ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມ​ຕີ ຂອງກຸ່ມ​ຫົວ​ຮຸນ​ແຮງ ອາ-ຊາ​ບາບ ໃນ​ໂຊ​ມາ​ເລຍ ສັງ​ຫານ 8 ຄົນ ຂະ​ນະ​ດຽວ​ກັນ ສ​ຫລ ກໍໂຈມ​ຕີ ກຸ່ມ​ນີ້ ​ທາງ​ອາ​ກາດ


ແຜນ​ທີ່ ໂຊ​ມາ​ເລຍ ທີ່​ສະ​ແດງ​ໃຫ້​ເຫັນ ເຂດ​ເມືອງ​ກາ​ລ​ຄາ​ໂຢ
ແຜນ​ທີ່ ໂຊ​ມາ​ເລຍ ທີ່​ສະ​ແດງ​ໃຫ້​ເຫັນ ເຂດ​ເມືອງ​ກາ​ລ​ຄາ​ໂຢ

ກຸ່ມ​ຫົວ​ຮຸນ​ແຮງ​ອາ​ລ-ຊາ​ບາບ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ສຳ​ລັບ​ການ​ໂຈມ​ຕີ​ສະ​ຫລະ​ຊີບ ດ້ວຍ​ລົດ​ລະ​ເບີດ​ ທີ່​ແນ​ເປົ້າ​ໝາຍ​ໃສ່ ພວ​ກ​ຜູ້​ບັນ​ຊາ​ການກອງ​ທັບ ຢູ່​ໃນ​ໃຈກາງ​ເມືອງ ກາ​ລ​ຄາ​ໂຢ ຂອງ​ໂຊ​ມາ​ເລຍ ທີ່​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 8 ຄົນ ແລະ​ເຮັດ​ໃຫ້​ອີກ 55 ຄົນ​ບາດ​ເຈັບ ເມື່ອ​ຕອນ​ຄ່ຳ​ວັນ​ເສົາ​ຜ່ານ​ມານີ້.

ພວກ​ຜູ້​ເຫັນ​ເຫດ​ການ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ໂຊ​ມາ​ລີ ວ່າ ລົດ​ຄັນ​ນຶ່ງ ໄດ້​ລະ​ເບີດ​ຂຶ້ນ ໃນ​ຂະ​ນະ​ທີ່ ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ທະ​ຫານ ກຳ​ລັງ​ຈະ​ອອກ​ໄປ​ຈາກ​ໂຮມ​ແຮມ​ແຫ່ງ​ນຶ່ງ ເພື່ອ​ໄປ​ຮ່ວມກອງ​ປະ​ຊຸມເພື່ອ​ການ​ປອງດອງ​ຊາດ.

ຜູ້​ບັນ​ຊາ​ການ ກຳ​ລັງ​ທະ​ຫານ​ພາກ​ພື້ນ​ດິນ​ຂອງ​ໂຊ​ມາ​ເລຍ ພົນ​ຈັດ​ຕະ​ວາ ອັບ​ດີຮາ​ມິດ ໂມ​ຮຳ​ເມດ ກີ​ຣີ​ຣ ແລະ ຜູ້​ບັນ​ຊາ​ການກອງ​ພົນ​ທີ 21 ພົນ​ເອກ ອັບ​ດູ​ລາ​ຊີ​ສ ອັບ​ດູ​ລາ​ຮີ ໂກ​ເຈີ ລອດ​ຊີ​ວິດ​ມາ​ໄດ້​ຈາກ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ພົນ​ລະ​ເຮືອນ 4 ຄົນ ແລະ​ທະ​ຫານ 4 ຄົນ ໄດ້​ຖືກ​ຂ້າ​ຕາຍ ໃນ​ເຫດ​ລະ​ເບີດ​ແຕກນັ້ນ.

“ໃນ​ເວ​ລາ​ປະ​ມານ 8 ໂມງ 30 ຕອນ​ແລງ ມື້​ຄືນ​ວານນີ້ ລົດ​ຄັນ​ນີ້ ທີ່​ທ່ານ​ເຫັນ​ເຫຼືອ​ແຕ່​ຊາກ​ຈາກ​ການ​ລະ​ເບີດນັ້ນ ມັນ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພວກ​ລົນ​ຍົນ​ຂອງ​ທະ​ຫານ” ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ​ເຮີ​ຊີ ຢູ​ຊຸ​ຟ ບາ​ຣ​ເຣ ເຈົ້າ​ຄອງ​ນະ​ຄອນ​ກາ​ລ​ເຄ​ໂຍ ເຂດເຄິ່ງ​ນຶ່ງໃນ​ພາກ​ໃຕ້​ ທີ່ໄດ້​ກ່າວ​ໄປ. ທ່ານ​ກ່າວ​ຕື່ມ​ວ່າ “ມີ​ການ​ເສຍ​ຊີ​ວິດ ແລະ​ບາດ​ເຈັບ ຫຼາຍ​ສົມ​ຄວນ ພົນ​ລະ​ເຮືອນຫຼາຍ​ຄົນ ກໍ​ໄດ້​ຮັບ​ບາດ​ເຈັບເຊັ່ນ​ກັນ.”

ບັນ​ດາ​ພົນ​ລະ​ເມືອງ ກໍ​ໄດ້ພາ​ກັນ​ເລີ້ມ​ເກັບ​ກວາດ ແລະ​ເກັບ​ຊາກ​ສົບ​ຂອງ​ມື​ລະ​ເບີດ​ສະ​ຫລະ​ຊີບ ເພື່ອ​ນຳ​ໄປ​ຝັງ.

ທ່ານ​ໝໍ ໂມ​ຮຳ​ເ​ມັດ ອັບ​ດີ ອາ​ເມດ ​ປະ​ຈຳ​ໂຮງ​ໝໍ​ກາ​ລ​ຄ​າໂຢ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ໂຊ​ມາ​ລີ ວ່າ ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ບາງສ່ວນ ແມ່ນ​ມີ​ອາ​ການ​ສາ​ຫັດ.

ມັນ​ເປັນ​ການ​ໂຈມ​ຕີ​ຂະ​ໜາດໃຫຍ່ຄັ້ງ​ທີ​ສອງ ໂດຍ​ກຸ່ມ​ອາ​ລ​ຊາ​ບາບ ໃນ​ເດືອນນີ້ ຢູ່​ໃນ​ໂຊ​ມາ​ເລຍ. ການ​ໂຈມ​ຕີ​ທີ່​ສະ​ຫລັບ​ຊັບ​ຊ້ອນ​ຕໍ່​ໂຮງ​ແຮມ​ໂມ​ການ​ດີ​ຊູ ໃນ​ວັນ​ທີ 10 ເດືອນ​ທັນ​ວາ​ ໄດ້​ສັງ​ຫານ 5 ຄົນ.

ໃນ​ຂະ​ນະ​ດຽວ​ກັນ ກອງ​ທັບ​ສະ​ຫະ​ລັດ ໄດ້​ດຳ​ເນີນ​ການ​ໂຈມ​ຕີຕໍ່​ຕ້ານ​ກຸ່ມ​ອາ​ລ-ຊາ​ບາບ ໃນ​ຈຳ​ນວນ​ທີ່​ເປັນ​ປະ​ຫວັດການ ແລະ​ບັນ​ດາ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່ສະໜັບ​ສະ​ໜຸນ​ອິ​ສ​ລາມ ຢູ່​ ໂຊ​ມາ​ເລຍ ໃນປີນີ້.

ໂດຍ​ມີບໍ່​ເທົ່າ​ໃດ​ວັນ​ທີ່​ຍັງ​ເຫຼືອ ​ໃນ​ປີ 2019 ນີ້ ກອງທັບ​ສະ​ຫະ​ລັດ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ 60 ບັ້ນ​ມາ​ແລ້ວ ໂດຍ​ສ່ວນ​ໃຫຍ່​ຂອງ​ການ​ໂຈມ​ຕີນັ້ນ ແມ່ນ​ການ​ຕໍ່​ຕ້ານ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ອາ​ລ-ຊາ​ບາບ. ເມື່ອ​ປີ​ກາຍນີ້ ສະ​ຫະ​ລັດ ໄດ້​ດຳ​ເນີນ​ການໂຈມ​ຕີ​ 47 ຄັ້ງ ແລະຫຼາຍກວ່ານັ້ນອີກ​ເຖິງ 30 ຄັ້ງ ໃນ​ປີ​ກ່ອນ.

ການ​ໂຈມ​ຕີ​ຄັ້ງ​ທີ 60 ໃນ​ປີນີ້ ໄດ້​ເກີດ​ຂຶ້ນ ໃນ​ວັນ​ທີ 16 ທັນ​ວາ ຢູ່​ບໍ​ລິ​ເວນ​ໝູ່​ບ້ານ ດູ​ຈູ​ມາ ໃນ​ພາກ​ພື້ນ ຈູ​ບາກາງ ຫຼື Middle Juba ຊຶ່ງ​ໄດ້​ສັງ​ຫານ​ຫົວ​ຮຸນ​ແຮງ​ອາ​ຊາ​ບາບ​ຜູ້​ນຶ່ງ.

ອ່ານ​ຂ່າວ​ນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG