ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

 ພວກຫົວຮຸນແຮງ al-Shabab ບຸກໂຈມຕີ ຄ້າຍທະຫານ ສອງແຫ່ງ ໃນໂຊມາເລຍ


ແຜນທີ່ສ່ວນນຶ່ງ ຂອງທະວີບ ອາຟລິກາ ສະແດງໃຫ້ເຫັນ ປະເທດ ໂຊມາເລຍ
ແຜນທີ່ສ່ວນນຶ່ງ ຂອງທະວີບ ອາຟລິກາ ສະແດງໃຫ້ເຫັນ ປະເທດ ໂຊມາເລຍ

ກຸ່ມຫົວຮຸນແຮງ al-Shabab ໄດ້ບຸກຍຶດເອົາໄດ້ ຄ້າຍທະຫານນ້ອຍ ສອງແຫ່ງ ຢູ່ຊານ
ເມືອງຂອງນະຄອນຫຼວງ Mogadishu ໃນການບຸກໂຈມຕີ ເມື່ອຕອນຟ້າແຈ້ງ ຂອງ ວັນອາທິດມື້ນີ້ ອີງຕາມການກ່າວ ຂອງພວກພົນລະເມືອງ ແລະ ທະຫານ.

ພວກພົນລະເມືອງ ໃນ ຄຸ້ມ Tihsile ແລະ Warmahan ທີ່ຕັ້ງຢູ່ກ້ຳຕາເວັນຕົກ ຂອງ
ນະຄອນຫຼວງ Mogadishu ຫ່າງອອກໄປ 45 ກິໂລແມັດ ແລະ 60 ກິໂລແມັດ ຕາມ
ລຳດັບ ໄດ້ກ່າວວ່າ ພວກຫົວຮຸນແຮງໄດ້ບຸກໂຈມຕີ ພວກທະຫານ ລັດຖະບານ ຢູ່ໃນ
ສອງຄ້າຍດັ່ງກ່າວ ພ້ອມໆກັນ.

ແຫລ່ງຂ່າວຈາກທະຫານ ໄດ້ກະປະມານວ່າ ມີທະຫານຂອງລັດຖະບານ ປະມານ 40​
ຫາ 50 ຄົນ ປະຈຳການຢູ່ ແຕ່ລະຄ້າຍ ນັ້ນ.

ຢ່າງໜ້ອຍ ທະຫານສອງຄົນໄດ້ຖືກຂ້າຕາຍ ໃນຄຸ້ມ Tihsile ໃນຂະນະທີ່ພວກທີ່ໄດ້ຮັບ
ບາດເຈັບຫຼືຂ້າຕາຍ ຈາກຄຸ້ມ Warmahan ແມ່ນຍັງບໍ່ຮູ້ຈັກເທື່ອ.

ຂະບວນກຳລັງກອງໜູນ ທີ່ໄດ້ຖືກສົ່ງໄປ ຈາກຖານທັບ Ballidogle ໄດ້ປະສົບກັບ
ລະເບີດທີ່ຕິດຕັ້ງຢູ່ແຄມທາງ ຢູ່ໃກ້ກັບເມືອງ Wanlaweyn ຫ່າງຈາກນະຄອນຫຼວງ
Mogadishu ປະມານ 90 ກິໂລແມັດ ກ້ຳຕາເວັນຕົກ ອີງຕາມແຫລ່ງຂ່າວ ຂອງ
ທະຫານ ທີ່ໄດ້ບອກວີໂອເອ ພະແນກພາສາໂຊມາເລຍ.

ຮອງຜູ້ບັນຊາການ ຂອງກອງພົນທີ 6 ແລະ ຮ້ອຍຕີ ແມ່ນລວມຢູ່ໃນຈຳນວນ 4 ຄົນ
ທີ່ເສຍຊີວິດ ໃນເຫດຖືກລະເບີດຢູ່ແຄມທາງ ດັ່ງທີ່ແຫລ່ງຂ່າວຂອງທະຫານໄດ້ຢັ້ງຢືນ
ໄປແລ້ວ. ທະຫານອີກ 8 ຄົນ ແມ່ນໄດ້ຮັບບາດເຈັບ ໃນເຫດລະເບີດແຕກ.

ເຫດລະເບີດແຕກໃສ່ ຂະບວນລົດດັ່ງກ່າວ ໄດ້ເກີດຂຶ້ນ ບໍ່ດົນກ່ອນຕາເວັນຂຶ້ນ ໃນ
ຂະນະທີ່ ພວກທະຫານ ກຳລັງມຸ້ງໜ້າໄປຍັງ ຄຸ້ມ Tihsile ແລະ Warmahan ເພື່ອ
ຈະໄປເສີມກຳລັງ ໃຫ້ພວກທະຫານລັດຖະບານທີ່ຖືກໂຈມຕີຢູ່ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG