ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມກໍ່ການຮ້າຍ ອາລ-ຊາບາບ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການຍິງປືນຄົກໃສ່ລັດຖະສະພາ ຂອງໂຊມາເລຍ


ສະມາຊິກສະພາຂອງໂຊມາເລຍ ພາກັນສາບານຕົນເຂົ້າຮັບຕໍາແໜ່ງ ໃນພິທີທີ່ຈັດຂຶ້ນໃນຄ້າຍທະຫານ ຮາເລນ (Halane) ທີ່ມີການປ້ອງກັນຢ່າງໜາແໜ້ນ, ໃນນະຄອນຫຼວງໂມກາດິສຊູ, ໂຊມາເລຍ, ເມື່ອວັນທີ 14 ເມສາ 2022.
ສະມາຊິກສະພາຂອງໂຊມາເລຍ ພາກັນສາບານຕົນເຂົ້າຮັບຕໍາແໜ່ງ ໃນພິທີທີ່ຈັດຂຶ້ນໃນຄ້າຍທະຫານ ຮາເລນ (Halane) ທີ່ມີການປ້ອງກັນຢ່າງໜາແໜ້ນ, ໃນນະຄອນຫຼວງໂມກາດິສຊູ, ໂຊມາເລຍ, ເມື່ອວັນທີ 14 ເມສາ 2022.

ກຸ່ມກໍ່ການຮ້າຍ ອາລ-ຊາບາບ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດ້ວຍປືນຄົກໃສ່ລັດຖະສະພາຂອງໂຊມາເລຍ ໃນວັນຈັນວານນີ້ ອັນໄດ້ເຮັດໃຫ້ມີຜູ້ບາດເຈັບ ຢ່າງໜ້ອຍ 6 ຄົນໃນລະຫວ່າງການປະຊຸມ ຮ່ວມກັນນັ້ນ. ອາເມັດ ໂມຮາເມັດ ມີລາຍງານຈາກນະຄອນຫຼວງໂມກາດິສຊູ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະມາຊິກສະພາ ທີ່ຫາກໍໄດ້ຮັບການເລືອກຕັ້ງໃໝ່ ໄດ້ມີການປະຊຸມກັນໃນມື້ວັນຈັນວານນີ້ ເພື່ອອະນຸມັດຂັ້ນ​ຕອນ​ ໃນການເລືອກຕັ້ງປະທານສະພາ ເມື່ອທາງນອກຂອງສະພາດັ່ງກ່າວ ໄດ້ຖືກໂຈມຕີດ້ວຍປືນຄົກ.

​ໃນການອອກຂ່າວ​ທາງເຟສບຸກນັ້ນ, ສະມາຊິກສະພາແລະຜູ້ສະໝັກລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີ ທ່ານອັບດິຣາມານ ອັບດິຊາເກີ ວາແຊມ (Abdirahman Abdishakur Warsame) ກ່າວວ່າ ມີການຍິງປືນ​ຄົກຫຼາຍໆ​ລູກ​ເຂົ້າ​ໃສ່ ແລະມີຫຼາຍຄົນໄດ້ຮັບບາດເຈັບ ເຊິ່ງລວມເຖິງຜູ້ຄຸ້ມກັນຂອງທ່ານທັງສອງຄົນນໍາດ້ວຍ.

ກຸ່ມກະບົດຫົວຮຸນແຮງອາລ-ຊາບາບ ຂອງໂຊມາເລຍ ໄດ້ອອກ​ຂ່າວໃນສື່ສັງຄົມ ໂດຍອ້າງເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີດັ່ງກ່າວນັ້ນ.

ຢູ່ທີ່ສໍານັກງານນາຍົກລັກຖະມົນຕີຂອງໂຊມາເລຍ ທ່ານໂມຮາເມັດ ຮັສເຊອິນ ໂຣໂບລ (Mohamed Hussein Roble) ໄດ້ຕ້ອງຕິຕໍ່ການໂຈມຕີດັ່ງກ່າວ, ໂດຍຮ້ອງວ່າ ແມ່ນປະຕິບັດການຂອງພວກກໍ່ການຮ້າຍ.

ຢູ່ໃນການ​ລົງ​ຂ່າວ​ທາງສື່ສັງຄົມອອນລາຍກ່າວວ່າ ການໂຈມຕີດັ່ງກ່າວນັ້ນ ແມ່ນຄວາມພະຍາຍາມທີ່​ຈະ​ຂົ່ມ​ຂູ່​ ແບບ​ຂີ້​ຂາດ​ຕາ​ຂາວ​ຕໍ່​ສະ​ພາ, ເຊິ່ງຢູ່ໃນຂັ້ນຕອນຂອງການສິ້ນສຸດລົງ ໃນການເລືອກຕັ້ງໂດຍທາງອ້ອມຂອງໂຊມາເລຍ.

ທ່ານ ໂຣໂບລ ໄດ້ຍ້ອງຍໍຕໍ່ຄວາມພະຍາຍາມຂອງສະມາຊິກສະພາ ໃນການເລັ່ງລັດການເລືອກຕັ້ງດັ່ງກ່າວນີ້ຢ່າງໄວວາ.

ກ່ອນການໂຈມຕີໃນມື້ວັນຈັນ, ສະມາຊິກສະພາ ໄດ້ມີຄວາມເຫັນຢ່າງເປັນເອກະ ສັນກັນ ໃນການເລືອກປະທານສະພາສູງ ໃນມື້ວັນທີ 26 ເມສາທີ່ຈະມາເຖິງນີ້ ແລະປະທານສະພາຕໍ່ານຶ່ງມື້ຕໍ່ຈາກນັ້ນ.

ການເລືອກຕັ້ງທາງອ້ອມຂອງໂຊມາເລຍ ໄດ້ມີຄວາມຫຼ້າຊ້າມາເປັນເວລາຫຼາຍເດືອນ ຍ້ອນເຫດຜົນຈາກການໂຕ້ຖຽງກັນລະຫວ່າງ ນາຍົກລັດຖະມົນຕີ ແລະປະທານາທິບໍດີ ທ່ານໂມຮາເມັດ ອັບດຸລລາຮີ ໂມຮາເມັດ (Mohamed Abdullahi Mohamed) ຫຼືຮູ້ໃນອີກຊື່ນຶ່ງຄື ຟາມາໂຈ (Farmaajo).

ທ່ານ ຟາມາໂຈ ໄດ້ພະຍາຍາມຊອກຫາທາງເພື່ອຂະຫຍາຍເວລາ ໃນການດໍາລົງຕໍາແໜ່ງຂອງທ່ານ, ແຕ່ໄດ້​ຢຸດ​ເຊົາ ພາຍໃຕ້ການກົດດັນທີ່ຮຸນແຮງ ທັງ​ຈາກພາຍໃນປະເທດ ແລະຕ່າງປະເທດ.

ກຸ່ມຫົວຮຸນແຮງ ອາລ-ຊາບາບ ໄດ້ສວຍ​ໂອ​ກາດຈາກຄວາມບໍ່ໝັ້ນຄົງທາງດ້ານການເມືອງນີ້ ເຂົ້າໃນການໂຈມຕີທີ່ຮຸນແຮງຕໍ່ກອງກໍາລັງຄວາມໝັ້ນຄົງແລະບັນ ດານັກການເມືອງຂອງໂຊມາເລຍ.

ສະມາຊິກສະພາຂອງໂຊມາເລຍ ມີການຄາດວ່າຈະມີການລົງຄະແນນສຽງເພື່ອ​ເລືອກປະທານາທິບໍດີຄົນຕໍ່ໄປ ໃນຊ່ວງຕົ້ນຂອງເດືອນພຶດສະມາທີ່ຈະມາເຖິງນີ້.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG