ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງ al-Shaba ໂຈມຕີ ຖານທັບທະຫານ ຂອງໂຊມາເລຍ


ແຜນທີ ເຂດເມືອງ Laanta Burr ຕັ້ງຢູ່ນອກ ນະຄອນຫຼວງ ໂມກາດິສຊູ ຂອງປະເທດ ໂຊມາເລຍ
ແຜນທີ ເຂດເມືອງ Laanta Burr ຕັ້ງຢູ່ນອກ ນະຄອນຫຼວງ ໂມກາດິສຊູ ຂອງປະເທດ ໂຊມາເລຍ

ທາງການໂຊມາເລຍ ກ່າວວ່າ ພວກນັກຮົບ al-Shabab ໄດ້ບຸກຍຶດເອົາ ຖານທັບທະຫານ ຂອງລັດຖະບານໂຊມາເລຍ ແຫ່ງໜຶ່ງເປັນການຊົ່ວຄາວ ຢູ່ໃນເມືອງ Laanta Buur ຊຶ່ງເຄີຍເປັນຄຸກໃນອະດີດ ທີ່ຕັ້ງຢູ່ຫ່າງຈາກ ນະຄອນຫຼວງ Mogadishu ທາງກ້ຳຕາເວັນຕົກ ປະມາດ 40 ກິໂລແມັດ.

ພວກຫົວຮຸນແຮງດັ່ງກ່າວ ໄດ້ໂຈມຕີຖານທັບນັ້ນ ເມື່ອປະມານ 1 ໂມງ 30 ຕອນເຊົ້າວັນຈັນມື້ນີ້ ຕາມເວລາໃນທ້ອງຖິ່ນ ທີ່ໄດ້ສັງຫານທະຫານຈຳນວນ ນຶ່ງ ແລະ ໄດ້ຍຶດເອົາອາວຸດຕ່າງໆ ແລະ ລົດກະບະທະຫານຫຼາຍຄັນ ອີງຕາມ ເຈົ້າໜ້າທີ່ຮັກສາຄວາມປອດໄພ.

ການໂຈມຕີໄດ້ເລີ່ມຕົ້ນຂຶ້ນ ດ້ວຍລົດລະເບີດສະຫຼະຊີບ ຢູ່ປະຕູທາງເຂົ້າຫຼັກ ຂອງຖານທັບ ຕິດຕາມດ້ວຍ ການໂຈມຕີຢ່າງໜັກ ໂດຍພວກຫົວຮຸນແຮງ ຕິດອາວຸດເຕັມອັດຕາ ຫຼາຍຮ້ອຍຄົນ.

ພວກທະຫານຢູ່ຄ້າຍ ບາງສ່ວນ ໄດ້ພະຍາຍາມ ປ້ອງກັນຕົວພວກເຂົາເຈົ້າເອງ ແຕ່ພວກສັດຕູມີກຳລັງເໜືອກວ່າ.

ເຈົ້າໜ້າທີ່ຮັກສາຄວາມປອດໄພ ທ່ານນຶ່ງ ກ່າວວ່າ ຢ່າງນ້ອຍ ທະຫານ 3 ຄົນ ໄດ້ຖືກຂ້າຕາຍ ແຕ່ບັນດາເຈົ້າໜ້າທີ່ທ່ານອື່ນ ກ່າວວ່າ ພວກເຂົາເຈົ້າຢ້ານວ່າ ມີການສູນເສຍຊີວິດ ຫຼາຍກວ່ານັ້ນ.

ເຈົ້າໜ້າທີ່ຜູ້ໄດ້ຮັບການລາຍງານກ່ຽວກັບການໂຈມຕີ ກ່າວວ່າ ໄດ້ມີການຈັດຕັ້ງ ສູນກອງບັນຊາການຄວບຄຸມທະຫານ ສຳລັບ 3 ພື້ນທີ່ ເຂດລຸ່ມຂອງ Shabelle ເຂດກາງຂອງ Shabelle ແລະ ເຂດ Benadir ຢູ່ໃນຖານທັບດັ່ງກ່າວ. ບໍ່ມີ ຄວາມກະຈ່າງແຈ້ງວ່າ ມີເຈົ້າໜ້າທີ່ທະຫານຂັ້ນສູງຜູ້ໃດ ໄດ້ຖືກຂ້າຍຕາຍ ຫຼື ໄດ້ຮັບບາດເຈັບ ໃນການໂຈມຕີນັ້ນຫຼືບໍ່.

ທາງການໂຊມາເລຍ ກ່າວວ່າ ພວກຫົວຮຸນແຮງ ໄດ້ຄວບຄຸມ ຖານທັບ ຈົນຮອດ 4 ໂມງເຊົ້າ ຕາມເວລາໃນທ້ອງຖິ່ນ ເມື່ອພວກເຂົາໄດ້ຖອນກຳລັງອອກໄປ ແລະ ໄດ້ມຸ້ງໜ້າໄປຍັງເມືອງ Awdhegle.

ກຸ່ມພວກຫົວຮຸນແຮງ al-Shabab ໄດ້ອ້າງວ່າ ໄດ້ສັງຫານທະຫານລັດຖະບານ ຫຼາຍກວ່າ 30 ຄົນ ໃນການໂຈມຕີ ແລະ ໄດ້ຍຶດເອົາລົດ 7 ຄັນໄປ. ການກ່າວ ອ້າງຂອງພວກເຂົານັ້ນ ບໍ່ສາມາດຢັ້ງຢືນໄດ້ ຢ່າງອິດສະຫລະ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG