ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ Al-Shabab ໂຈມຕີ ຄ້າຍສະຫະພາບອາຟຣິກາ ໃນ ໂຊມາເລຍ


ເຂດ Gedo ຂອງໂຊມາເລຍ
ເຂດ Gedo ຂອງໂຊມາເລຍ

ບັນດາ​ຜູ້​ເຫັນ​ເຫ​ດການຢູ່​ໃນ​ຂົງ​ເຂດ Gedo ຂອງໂຊມາເລຍ
ກ່າວ​ວ່າ ກຸ່ມ al-Shabab ໄດ້​ໂຈມ​ຕີ ຄ້າຍ​ທະຫານ ຂອງ​ສະ
ຫະພາບ​ອາ​ຟຣິກາໃກ້ກັບເມືອງ El-Adde ປະມານ 60 ກິ​ໂລ
​ແມັດຢູ່ທາງໃຕ້​ຂອງ​ເມືອງ Garbaharrey ຊຶ່ງ​ເປັນເມືອງ​ເອກ
​ຂອງ​ເຂດ​ດັ່ງກ່າວ.

ການ​ໂຈມ​ຕີນີ້ ​ເຊື່ອກັນວ່າ ​ເປັນ​ການວາງ​ລະ​ເບີດ​ສະລະ​ຊີບ​
ໃນ​ຕອນ​ເຊົ້າ ​ວັນ​ສຸກ​ມື້​ນີ້ ຫລັງ​ຈາກ​ໄດ້​ມີ​ການ​ຍິງຕໍ່ສູ້​ກັນກັບ
ກຳລັງ​ທະຫານ​ເຄນ​ຢາ ທີ່​ຮັກສາ​ການ​ຢູ່​ໃນ​ຄ້າຍ.

ກຸ່ມ Al-Shabab ກ່າວ​ວ່າ ຕົນ​ໄດ້​ເຂົ້າ​ຍຶດ​ເອົາ​ຄ້າຍ ແລະ​ສັງ
ຫານທະ ຫານ​ສະຫະພາບ​ອາ​ຟຣິກາ “ຫລາຍ​ສິບ​ຄົນ” ແຕ່​ຍັງ
ບໍ່​ໄດ້​ຮັບ​ການຢືນ ຢັນຈາກກອງ​ກຳລັງ​ປະຕິບັດ​ງານ​ ຂອງສະຫະພາບ​ອາ​ຟຣິກາ ຢູ່​ໃນ​
ໂຊ​ມາ​ເລຍ ທີ່​ຮູ້​ກັນ​ວ່າ AMISOM ນັ້ນ.

ປະຊາຊົນ​ໃນ​ເມືອງ​ກ່າວວ່າ ກຸ່ມ al-Shabab ​ໄດ້​ເຂົ້າ​ຄວບຄຸມ​ເມືອງ ​ແລະ​ປິດ​ລ້ອມ​
ຫລາຍໆ​ເຂດ ​ແລະ​ໄດ້​ຊັກ​ທຸງ​ເ​ຂົາ​ເຈົ້າ​ຂື້ນ. ນອກ​ນັ້ນປະ ຊາ​ຊົນ​ຍັງ​ກ່າວ​ວ່າ ພວກ​ຫົວ​ຮຸນ​
ແຮງ​ໄດ້​ຍຶດ​ເອົາ​ປືນ​ ຢູ່​ໃນ​ບັນດາ​ລົດ​ທະຫານ​.

ກຸ່ມ Al-Shabab ​ໄດ້ທຳ​ການໂຈມ​ຕີ​ທີ່ຄ້າຍຄື​ກັນນີ້ ​ຕໍ່ບັນດາຄ້າຍ​ທະ ຫານ​ສະຫະພາບ​
ອາ​ຟຣິກາ ​ໃນ​ປີ​ກາຍ​ນີ້ ​ໃນເດືອນ​ມິ​ຖຸນາ ​ແລະ​ກັນຍາ. ກໍາລັງ​ຮັກສາ​ສັນຕິພາບຫລາຍ​ສິບ​
ຄົນ ​ໄດ້​ຖືກ​ສັງຫານ ໃນ​ການ​ໂຈມ​ຕີເຫລົ່ານີ້.

XS
SM
MD
LG