ກຸ່ມຫົວຮຸນແຮງ al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບ
ໃນການວາງລະ ເບີດລົດທີ່ຮ້າຍແຮງ ໃນນະຄອນຫລວງໂຊ
ມາເລຍ.
ບັນດາເຈົ້າໜ້າທີ່ໃນນະຄອນ Mogadishu ກ່າວຕໍ່ ວີໂອເອ
ພະແນກພາສາ ໂຊມາເລຍ ວ່າ ຢ່າງໜ້ອຍຫົກຄົນໄດ້ເສຍ
ຊີວິດ ຮວມທັງທະຫານໂຊມາລີສາມຄົນ ແລະອີກແປດຄົນ
ໄດ້ຮັບບາດເຈັບ ຈາກເຫດລະເບີດແຕກໃນວັນພະຫັດວານນີ້.
ທ່ານ Daniel Maclsaac ໂຄສົກຂອງອົງການອົບພະຍົບ
ສະຫະປະຊາຊາດ ກ່າວວ່າ ປະກົດວ່າການໂຈມຕີດ້ວຍລະ
ເບີດດັ່ງກ່າວນີ້ແມ່ນແນເປົ້າໝາຍໃສ່ຂະບວນລົດສະຫະປະຊາຊາດ.
ທ່ານເວົ້າວ່າ “ລົດຄັນນຶ່ງ ໄດ້ລະເບີດຂື້ນຢູ່ໃກ້ກັບຂະບວນລົດສະຫະປະຊາຊາດ ປະ
ມານ 12 ໂມງເຄິ່ງ ມື້ນີ້. ເຫດການເກີດຂື້ນຢູ່ໃກ້ກັບສະໜາມບິນນາໆຊາດ ໃນນະຄອນ
Mogadishu. ຜູ້ຕາງໜ້າສະຫະປະຊາຊາດ ຢູ່ໃນໂຊມາລີ ຂໍປະ ນາມຢ່າງແຮງຕໍ່ການ
ໂຈມຕີໃນຄັ້ງນີ້ ແລະສະແດງຄວາມເສົ້າສະຫລົດໃຈຕໍ່ຊາວ ໂຊມາເລຍ ທີ່ມີລາຍງານ
ວ່າເສຍຊີວິດ ແລະໄດ້ຮັບບາດເຈັບນັ້ນ.
ແຫລ່ງຂ່າວຄວາມປອດໄພຂອງໂຊລາລີ ກ່າວຕໍ່ວີໂອເອວ່າ ຜູ້ຕາງໜ້າອົງການ ສະຫະ
ປະຊາຊາດ ທ່ານນາງ Alessandra Morelli ໄດ້ເດີນທາງໄປນຳລົດ ຄັນນຶ່ງ ຢູ່ໃນຂະ
ບວນລົດດັ່ງກ່າວ. ທ່ານ Maclsaac ກ່າວວ່າ ບໍ່ມີພະນັກງານສະຫະປະຊາຊາດໄດ້ຮັບ
ບາດເຈັບຍ້ອນເຫດລະເບີດໃນຄັ້ງນີ້.