ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມ Al-Shabab ຍິງເປົ້າ ຊາຍ 3 ຄົນ ໃນຂໍ້ຫາ ເປັນນັກສືບ (ວີດີໂອ)


What's Behind the Resurgence of al-Shabab?
please wait

No media source currently available

0:00 0:02:20 0:00
ລິງໂດຍກົງ
ກຸ່ມຫົວ​ຮຸນ​ແຮງ al-Shabab ​ຂອງໂຊ​ມາ​ເລຍ ກ່າວ​ວ່າ
ຕົນ​ໄດ້​ປະຫານ​ຊີວິດ​ຜູ້​ຊາຍ 3 ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ ທຳ
​ການ​ສອດ​ແນມ​ໃຫ້​ສະຫະລັດ ຫຼື​ໃຫ້​ພວກ​ອົງການ​ສື​ບລັບ
ຂອງ​ລັດຖະບານ​ໂຊ​ມາ​ເລຍ.

ກຸ່ມ al-Shabab ​ທີ່​ເປັນເຄືອ​ຂ່າຍ ຂອງອານ​ກາ​ອິດາ
ປະກາດ​ການ​ປະຫານ​ຊີວິດ​ໃນ​ວັນ​ອັງຄານ​ວານ​ນີ້​ ໃຫ້​ຮູ້
​ ໃນ​ໜ້າ Facebook ຂອງ​ຕົນ.

ກຸ່ມ​ດັ່ງກ່າວ​ເວົ້າ​ຕື່ມ​ວ່າ ນຶ່ງ​ໃນ​ຈຳນວນ​ຜູ້​ຊາຍ 3 ຄົນ​ນີ້ ຊື່
Mohamad Abdulle Gelle ໄວ 29 ປີ ຊຶ່ງ​ເປັນ​ຜູ້ບອກເປົ້າໝາຍ ໃນ​ການ​ໂຈມ​ຕີ
​ຂອງ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບຂອງ​ສະຫະ ລັດ ທີ່​ໄດ້​ສັງຫານ​ຜູ້​ບັນຊາ​ການ​ຄົນ​ນຶ່ງ​ຂອງ​ກຸ່ມ
al-Shabab ​ໃນ​ຂົງ​ເຂດ Middle Juba ຂອງໂຊ​ມາ​ເລຍໃນ​ເດືອນ​ຕຸລາ​ປີ​ແລ້ວ​ນີ້.

​ເບິ່ງ​ຄື​ວ່າການ​ໂຈມ​ຕີ​ຄັ້ງ​ນັ້ນ ​ໄດ້​ສັງຫານ​ນັກ​ຊ່ຽວຊານ​ລະດັບ​ສູງ​ສຸດ​ດ້ານ​ວັດຖຸ​ລະ​ເບີດ
​ຂອງ ກຸ່ມ al-Shababທີ່​ຮູ້ຈັກ​ກັນ​ວ່າ ແມ່ນນາຍ Anta ​ໃນ​ວັນ​ທີ 28 ຕຸລາ​ປີ​ແລ້ວ​ນີ້.

ຖະ​ແຫຼ​ງການ​ສະບັບ​ດັ່ງກ່າວ ​ເວົ້າ​ວ່າ ພວກ​ຜູ້​ຊາຍ​ທັງ​ສາມ​ຖືກສັງຫານ​ດ້ວຍ​ການຍິງ​
ເປົ້າໃນ​ເມືອງ Barawe.

ກຸ່ມ al-Shabab ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮ່ອງຮອຍ​ຕ່າງໆ​ຂອງ​ການ​ຟື້ນໂຕຄືນ​ໃນ​ຫວ່າງ​
ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ຫຼັງ​ຈາກ​ສູນ​ເສຍ​ການ​ຄວບ​ຄຸມ​ຂອງ​ຕົນ​ໃນ​ຫົວ​ເມືອງໃຫຍ່ໆ​
ສ່ວນ​ຫຼາຍ​ໃນ​ໂຊ​ມາ​ເລຍ ​ໃນ​ປີ 2011 ​ແລະ 2012 ຜ່ານມາ.

​ໃນ​ວັນ​ພະຫັດ​ແລ້ວນີ້ ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນເຫດ
ລະ​ເບີດ​ທີ່​ແຕກ​ຂຶ້ນ​ໃນ​ນະຄອນ Mogadishu ຊຶ່ງ​ໄດ້​ສັງຫານ​ປະຊາຊົນ​ໄປ 11 ຄົນ​ນັ້ນ.

​ໃນ​ສັບປະດາ​ກ່ອນ​ນັ້ນ ພວກ​ຫົວ​ຮຸນ​ແຮງ​ al-Shabab ກໍໄດ້​ບຸ​ກ​ເຂົ້າ​ໂຈມ​ຕີ​ທຳນຽບ
ປະທານາທິບໍດີ ​ໂດຍ​ໄດ້​ສັງຫານ​ປະຊາຊົນ 17 ຄົນ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ປະທານາທິ
ບໍດີບໍ່​ໄດ້​ຮັບອັນຕະລາຍ.

XS
SM
MD
LG