ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກຸ່ມຫົວຮຸນແຮງຕິດອາວຸດອາລ-ຊາບາບ ໂຈມຕີປ້ອມຕໍາຫຼວດໂມກາດິສຊູ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ


ພວກ​ແມ່ຍິງພາກັນຍ່າງຜ່ານເຮືອນ ທີ່ຖືກທໍາລາຍ ແລະຊາກຂອງລົດ ລຸນຫຼັງການບຸກໂຈມຕີ ໂດຍກຸ່ມຫົວຮຸນແຮງອາລ-ຊາບາບ ທີ່ແນເປົ້າໝາຍໃສ່ປ້ອມຕໍາຫຼວດທີ່ຕັ້ງຢູ່ເຂດຊານເມືອງ ຂອງນະຄອນຫຼວງໂມກາດິສຊູ, ໂຊມາເລຍ, 16 ກຸມພາ 2022.
ພວກ​ແມ່ຍິງພາກັນຍ່າງຜ່ານເຮືອນ ທີ່ຖືກທໍາລາຍ ແລະຊາກຂອງລົດ ລຸນຫຼັງການບຸກໂຈມຕີ ໂດຍກຸ່ມຫົວຮຸນແຮງອາລ-ຊາບາບ ທີ່ແນເປົ້າໝາຍໃສ່ປ້ອມຕໍາຫຼວດທີ່ຕັ້ງຢູ່ເຂດຊານເມືອງ ຂອງນະຄອນຫຼວງໂມກາດິສຊູ, ໂຊມາເລຍ, 16 ກຸມພາ 2022.

ມີຢ່າງໜ້ອຍ 5 ຄົນໄດ້ຖືກສັງຫານເມື່ອກຸ່ມຫົວ​ຮຸນ​ແຮງຕິດອາວຸດອາລ-ຊາບາບ ໄດ້ບຸກໂຈມຕີປ້ອມຕໍາຫຼວດ​ຫຼາຍ​ແຫ່ງ ແລະຈຸດກວດຄວາມປອດໄພຫຼາຍແຫ່ງໃນຕອນເດິກຂອງມື້ວັນພຸດວານນີ້ ທີ່ຢູ່ໃນບໍລິເວນ ແລະອ້ອມຮອບນະຄອນຫຼວງໂມກາດິສຊູຂອງໂຊມາເລຍ, ອີງຕາມການກ່າວ ຂອງເຈົ້າ​ໜ້າ​ທີ່ ແລະ​ພວກ​ຫົວ​ຮຸນ​ແຮງ.

ໂຄສົກຕໍາຫຼວດແຫ່ງຊາດຂອງໂຊມາເລຍ ພັນເອກອັບດິຟາຕາ ເອເດັນ ຮັສຊັນ (Abdifatah Aden Hassan) ກ່າວວ່າ ການໂຈມຕີເຊິ່ງເລີ້ມຕົ້ນຂຶ້ນກ່ອນນຶ່ງໂມງຕອນເຊົ້າ ຂອງເວລາໃນທ້ອງຖິ່ນ ແມ່ນມີເປົ້າໝາຍແນໃສ່ປ້ອມຕໍາຫຼວດ ແລະຈຸດກວດຄວາມປອດໄພຢູ່ໃນສອງບໍລິເວນໃກ້ຄຽງທີ່ຂ້ອນ​ຂ້າງສະຫງົບ ຄື ເຂດກາດາ (Kahda) ໃນນະຄອນຫຼວງໂມກາດິສຊູ ແລະ​ເຂດເມືອງດາຣຸສຊາແລມ ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ຊານ​ເມືອງ.

“ພວກເຮົາຕົກໃຈກັບຄວາມຮຸນແຮງຂອງລະເບີດ ແລະຕາມມາດ້ວຍສຽງຍິງປືນຢ່າງໜັກ,” ປະຊາຊົນທີ່ອາໄສຢູ່ໃນເມືອງດາຣຸສຊາແລມຄົນນຶ່ງຜູ້ທີ່ຂໍບໍ່ໃຫ້ເປີດ ເຜີຍໂຕຕົນຂອງລາວ ຍ້ອນມີຄວາມຢ້ານກົວທີ່ຈະຖືກໂຈມຕີ.

ສະຖານີໂທລະພາບແຫ່ງຊາດຂອງໂຊມາເລຍໄດ້ລາຍງານວ່າ ມີຜູ້ເສຍຊີວິດ 5 ຄົນ, ໃນນັ້ນ ສອງຄົນແມ່ນເດັກນ້ອຍ.

ອີງຕາມລາຍງານຂອງເຈົ້າໜ້າທີ່ທາງການແພດກ່າວວ່າ ມີຜູ້ໄດ້ຮັບບາດເຈັບຫຼາຍຄົນໄດ້ຖືກນໍາເຂົ້າໄປຮັບການຮັກສາໃນໂຮງໝໍ.

ທັງສອງເຂດນີ້ ໄດ້ຮັບການພັດທະນາອະສັງຫາລິມະຊັບຄັ້ງໃຫຍ່ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ອັນເນື່ອງມາຈາກຄອບຄົວຂອງຊາວໂຊມາເລຍຈໍານວນຫຼາຍ ໄດ້ຍ້າຍໄປຢູ່ນະທີ່ນັ້ນ ຫຼັງຈາກຕ້ອງພັດຖິ່ນຈາກທີ່ຢູ່ອາໄສ ພາຍໃນປະເທດ.

ດາຣຸສຊາແລມ ເປັນເຂດທີ່ມີລັກສະນະຂອງເຮືອນທີ່ທັນສະໄໝ, ເປັນບ່ອນພັກ ຜ່ອນ ແລະພື້ນຖານໂຄງລ່າງທີ່ປອດໄພ ເຊິ່ງໄດ້ກະຕຸ້ນໃຫ້ຊາວໂຊມາເລຍ ທີ່ອາໄສຢູ່ຕ່າງປະເທດ ກັບມາລົງທຶນ ໃນປະເທດຫຼາຍຂຶ້ນ.

ທ່ານ ເອເດັນ ກ່າວວ່າ “ການໂຈມຕີ ເລີ້ມຕົ້ນດ້ວຍການລະເບີດລົດສອງຄັນທີ່ບັນທຸກລະເບີດຈໍານວນຫຼາຍ. ການໂຈມຕີດັ່ງກ່າວ ມີຈຸດປະສົງເພື່ອທໍາລາຍສັນຕິພາບ, ການພັດທະນາ, ຄວາມສະຫງົບສຸກ ໃນບໍລິເວນທີ່ຢູ່ອາໄສເຫຼົ່ານີ້, ແລະຂັດຂວາງການລົງທຶນ ຂອງຊາວໂຊມາເລຍ ທີ່ຢູ່ຕ່າງປະເທດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG