ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ຫົວ​ຮຸນ​ແຮງ ອາ​ລ-ຊາ​ບັບ ສັງ​ຫານ 15 ຄົນ ໃນ​ການ​ໂຈມ​ຕີ​ສູນ​ກາງ​ສາ​ສ​ໜາ


ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ຍ່າງ​ຜ່ານ​ລົດ​ ​ທີ່​ຖືກ​ໄຟ​ໄໝ້ ຫຼັງ​ຈາກ​ການ​ວາງ​ລະ​ເບີດ ໃນ​ໂຊ​ມາ​ເລຍ ວັນ​ທີ 8 ພຶດ​ສະ​ພາ 2017.
ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ຍ່າງ​ຜ່ານ​ລົດ​ ​ທີ່​ຖືກ​ໄຟ​ໄໝ້ ຫຼັງ​ຈາກ​ການ​ວາງ​ລະ​ເບີດ ໃນ​ໂຊ​ມາ​ເລຍ ວັນ​ທີ 8 ພຶດ​ສະ​ພາ 2017.

ພວກ​ຫົວ​ຮຸນ​ແຮງ​ໂຊ​ມາ​ເລຍ​ໄດ້​ໂຈ​ມ​ຕີ​ຄ້າຍ​ບ່ອນ​ຢູ່​ທີ່​ມີ​ການ​ໂຕ້​ແຍ້ງ​ກັນ​ຂອງ​ນັກ​ສອນ​
ສາ​ສ​ໜາ ຢູ່​ໃນ​ເມືອງ​ກາ​ລ​ກາ​ໂຢ ພາ​ກ​ກາງຂອງ​ໂຊ​ມາ​ເລຍ ສັງ​ຫານ​ທ່ານ ແລະ​ອີກຢ່າງ​
ໜ້ອຍ 14 ຄົນ ທີ່​ພວກ​ເຈົ້າ​ໜ້າ​ທີ່ ແລະ​ບັນ​ດາ​ຜູ້​ເຫັນ​ເຫດ​ການ​ໄດ້​ກ່າວສູ່ຟັງ.

ພວກ​ຊາວເມືອງກ່າວ​ວ່າເຂົາ​ເຈົ້າ​ພາ​ກັນ​ລຸກ​ຂຶ້ນ​ມາ​ໃນ​ວັນ​ຈັນ​ມື້​ນີ້ ຈາກ​ລະ​ເບີດ​ໃຫຍ່​
ແຕກ ຕິດ​ຕາມ​ມາ​ດ້ວຍ​ການ​ສູ້​ລົບ​ຍິງ​ກັນ​ຢ່າງ​ໜັກ​ຢູ່ຄ້າຍທີ່​ຢູ່ເຄິງ​ນຶ່ງຂອງ​ພາກ​ຕາ​ເວັນ
​ຕົກ​ສຽງ​ໃຕ້.

ບັນ​ດາ​ຜູ້​ເຫັນ​ເຫດ​ການ​ກ່າວ​ວ່າ ປະ​ມານ 6:00 ໂມງ​ເຊົ້າ ຕາມ​ເວ​ລາ​ທ້ອງ​ຖິ່ນ ລົດ​ບັນ​
ທຸກ​ລະ​ເບີດ​ສະ​ຫຼະ​ຊີບ ໄດ້​ແລ່ນ​ເຂົ້າ​ສູ່​ປະ​ຕູ​ໂຂງ ຕິດ​ຕາ​ມ​ມາ​ດ້ວຍ​ພວກ​ສະ​ລະ​ຊີບຜູ້​ທີ່​
ໄດ້​ຖະ​ຫລົ່ມຄ້າຍ.

ຄ້າຍ​ດັ່ງກ່າວ​ໄດ້​ເປັນ​ກອງ​ບັນ​ຊາ​ການ​ຂອງ​ນັກ​ສອນ​ສາ​ສ​ໜາ​ຊູ​ຟີ ເຊກ​ສ໌ ອັບ​ດີ​ເວີ​ລີ
ອາ​ລີ ແອ​ລ​ມີ ແລະ​ຄະ​ນະ​ຂອງ​ທ່ານ.

ພວກ​ຫົວ​ຮຸນ​ແຮງ​ອາ​ລ ຊາ​ບັບ ໄດ້​ກ່າວ​ຫາ​ທ່ານ​ວ່າ​ທຳ​ການ​ໝິ່ນ​ປະ​ໝາດ​ປີ​ກາຍ​ນີ້ ແລະ
​ຂົ່ມ​ຂູ່​ທີ່​ຈະ​ຂ້າ​ທ່ານ ຫຼັງ​ຈາກ​ທ່ານ​ໄດ້​ເຜີຍ​ແຜ່​ວີ​ດີ​ໂອ​ທີ່ມີ​ການ​ຄັດ​ແຍ້ງ ຢູ່ໃນ​ຢູ​ທູບ. ບັນ
​ດາ​ຜູ້​ນຳ​ທາງ​ສາ​ສ​ໜາ​ໄດ້​ຕິຕຽນທ່ານ​ວ່າ​ເຜີຍ​ແຜ່​ວີ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ​ນັກ​ສອນ​
ສາ​ສ​ໜາ​ຊີ້​ມື​ໃສ່​ຮູບ ທີ່​ຈຳ​ນວນ​ນຶ່ງ​ຄິດ​ວ່າ​ຕາງ​ໜ້າພະ​ສາ​ສ​ໜາ​ມູ​ຫຳ​ມາດ. ທ່ານ​ຍັງ​ໄດ້​
ປະ​ນາມ​ໃນ​ກ​ານ​ໃຊ້​ດົນ​ຕີ​ຢູ່​ໃນ​ພິ​ທີ​ສູດ​ມົນ​ຂອງ​ທ່ານ.

ທ່ານ​ແອ​ລ​ມີ​ ໄດ້​ປະ​ຕິເສດ​ການ​ກ່າວ​ຫາໝິ່ນ​ປະ​ໝາດຕ້ານ​ທ່ານ ແລະ​ໄດ້​ເນັ້ນ​ໜັກ​ວ່າ
​ດົນ​ຕີ​ບໍ່​ໄດ້​ກົງ​ກັນ​ຂ້າມ​ກັບ​ການ​ສິດ​ສອນ​ອິ​ສ​ລາມ.

ຫຼັງ​ຈາກ​ການ​ໂຈມ​ຕີ ກຸ່ມຫົວ​ຮຸ​ນ​ແຮງອ​າ​ລ​ຊາ​ບັບ ໄດ້​ອ້າງ​ເອົາ​ການ​ສັງ​ຫານ​ນັກ​ສອນ​
ສາ​ສ​ໜາ ຜ່ານ​ທາງ​ເວັບ​ໄຊ​ຂອງ​ກຸ່ມ​ພົ​ວ​ພັນ.

ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ​ສັງ​ຫານ​ສອງ​ຄົນ.
ມີ​ລາຍ​ງານ​ວ່າ​ຫົວ​ຮຸນ​ແຮງ​ຄົນ​ທີ​ສາມ​ໄດ້​ຖືກ​ຈັບ.

ນັກ​ຂ່າວ​ຄົນ​ນຶ່ງ​ທີ່​ຢູ່​ເຫດ​ການ​ກ່າວ​ວ່າ ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ບັດ​ນີ້​ໄດ້​ຄວບ​ຄຸມ
​ເອົາ​ຄ້າຍ ແລະ​ໄດ້​ເກັບ​ມ້ຽນ​ຊາກ​ສົບ.

ອ່ານ​ຂ່າວ​ນີ້​ເພີມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG