ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ຫົວ​ຮຸນ​ແຮງ ​ອາ​ລ​ຊາ​ບັບ ສູ້​ກັນ​ກັບ ​ກຸ່ມ​ລັດ​ອິ​ສ​ລາມ ໃນ​ພ​າກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ໂຊ​ມາ​ເລຍ


ພວກ​ນັກ​ກູ້​ໄພ​ຂອງ​ໂຊ​ມາ​ເລຍ ກຳ​ລັງ​ພະ​ຍາ​ຍາມມອດ​ໄຟ ​ທີ່​ໄໝ້ລົດ ຢູ່​ໃນ​ບ່ອນທີ່​ມີ​ການ​ວາງ​ລະ​ເບີດ​ໃສ່​ລົດ ຢູ່ໃນ​ນະ​ຄອນ​ຫລວງໂມ​ກາ​ດິ​ສ​ຊູ ໃນ​ວັນ​ທີ 29 ມັງ​ກອນ 2019.
ພວກ​ນັກ​ກູ້​ໄພ​ຂອງ​ໂຊ​ມາ​ເລຍ ກຳ​ລັງ​ພະ​ຍາ​ຍາມມອດ​ໄຟ ​ທີ່​ໄໝ້ລົດ ຢູ່​ໃນ​ບ່ອນທີ່​ມີ​ການ​ວາງ​ລະ​ເບີດ​ໃສ່​ລົດ ຢູ່ໃນ​ນະ​ຄອນ​ຫລວງໂມ​ກາ​ດິ​ສ​ຊູ ໃນ​ວັນ​ທີ 29 ມັງ​ກອນ 2019.

ກຸ່ມ​ຫົວ​ຮຸນ​ແຮງ​ອາ​ລ​ຊາ​ບັບ ໄດ້​ເພີ້ມ​ທະ​ວີ​ການ​ໂຈມ​ຕີຕໍ່ພວກ​ນັກ​ລົບ​ທີ່​ນິ​ຍົມ​ກຸ່ມ​ລັດ​ອິ​ສ​ລາມ ໃນ​ເຂດບາ​ຣີ ຊຶ່ງ​ເປັນ​ເຂດ​ພູ​ຜາ​ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໂຊ​ມາ​ເລຍ ​ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ພວກ​ນັກ​ຊ່ຽວ​ຊານ.

ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ ແລະ ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ກ່າວ​ວ່າ ໃນ​ອາ​ທິດນີ້ ກຸ່ມ​ອາ​ລ​ຊາ​ບັບໄດ້​ເຂົ້າ​ຍຶດ​ເອົາ​ທີ່​ຕັ້ງຂອງ​ພວກ​ຫົວ​ຮຸນ​ແຮງ​ທີ່​ນິ​ຍົມ​ກຸ່ມ​ລັດ ​ອິ​ສ​ລາມຢູ່​ໃນ​ສອງ​ເຂດ. ນຶ່ງ​ໃນ​ນັ້ນ ​ແມ່ນ​ເອີ້ນ​ວ່າ​ ເຂດແອ​ລ​-ມີ​ຣາ​ລີ (El-Miraale) ຊຶ່ງ​ເປັນ​ທີ່ຕັ້ງ​ທາງ​ນ້ຳ ຊຶ່ງ​ໄດ້​ກາຍ​ເປັນ​ຈຸດ ​ທີ່​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ. ບ່ອນ​ທີ​ສອງ​ທີ່​ກຸ່ມອາ​ລ​ຊາ​ບັບ ​ເຂົ້າ​ຍຶດ​ເອົາ​ ແມ່ນ​ບ້ານ ​ທີ່​ມີ​ຊື່​ວ່າ ເຊ​ບາບ (Shebaab) ​ຊຶ່ງ​ຕັ້ງ​ຢູ່​ທາງໃຕ້​ເມືອງ​ການ​ດາ​ລາ ອີງ​ຕາມ​ແຫຼ່ງ​ຂ່າວ.

ພວກ​ຫົວ​ຮຸນ​ແຮງ​ທີ່​ນິ​ຍົມ​ກຸ່ມ​ລັດ​ອິ​ສ​ລາມໄດ້​ພາ​ກັນ​ຖອຍ​ກັບ​ຄືນ​ໄປ​ເຂດ​ພູ​ຜາ​ ແຕ່ພວກ​
ນັກຊ່ຽວ​ຊານ​ກໍ​ກ່າວ​ວ່າ ການ​ສູ້​ລົບ​ກັນ​ຢູ່​ທີ່ນັ້ນ ຍັງ​ບໍ່​ສິ້ນ​ສຸດ​ລົງ​ເທື່ອ.

ທ່ານ​ອັບ​ດີ ຮາ​ສ​ຊານ ຮຸ​ສ​ເຊນ ແມ່ນ​ອະ​ດີດ​ຫົວ​ໜ້າ​ສືບ​ລັບ​ຂອງ​ເຂດ​ພັນ​ທ໌​ແລນ ຊຶ່ງ​ໄດ້
​ຕິດຕາມ​ເບິ່ງ​ການ​ສູ້​ລົບ​ກັນ ເທື່ອ​ຫລ້າ​ສຸດ ລະ​ຫວ່າງທັງ​ສອງ​ກຸ່ມ.

ທ່ານ​ເວົ້າ​ວ່າ “ພວກ​ເຂົາ​ສູ້​ລົບ​ກັນ ເພື່ອ​ເຂົ້າ​ຄວບ​ຄຸມ​ເຂດ​ພູ​ຜາ ຊຶ່ງ​ເປັນ​ຖານ​ທີ່​ໝັ້ນ​ຂອງ​
ກຸ່ມລັດ​ອິ​ສ​ລາມ.”

ແຜນ​ທີ່​ຂອງ​ເຂດ​ບາ​ຣີທີ່ຢູ່ເທິງ​ຈອມ​ຂອງ​ແຫລມພັນ​ແລນ
ແຜນ​ທີ່​ຂອງ​ເຂດ​ບາ​ຣີທີ່ຢູ່ເທິງ​ຈອມ​ຂອງ​ແຫລມພັນ​ແລນ

ກຸ່ມ​ອາ​ລ​ຊາ​ບັບ​ໄດ້​ໂຈມ​ຕີ​ກຸ່ມ​ລັດ​ອິ​ສ​ລາມໃນ​ເດືອນ​ທັນ​ວາ​ຜ່ານ​ມາ ຫລັງ​ຈາກ​ກຸ່ມ​ອາ​ລ​ຊາ
​ບັບໄດ້​ສົ່ງ​ກຳ​ລັງ​ຂອງ​ຕົນ​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວ ຊຶ່ງ​ເປັນການ​ເຄື່ອນ​ໄຫວ​ທີ່​ກ່າວ
​ກັນ​ວ່າ ເປັນຄວາມ​ພະ​ຍາ​ຍາມ​ທີ່​ກ້າ​ຫານ​ຫຼາຍ ເພື່ອ​ຈະເຂົ້າ​ໄປ​ເຖິງ​ບ່ອນ​ຫລົບ​ລີ້​ຂອງ​ກຸ່ມ
​ລັດ​ອິ​ສ​ລາມ.

ທ່ານ​ຮຸ​ສ​ເຊນ ກ່າວ​ວ່າ ກຸ່ມ​ອາ​ລ​ຊາ​ບັບ ໄດ້​ເສຍ​ໄຊ​ໃນ​ການ​ສູ້​ລົບ​ກັນ​ຮອບ​ທຳ​ອິດ ໃນ​ກາງ
​ເດືອນ​ທັນ​ວາ​ປີ​ກາຍ ແລະ​ສູນ​ເສຍ​ພວກ​ນັກ​ລົບ​ຈຳ​ນວນ​ນຶ່ງ ແຕ່​ຫຼັງ​ຈາກນັ້ນ ​ກໍ​ໄດ້​ເຕົ້າ
​ໂຮມ​ກຳ​ລັງ​ກັນ​ຄືນ​ໃໝ່ ແລະ​ເປີດ​ສາກ​ບຸກ​ໂຈມ​ຕີ​ຮອບ​ສອງ ໃນ​ຕົ້ນອາ​ທິດນີ້. ທ່ານ​ກ່າວ​
ວ່າ ເຂດແອ​ລ​-ມີ​ຣາ​ລີ (El-Miraale) ຊຶ່ງ​ເປັນ​ທີ່ຕັ້ງ​ທາງ​ນ້ຳເວ​ລານີ້​ແມ່ນ​ຢູ່​ພາຍ​ໃຕ້​ການ
​ຄວບ​ຄຸມ​ຂອງ​ກຸ່ມ​ອາ​ລ​ຊາ​ບັບ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG