນຽບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຊ​ມາ​ເລຍ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງອິ​ສ​ລາມ ອາ​ລ-ຊາ​ບັບໂຈມ​ຕີ​ໂຮງ​ແຮມ Villa Rossa ທີ່​ຢູ່​ໃກ້​ກັບ​ທຳ​ນຽບ ທີ່​ຕັ້ງ​ຢູ່​ໃນ​ເມືອງ Bondhere ໃນນະຄອນຫລວງໂມກາດີສຊູຂອງ​ໂຊ​ມາ​ເລຍ ວັນ​ທີ 28 ພະ​ຈິກ, 2022.

ເຫດລະ​ເບີດ​ແຕກ ແລະ​ການ​ຍິງ​ກັນ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ທີ່ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ນະຄອນຫຼວງ​ຂອງ​ໂຊ​ມາ​ເລຍ ທີ່​ຖືກໂຈມ​ຕີ​ໂດຍ​ກຸ່ມ​ກະບົດ​ ໃນ​ວັນ​ອາທິດ​ວານ​ນີ້.

ສີ່​ຄົນ​ໄດ້​ເສຍ​ຊີວິດໄປ​ໃນຕອນ​ກາງ​ຄືນຢູ່​ໃນ​ໂຮງ​ແຮມນັ້ນ ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງການ​ຂ່າວ​ຝຣັ່ງເອເອັ​ຟ​ພີ (AFP).

"ພວກ​ມື​ປືນທີ່​ກໍ່​ການ​ຮ້າຍ ຖືກ​ປິດ​ລ້ອມ​ໃຫ້​ຢູ່​ໃນ​ຫ້ອງ​ນຶ່ງ​ໃນ​ຕຶກໂຮງ​ແຮມ ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ​ກຳ​ລັງ​ຈະ​ຍຸດ​ຕິ​ການ​ປິດ​ລ້ອມ​ໃນ​ໄວໆ​ນີ້... ມາຮອດດຽວນີ້ ພວກເຮົາໄດ້ຢືນຢັນການເສຍຊີວິດຂອງສີ່ຄົນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານໂມ​ຮາ​ເມັດ ດາ​ເຮຍ (Mohamed Dahir) ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ກ່າວ​ຕໍ່ອົງ​ການ​ຂ່າວ AFP.

ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters) ລາຍ​ງານ​ວ່າ ສະພາ​ແຫ່ງ​ຊາດ​ໂຊ​ມາ​ເລຍ​ໄດ້​ຍົກ​ເລີກ​ກອງ​ປະຊຸມ ​ສໍາ​ລັບ​ທັງ​ສອງສະ​ພາ​ຂອງ​ຕົນ ຍ້ອນ​ການ​ໂຈມ​ຕີ​ໂຮງ​ແຮມ​ຂອງພວກຫົວ​ຮຸນ​ແຮງ.

ພວກຫົວຮຸນແຮງອາລ-ຊາ​ບັບ ໄດ້ທຳການໂຈມຕີແບບສະຫຼັບຊັບຊ້ອນໃສ່ໂຮງ ແຮມວິ​ລ​ລາ ໂຣ​ສຊາ (Villa Rossa) ທີ່ຕັ້ງຢູ່ໃນພື້ນທີ່ ທີ່​ມີ​ການ​ຮັັກ​ສາ​ຄວາມປອດໄພ ຢູ່ບໍ່ໄກຈາກທຳນຽບປະທານາທິບໍດີໃນນະ​ຄອນ​ຫລວງໂມກາດີສຊູ ແລະ ຄຸກທີ່ຄຸ້ມຄອງໂດຍອົງການສືບລັບແຫ່ງຊາດ, ອີງຕາມຜູ້​ທີ່ເຫັນເຫດ​ການ ແລະຕຳຫຼວດ. ໂຮງແຮມແຫ່ງນັ້ນ ແມ່ນໄດ້ມີເຈົ້າຫນ້າທີ່ລັດຖະບານ ແລະ ນັກການເມືອງເຂົ້າ​ມາພັກຢູ່ເລື້ອຍ.

ບັນດາ​ຜູ້​ເຫັນ​ເຫດການ​ໄດ້​ເຫັນ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ພິ​ເສດ ເຄື່ອນ​ຍ້າຍ​ເຂົ້າ​ໄປຢູ່​ໃນ​ເຂດ​ດັ່ງກ່າວ. ຕຳຫຼວດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ຊີວິດ​ພົນລະ​ເຮືອນ​ ແລະ​ເຈົ້າ​ໜ້າ​ທີ່​ຫຼາຍ​ຄົນ.

ໃນ​ການ​ລົງຂໍ້​ຜ່ານຄວາມ​ທາງ​ສື່​ສັງ​ຄົມເທ​ເລ​ແກ​ຣມ (telegram) ນັ້ນ ກຸ່ມ​ຫົວ​ຮຸນ​ແຮງ​ກ່າວ​ວ່າ ພວກ​ນັກ​ລົບ​ຂອງ​ຕົນ​ໄດ້​ປະ​ຕິ​ບັດ​ພາ​ລະ​ກິດ​ທະ​ຫານສະ​ຫລະຊີບອັນ​ນຶ່ງ.

ການ​ໂຈມ​ຕີ​ຄັ້ງ​ນີ້ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ກຳລັງ​ລັດຖະບານ​ໂຊ​ມາ​ເລຍ ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ນັກ​ລົບ​ທ້ອງ​ຖິ່ນ ສືບ​ຕໍ່​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ​ໃນ​ລັດເຮີ​ຊາ​ແບ​ລ (Hirshabelle) ແລະ​ລັດກາ​ລ​ມາ​ດັກ (Galmudug).

ນາຍົກລັດຖະມົນຕີໂຊມາເລຍ ທ່ານຮາມ​ຊາ ອັບ​ດີ ບາ​ເຣ (Hamza Abdi Barre) ໃນອາທິດແລ້ວນີ້ ກ່າວວ່າ ກຳລັງຮັກສາຄວາມປອດໄພ ໄດ້ສັງຫານພວກຫົວຮຸນແຮງ 600 ກວ່າຄົນ ແລະເຮັດ​ໃຫ້ບາດເຈັບອີກ 1,200 ຄົນ ໃນສາມເດືອນ ຂອງການປະຕິບັດງານທາງທະຫານ ຕໍ່ກຸ່ມດັ່ງກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG